ກອງປະຊຸມ ສະຫລຸບຕີລາຄາການຈັດຕັ້ງປະຕິບັດດຳລັດ 414/ລບ ວ່າດ້ວຍການພັດທະນາເສດຖະກິດ ແຂວງໄຊສົມບູນ

ກອງປະຊຸມ ສະຫລຸບຕີລາຄາການຈັດຕັ້ງປະຕິບັດດຳລັດ 414/ລບ ວ່າດ້ວຍການພັດທະນາເສດຖະກິດ ແຂວງໄຊສົມບູນ ນັບແຕ່ປີ 2019-2024 ແລະ ທິດທາງແຜນການປີ 2025-2029 ຂຶ້ນໃນຕອນເຊົ້າຂອງວັນທີ 29 ເມສາ 2025 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສ ປປ ລາວ, ມີທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍ ບັນດາທ່ານຮອງລັດຖະມົນຕີ, ບັນດາກະຊວງ, ຫົວໜ້າກົມ-ຮອງຫົວໜ້າກົມ ທີ່ກ່ຽວຂ້ອງ ແລະ ການນຳຂັ້ນແຂວງ ຕະຫລອດຮອດພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ຂຶ້ນຜ່ານຮ່າງບົດສະຫລຸບຕີລາຄາການຈັດຕັ້ງປະຕິບັດ ດຳລັດ 414/ລບ ນັບແຕ່ປີ 2019-2024 ແລະ ທິດທາງແຜນການປີ 2025-2029 ຕະຫລອດໄລຍະ 5 ປີ ຜ່ານມາ ຄະນະພັກ, ອົງການປົກຄອງແຂວງ ໄດ້ຜັນຂະຫຍາຍຈັດຕັ້ງປະຕິບັດ ດຳລັດ 414/ລບ ເຂົ້າສູ່ວຽກງານຕົວຈິງຢ່າງຕັ້ງໜ້າ ໃນການຕິດຕາມ, ຊຸກຍູ້ ໄປພ້ອມກັບການເຜີຍແຜ່ເຊື່ອມຊຶມໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ, ປະຊາຊົນບັນດາເຜົ່າ, ນັກທຸລະກິດ, ຜູ້ປະກອບການຢ່າງທົ່ວເຖິງ, ເຮັດໃຫ້ມີການພັດທະນາຢ່າງຮອບດ້ານ ດ້ວຍບາດກ້າວທີ່ໜັັັັັກແໜ້ນ, ເສດຖະກິດຂອງແຂວງ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໜັ້ນທ່ຽງ ສະເລ່ຍບໍ່ຫລຸດ 7% ຕໍ່ປີ. ວຽກງານໂຄງການລົງທຶນຂອງລັດ ແລະ ວຽກງານສົ່ງເສີມການລົງທຶນເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ປັດຈຸບັນ ແຂວງໄຊສົມບູນ ໄດ້ອະນຸມັດໂຄງການທັງໝົດ 105 ໂຄງການ, ສະເພາະໂຄງການທີ່ອະນຸມັດຕາມດຳລັດ 414/ລບ ມີຈຳນວນ 92 ໂຄງການ. ໃນນັ້ນ ຂົງເຂດກະສິກຳ 9 ໂຄງການ, ດ້ານບໍລິການ-ທ່ອງທ່ຽວ 7 ໂຄງການ, ໂຮງງານອຸດສາຫະກຳປຸງແຕ່ງ 7 ໂຄງການ, ຂົງເຂດພະລັງງານໄຟຟ້າ 3 ໂຄງການ ແລະ ຂົງເຂດບໍ່ແຮ່ 66 ໂຄງການ. ວຽກງານກະສິກຳ-ການຄ້າ ໄດ້ມີການສ້າງບົດບັນທຶກຄວາມເຂົ້າໃຈ ເພື່ອແລກປ່ຽນສິນຄ້າກະສິກຳ ແລະ ສັດໃຫຍ່ ລະຫວ່າງແຂວງໄຊສົມບູນກັບນະຄອນຫລວງວຽງຈັນ, ວຽກງານການທ່ອງທ່ຽວ ໄດ້ເກັບກຳຂໍ້ມູນ, ກຳນົດເອົາບັນດາແຫລ່ງທ່ອງທ່ຽວທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ໃນຮູບແບບຕ່າງໆ ເພື່ອໂຄສະນາດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາພັດທະນາເປັນແຕ່ລະໄລຍະ, ວຽກງານພະລັງງານ ແລະ ບໍ່ແຮ່ ໃນທົ່ວແຂວງມີເຂື່ອນໄຟຟ້ານໍ້າຕົກຂະໜາດໃຫຍ່, ຂະໜາດນ້ອຍທັງໝົດ 30 ແຫ່ງ, ມີກິດຈະການຊອກຄົ້ນ ສຳຫລວດແຮ່ທາດທັງໝົດ 48 ກິດຈະການ, ວຽກງານບໍລິການເຊື່ອມຈອດ-ເຊື່ອໂຍງ ໄດ້ສຸມໃສ່ບັນດາໂຄງການເສັ້ນທາງທີ່ເປັນບູລິມະສິດເຊື່ອມຈອດ-ເຊື່ອມໂຍງ, ວຽກງານງົບປະມານ-ການເງິນ ແລະ ກອງທຶນພັດທະນາ ໄດ້ສົມທົບຢ່າງກົມກຽວກັບສາຍຕັ້ງ-ສາຍຂວາງ ໃນການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ກັບແຂວງ, ແຂວງກັບເມືອງ ແລະ ເມືອງກັບບ້ານ ຕິດພັນກັບການຫັນເປັນທັນສະໄໝ, ຄຸ້ມຄອງລະບົບງົບປະມານ-ການເງິນແບບໃໝ່, ວຽກງານຊັບພະຍາກອນທຳມະຊາດ-ສິ່ງແວດລ້ອມ ແລະ ເຕັກໂນໂລຊີ-ການສື່ສານ ສຸມໃສ່ອອກໃບຕາດິນໄດ້ 20,531 ຕອນ, ຂຶ້ນສຳມະໂນທີ່ດິນໄດ້ 24,903 ຕອນ, ໄດ້ຂະຫຍາຍສັນຍານໂທລະສັບເຂົ້າຫາບ້ານທີ່ບໍ່ມີສັນຍານໄດ້ 8 ບ້ານ, ວຽກງານພັດທະນາຊັບພະຍາກອນມະນຸດ ໄດ້ສຸມໃສ່ພັດທະນາພື້ນຖານໂຄງລ່າງດ້ານການສຶກສາ ແຕ່ລະຊັ້ນ, ມີບ້ານແບບຢ່າງສາທາລະນະສຸກ 85 ບ້ານ, ບ້ານວັດທະນະທຳ 71 ບ້ານ, ສົ່ງເສີມການພັດທະນາສີມືແຮງງານໄດ້ ຈຳນວນ 787 ຄົນ.

ໃນການຈັດຕັ້ງປະຕິບັດ ດຳລັດ 414/ລບ ຊຶ່ງເປັນນິຕິກຳທີ່ຖືກຕ້ອງ ສອດຄ່ອງ ເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເຂົ້າສູ່ວຽກງານຕົວຈິງ, ທັງເປັນການຜັນຂະຫຍາຍປະຕິບັດວຽກງານສາມສ້າງ ໃຫ້ເຂົ້າສູ່ລ່ວງເລິກ. ພ້ອມດຽວກັນນັ້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄຳຄິດ-ຄຳເຫັນ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ ແລະ ສອດຄ່ອງ ໃນການປະຕິບັດວຽກງານຕົວຈິງ.

ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ພົນເອກ ຈັນສະໜອນ ຈັນຍາລາດ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ ສະມາຊິກພັກ, ສຸມໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເພີ່ມທະວີແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ເອົາໃຈໃສ່ພັດທະນາດ້ານການທ່ອງທ່ຽວ, ການບໍລິການ, ກະສິກຳ, ອຸດສາຫະກຳ ໃຫ້ມີຄຸນນະພາບດີຂຶ້ນ, ສ້າງສະພາບແວດລ້ອມໃຫ້ມີທ່າອ່ຽງໃນການດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງເຮັດໃຫ້ແຂວງ ມີສະຖຽນລະພາບທາງດ້ານການເມືອງ ພາຍໃນມີຄວາມສະຫງົບ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ຂຶ້ນເທື່ອລະກ້າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa