
ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ ll ແລະ ບົດປາໃສ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ອົງຄະນະພັກຄັ້ງທີ II ຂຶ້ນໃນຕອນເຊົ້າຂອງວັນທີ 8 ຕຸລາ 2025 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ແດງ ປະທຸມທອງ, ປະທານສະພາປະຊາຊົນແຂວງ, ມີສະຫາຍ ນາງ ຄຳສີ ສິດທິວໍລະດາ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຕະຫຼອດຮອດພະນັກງານຫຼັກແຫຼ່ງກຸ່ມປົກປ້ອງກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ແດງ ປະທຸມທອງ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງກອງປະຊຸມ ແລະ ເຜີຍແຜ່ເນື້ອໃນເອກະສານ ມະຕິກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກ ຄັ້ງທີ II ກອງປະຊຸມໄດ້ຄົ້ນຄວ້າ ຮັບຮອງເອົາເນື້ອໃນທີ່ສຳຄັນ ພ້ອມກັນຄົ້ນຄວ້າປະກອບຄຳຄິດເຫັນໃສ່ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ທັງສອງພາກ ແລະ ບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ I ພ້ອມທັງຕີລາຄາດ້ານດີ, ດ້ານອ່ອນ ຂໍ້ຄົງຄ້າງ, ສາເຫດ, ບົດຮຽນ ໃນການນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະໄໝທີ I ຂອງອົງຄະນະພັກແຂວງ ໃນໄລຍະ 5 ປີ ຜ່ານມາ ພ້ອມທັງເປັນເອກະສັນຮັບຮອງເອົາທິດທາງ, ວຽກງານ ແລະ ຄາດໝາຍສູ້ຊົນ ໃນ 5 ປີຕໍ່ໜ້າ (2026-2030) ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະພັກແຂວງຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ຖືກຕ້ອງສອດຄ່ອງກັບມາດຖານ-ເງື່ອນໄຂ ທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ ໂດຍມີຜູ້ສະໝັກເລືອກຕັ້ງ ຈຳນວນ 35 ສະຫາຍ, ເລືອກໄດ້ 31 ສະຫາຍ, ຍິງ 3 ສະຫາຍ ແລະ ຄັດເລືອກເອົາຜູ້ແທນສົມບູນ-ສໍາຮອງ ໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຈຳນວນ 16 ສະຫາຍ ແລະ ຜູ້ແທນສຳຮອງ ຈຳນວນ 3 ສະຫາຍ ພ້ອມນີ້ ກອງປະຊຸມ ໄດ້ປ່ອນບັດເລືອກຕັ້ງ ເອົາຄະນະປະຈໍາພັກແຂວງ, ປະທານ, ຮອງປະທານກວດກາພັກ ຊຶ່ງມີຜູ້ສະໝັກເລືອກຕັ້ງທັງໝົດ 11 ສະຫາຍ, ເລືອກໄດ້ 9 ສະຫາຍ, ຍິງ 2 ສະຫາຍ ນອກນີ້ ຍັງໄດ້ຮັບຟັງບົດໂອ້ລົມຂອງ ສະຫາຍ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ພ້ອມທັງຮັບຟັງຄຳປາໄສ ຂອງສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ເນື່ອງໃນໂອກາດຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ II ຄັ້ງວັນທີ 10 ກັນຍາ 2025 ຈາກ ສະຫາຍ ນາງ ຄໍາສີ ສິດທິວໍລະດາ ຕື່ມອີກ.

ທັງນີ້ ກໍເພື່ອເຜີຍແຜ່, ເຊື່ອມຊຶມມະຕິ ດັ່ງກ່າວ ໃຫ້ແກ່ພະນັກງານ-ລັດຖະກອນ ສະມາຊິກພັກ ເປັນເຈົ້າການນໍາໄປຈັດຕັ້ງຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ ບົນພື້ນຖານຄວາມຮັບຮູ້, ເຂົ້າໃຈ ແລະ ກຳແໜ້ນເນື້ອໃນມະຕິກອງປະຊຸມໃຫຍ່ ໃຫ້ເລິກເຊິ່ງ ແນ່ໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຕົວຈິງ ມີປະສິດທິພາບ ຕາມຂອບເຂດຄວາມຮັບຜິດຊອບຂອງແຕ່ລະວຽກງານຢ່າງເປັນຂະບວນການຟົດຟື້ນ.