
ແຂວງໄຊສົມບູນ ຈັດປະຊຸມເຜີຍແຜ່, ເຊື່ອມຊຶມ ມະຕິກອງໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຂຶ້ນ ໃນຕອນເຊົ້າຂອງວັນທີ 5 ກຸມພາ 2026 ນີ້ ທີ່ຫ້ອງປະຊຸມ ຫ້ອງວ່າການ ແຂວງ ໂດຍພາຍໃຕ້ການເປັນປະທານ ແລະ ເຜີຍແຜ່ ຂອງ ສະຫາຍ ພອຍຄຳ ຮຸ່ງບຸນຍວງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ ມີຮອງເລຂາຄະນະບໍລິຫານງານພັກແຂວງ, ຄະນະປະຈຳພັກແຂວງ ຕະຫຼອດຮອດ ຫົວໜ້າພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ໄຂຂຶ້ນໃນລະຫວ່າງ ວັນທີ 6 ຫາ 8 ມັງກອນ 2026 ທີ່ຜ່ານມາ ສະຫາຍຍົກໃຫ້ເຫັນເຖິງຜົນສຳເລັດອັນຍິ່ງໃຫຍ່ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ເປັນຂີດໝາຍປະຫວັດສາດໃນການສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຕາມຈຸດໝາຍສັງຄົມນິຍົມ. ເພື່ອໃຫ້ພະນັກງານຫຼັກແຫຼ່ງທົ່ວແຂວງກຳແໜ້ນເນື້ອໃນຈິດໃຈ ບຸກທະລຸ ແລະ ຄາດໝາຍສູ້ຊົນແຕ່ປີ 2026-2030, ນຳໄປຈັດຕັ້ງຜັນຂະຫຍາຍ ສຸມໃສ່ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໄຊສົມບູນ ໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ສ້າງຄວາມເປັນເອກະພາບພາຍໃນພັກ ແລະ ຄວາມປອງດອງລະຫວ່າງບັນດາເຜົ່າ ເພື່ອເຮັດໃຫ້ ແຂວງໄຊສົມບູນ ມີຄວາມສະຫງົບ ແລະ ພັດທະນາຢ່າງຍືນຍົງ. ນອກນີ້ ສະຫາຍຍັງໄດ້ເນັ້ນໜັກໃຫ້ບັນດາຄະນະພັກ, ພະແນກການ ແລະ ອົງການປົກຄອງທຸກຂັ້ນ ຕ້ອງນຳເອົາເນື້ອໃນມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ກາຍເປັນແຜນງານ, ໂຄງການລະອຽດ ຢູ່ຂັ້ນຂອງຕົນເອງຢ່າງມີປະສິດທິຜົນ, ເພື່ອແນໃສ່ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ບັນລຸຄາດໝາຍທີ່ວາງໄວ້.
ພາຍຫຼັງທີ່ໄດ້ຮັບຟັງການເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມການຖ່າຍທອດວີດີໂອຜົນສໍາເລັດ ຂອງ ກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ຖ່າຍທອດສົດຈາກ ຫໍປະຊຸມແຫ່ງຊາດລາວ ອີກດ້ວຍ.