
ສະພາປະຊາຊົນ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ສະໄໝວິສາມັນ ຄັ້ງທີ 1 ຂຶ້ນໃນຕອນເຊົ້າຂອງວັນທີ 1 ຕຸລາ 2025 ຢູ່ທີ່ສະໂມສອນເມືອງອະນຸວົງ ເປັນຄະນະປະທານໂດຍທ່ານ ແດງ ປະທຸມທອງ ປະທານສະພາປະຊາຊົນແຂວງ, ທ່ານ ຄຳພູທອນ ວົງພະຈັນ ຮອງປະທານສະພາປະຊາຊົນແຂວງ ແລະ ທ່ານ ພັອ ວິໄຊທໍ່ ເພຍຫລວງ ຮອງປະທານສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະປະຈຳສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ຕະຫລອດຮອດ ເລຂາພັກເມືອງ, ຫົວໜ້າພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ແດງ ປະທຸມທອງ ໄດ້ກ່າວສູນທອນພົດໄຂກອງປະຊຸມຢ່າງເປັນທາງການ ຊຶ່ງສະພາປະຊາຊົນແຂວງ ໄດ້ເອົາໃຈໃສ່ ເພີ່ມທະວີ ການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ, ກົດໝາຍ ດ້ວຍຄວາມຮັບຜິດຊອບສູງ, ການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ ທັງເປັນການປັບປຸງແບບແຜນການນຳພາ ແລະ ວິທີເຮັດວຽກຂອງຄະນະບໍລິຫານງານພັກ, ຂອງຄະນະປະຈຳພັກ ແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ສ້າງຄວາມເຊື່ອໝັ້ນສັດທາຂອງມະຫາຊົນ ຕໍ່ການນຳພາຂອງພັກ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ການເລັ່ງທວງໃນການປະຕິບັດ ໜ້າທີ່ການເມືອງຂອງພັກ ຢູ່ແຕ່ລະຂັ້ນໃນໄລຍະໃໝ່. ພ້ອມດຽວກັນນີ້ ຕາງໜ້າຄະນະປະຈຳສະພາ ສະເໜີຕໍ່ກອງປະຊຸມສະເໜີຮັບຮອງເອົາການແຕ່ງຕັ້ງປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ, ສະເໜີຮັບຮອງເອົາການແຕ່ງຕັ້ງຫົວໜ້າພະແນກການ, ອົງການ, ສະເໜີຮັບຮອງເອົາການແຕ່ງຕັ້ງ ປະທານຄະນະກຳມະການປົກຄອງເມືອງ ດ້ວຍການເຈາະຈິ້ມ, ປະກອບຄຳຄິດ-ຄຳເຫັນ ແລະ ນຳພາລົງຄະແນນສຽງຮັບເອົາຢ່າງພາວະວິໄສ ແລະ ກົງໄປກົງມາ.
ໃນກອງປະຊຸມ ໄດ້ພິຈາລະນາຮັບຮອງ ເອົາບຸກຄະລາກອນເຂົ້າໃນກົງຈັກ ທີ່ສຳຄັນຂອງຄະນະກຳມະການປົກຄອງຂັ້ນແຂວງ ແລະ ຄະນະກຳມະການປົກຄອງຂັ້ນເມືອງຄື: ຮັບຮອງເອົາການແຕ່ງຕັ້ງ ທ່ານ ພົຈວ ບົວພັນ ອິນທະປັນຍາ ເປັນປະທານຄະນະກໍາມະການປົກຄອງແຂວງໄຊສົມບູນ, ທ່ານ ນາງ ເພັດສະໄໝ ໂພໄຊຍະວົງ ເປັນຮອງປະທານຄະນະກໍາມະການປົກຄອງແຂວງໄຊສົມບູນ, ທ່ານ ປອ ທອງປະເສີດ ໄຊຍະລາດ ເປັນຮອງປະທານຄະນະກໍາມະການປົກຄອງແຂວງໄຊສົມບູນ. ຮັບຮອງເອົາການແຕ່ງຕັ້ງ ຫົວໜ້າພະແນກການ, ອົງການທຽບເທົ່າພະແນກ ຈໍານວນ 8 ທ່ານຄື: ທ່ານ ອຸດອນ ສິງດາລາ ເປັນປະທານອົງການກວດກາພັກ-ລັດແຂວງ, ທ່ານ ວັນຄໍາເກັ່ງ ຢ່າຊົງກົວ ເປັນຫົວໜ້າຫ້ອງວ່າການແຂວງ, ທ່ານ ຮືທໍ່ ເພຍຫຼວງ ເປັນຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ , ທ່ານ ໄຊຍະວົງ ຈິດຕະວົງ ເປັນຫົວໜ້າພະແນກການເງິນແຂວງ, ທ່ານ ຜາທໍ່ ຕົ່ງເຢີທໍ່ ເປັນຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ພຸດລຳໄພ ທຽມພຣະສອນ ເປັນຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ດົວຊົ່ງ ເລ່ຍໂກ້ ເປັນຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ທ່ານ ທົງສະຫວັນ ໂພສະລາດ ເປັນຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ຮັບຮອງເອົາການແຕ່ງຕັ້ງ ປະທານຄະນະກໍາມະການປົກຄອງເມືອງ 2 ເມືອງຄື: ຮັບຮອງເອົາການແຕ່ງຕັ້ງ ທ່ານ ສົມບູນ ຄໍາຕາງ ເປັນປະທານຄະນະກໍາມະການປົກຄອງເມືອງອະນຸວົງ, ທ່ານ ວຽງມະນີ ຢົ່ງລໍ່ຢ່າງ ເປັນປະທານຄະນະກໍາມະການປົກຄອງເມືອງຮົ່ມ. ຊຶ່ງຜົນສໍາເລັດຂອງກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງໄຊສົມບູນ ຊຸດທີ IV ຄັ້ງນີ້ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກແຂວງໄຊສົມບູນ, ເຂົ້າສູ່ວຽກງານຕົວຈິງ ແລະ ເປັນໝາກຜົນລວມສູນສະຕິປັນຍາ, ການສະແດງອອກສິດປະຊາທິປະໄຕ ກໍຄືຜົນຂອງການຍົກສູງຄວາມຮັບຜິດຊອບທາງການເມືອງທີ່ໜັກແໜ້ນ ເຂັ້ມແຂງ ເທື່ອລະກ້າວ.
