ກອງປະຊຸມ ອົງການປົກຄອງແຂວງໄຊສົມບູນ ປະຈໍາເດືອນ ສິງຫາ 2024

ກອງປະຊຸມ ອົງການປົກຄອງ ແຂວງໄຊສົມບູນ ປະຈໍາເດືອນ ສິງຫາ 2024 ນີ້ ໄດ້ຈັດຂຶ້ນໃນວັນທີ 20 ສິງຫາ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພອຍຄໍາ ຮຸ່ງບຸນຍວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນຳຂອງແຂວງ ຕະຫຼອດຮອດຫົວໜ້າພະແນກການ, ອົງການ-ກົມກອງ ອ້ອມຂ້າງແຂວງ ເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ຂອງອົງການປົກຄອງ ແຂວງໄຊສົມບູນ ປະຈໍາເດືອນ ສິງຫາ ຈາກ ທ່ານ ສົມບູນ ຄຳຕາງ, ຮອງຫົວໜ້າຫ້ອງວ່າການແຂວງ ເຊິ່ງຕະຫຼອດໄລຍະ 1 ເດືອນ ຜ່ານມາ ອົງການປົກຄອງແຂວງ ໄດ້ສຸມໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ຢ່າງເລິກເຊິ່ງເຖິງຖອງ ເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພ ຢ່າງໜັກແໜ້ນ, ບັນດາປະກົດການຫຍໍ້ທໍ້ຕ່າງໆ ໄດ້ຮັບການແກ້ໄຂເປັນກ້າວໆ. ພ້ອມນີ້ ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ການເງິນ ປະຈຳປີ2024 ສາມາດເກັບລາຍຮັບເຂົ້າງົບປະມານ ໄດ້ທັງໝົດ 1,366.74ຕື້ກີບ ເທົ່າກັບ 194,91% ແຜນການປີ ການຄຸ້ມຄອງລາຍຈ່າຍງົບປະມານ ປະຕິບັດໄດ້ 363,96 ຕື້ກີບ ເທົ່າກັບ 81,69% ຂອງແຜນການປີ, ສາມາດກວດກາຄຸ້ມຄອງລາຄາສິນຄ້າຂາຍຍົກ-ຂາຍຍ່ອຍ ໃນທົ່ວແຂວງ ປະຕິບັດໄດ້ 74 ຕື້ກວ່າກີບ ພ້ອມດຽວກັບນີ້ ໄດ້ມ້າງຄະດີຢາເສບຕິດ 3 ລາຍ, ຂອງກາງຢາບ້າ 1,859 ເມັດ, ກັກຕົວຜູ້ກະທຳຜິດໄດ້ 2 ຄົນ, ແກ້ໄຂອຸບັດຕິເຫດໄດ້ 8 ຄັ້ງ, ພາຫະນະເປ່ເພ 7 ຄັນ, ບາດເຈັບ 9 ຄົນ, ມູນຄ່າເສຍຫາຍ 570 ລ້ານກີບ, ຂຶ້ນທະບຽນ ແລະ ປ່ຽນແປງເນື້ອໃນທະບຽນລັດວິສາຫະກິດ ໄດ້ 16 ຫົວໜ່ວຍ, ອອກໃບຢັ້ງຢືນກຳເນີດສີນຄ້າ C/O ຈຳນວນ 4 ຊຸດປະເພດເຄື່ອງປ່າຂອງດົງ ຈຳນວນ 13,875 ໂຕນ, ມູນຄ່າ 1 ລ້ານກວ່າໂດລາສະຫະລັດ ໃຫ້ບໍລິສັດວິຊຽນການຄ້າຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ເພື່ອສົ່ງອອກໃຫ້ປະເທດໄທ ແລະ ຫວຽດນາມ, ຂຶ້ນສຳມະໂນທີ່ດີນໄດ້ 982 ຕອນ, ເນື້ອທີ່ 191.7 ເຮັກຕາ, ອອກໃບຕາດີນຖາວອນໄດ້ 971 ຕອນ, ເນື້ອທີ່ 188.8 ເຮັກຕາ ນອກຈາກນີ້ສຳເລັດການສອບເສັງຈົບຊັ້ນປະຖົມສົມບູນ ປ5,ມັດທະຍົມຕອນຕົ້ນ ມ4 ແລະ ມັດທະຍົມຕອນປາຍ ມ7 ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນຂຶ້ນລາຍງານ ແລະ ປະກອບຄໍາຄິດ-ຄໍາເຫັນ ດ້ວຍຄວາມຮັບຜິດຊອບສູງ ເພື່ອພ້ອມກັນຕີລາຄາຄືນຈຸດດີ, ຈຸດອ່ອນ, ສາເຫດທີ່ພາໃຫ້ມີຈຸດອ່ອນ ແລະ ບັນຫາຂໍ້ຄົງຄ້າງອື່ນໆ ເພື່ອຄົ້ນຄວ້າປຶກສາຫາລື ແລະ ຊອກຫາວິທີແກ້ໄຂໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

 

ໃນຕອນທ້າຍທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ຊຶ່ງທ່ານໄດ້ເນັ້ນໜັກມາຍັງທຸກພາກສ່ວນຈົ່ງສືບຕໍ່ເອົາໃຈໃສ່ຍົກສູງການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກງານຂອງຕົນ, ໃຫ້ມີແນວຄິດອຸ່ນອຽນ-ທຸນທ່ຽງ, ມີຄຸນສົມບັດສີນທຳປະຕິບັດ, ເຊື່ອໜັ້ນຕໍ່ການນຳພາຂອງພັກ-ລັດ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດເວດຍາມຂອງບັນດາພະແນກການຕົນໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ, ສືບຕໍ່ຈັດຕັ້ງປະຕິບັດການກະກຽມຄວາມພ້ອມຮັບມືກັບວຽກງານໄພພິບັດທາງທຳມະຊາດໃຫ້ທັນການ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa