
ໃນວັນທີ່ 12 ພຶດສະພາ 2025 ນີ້ ເມືອງອະນຸວົງ ໄດ້ຈັດກອງປະຊຸມເຊື່ອມຊຶມ ເອກະສານ ມະຕິກອງປະຊຸມຄົບຄະນະ ສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຄໍາແນະນໍາຂອງຄະນະເລຂາທີການສູນກາງພັກ ກ່ຽວກັບ ການປັບປຸງກົງຈັກການຈັດຕັ້ງ ຂອງແຕ່ລະຂັ້ນ ຂຶ້ນທີ່ສະໂມສອນໃຫຍ່ເມືອງອະນຸວົງ ໂດຍການເປັນປະທານຂອງ ສະຫາຍ ຮືທໍ່ ເພຍຫຼວງ ກໍາມະການພັກແຂວງ, ເລຂາພັກເມືອງອະນຸວົງ, ມີຮອງເລຂາພັກເມືອງ, ມີຄະນະປະຈຳ, ກໍາມະການພັກເມືອງ, ຫົວຫນ້າ, ຮອງຫົວຫນ້າຫ້ອງການ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫລວດອ້ອມຂ້າງເມືອງອະນຸວົງ ເຂົ້າຮ່ວມ

ກອງປະຊຸມ ສະຫາຍ ໄພທູນ ມັດທຸວົງ ຮອງຄະນະກໍາມະການອົງການປົກຄອງເມືອງອະນຸວົງ, ໄດ້ເຊື່ອມຊຶມ ເອກະສານ ຄໍາແນະນໍາຂອງຄະນະເລຂາທິການສູນກາງພັກ ກ່ຽວກັບ ການປັບປຸງກົງຈັກການຈັດຕັ້ງ ເພື່ອໃຫ້ຮັບປະກັນ ແກ່ການປັບປຸງການຈັດຕັ່້ງຢູ່ແຕ່ລະຂັ້ນມີຄວາມຖຶກຕ້ອງຕາມທິດຊີ້ນໍາ, ມີຄວາມເອກະພາບ, ມີປະສິດທິພາບ ແລະ ທັນຕາມເວລາທີກໍານົດໄວ້. ຈາກນັ້ນ, ສະຫາຍ ພັດທະນາ ສີສົມພອນ ຮອງເລຂາພັກເມືອງ ວ່າການປະທານຄະນະກໍາມະການອົງການປົກຄອງເມືອງ ເຊື່ອມຊຶມກ່ຽວກັບ ມະຕິ ສະບັບເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ແລະ ຄໍາແນະນໍາຂອງຄະນະເລຂາທິການສູນກາງພັກກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ແລະ ສະຫາຍ ຮືທໍ່ ເພຍຫຫຼວງ ກໍາມະການພັກແຂວງ, ເລຂາພັກເມືອງອະນຸວົງ ໄດ້ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະສະໄໝວິສາມັນຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ສະບັບເລກທີ 02/ຄບສພ, ລົງວັນທີ 07 ມີນາ 2025, ເຊິ່ງໃຫ້ຮູ້ວ່າ: ຍາມໃດ ພັກ ແລະ ລັດ ກໍຖືວຽກງານປັບປຸງກົງຈັກການຈັດຕັ້ງ ເປັນວຽກງານໜຶ່ງທີ່ສໍາຄັນໃນການນໍາພາ-ຊີ້ນໍາ ເພື່ອຂັບເຄື່ອນການພັດທະນາ ຕາມແນວທາງ, ນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະ ໃຫ້ມີປະສິດທິຜົນສູງ ສອດຄ່ອງກັບການຂະຫຍາຍຕົວ ຂອງເສດຖະກິດ, ຜ່ານການປຶກສາຫາລືຢ່າງເລິກເຊິ່ງ, ຮອບດ້ານກ່ຽວກັບສະພາບກົງຈັກການຈັດຕັ້ງ, ເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົງຈັກການຈັດຕັ້ງຂອງກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ, ໂດຍໂຮມ ແລະ ສັບຊ້ອນວຽກງານຂອງກະຊວງຈໍານວນໜຶ່ງເຂົ້າກັນ ແລະ ໂອນວຽກຈໍານວນໜຶ່ງໄປຂຶ້ນກັບບາງກະຊວງ, ອົງການ ໃຫ້ສອດຄ່ອງກັບພາລະບົດບາດ ແລະ ສະພາບຄວາມເປັນຈິງ ໃນປະຈຸບັນ. ພ້ອມນີ້, ກອງປະຊຸມໄດ້ຊີ້ນໍາມາດຕະການຈໍານວນໜຶ່ງ ເພື່ອເຮັດໃຫ້ການປັບປຸງກົງຈັກການຈັດຕັ້ງຄັ້ງນີ້ ດໍາເນີນໄປຖືກທິດທາງ, ມີລະດັັບຄາດໝາຍຢ່າງຈະແຈ້ງ ແລະ ໄດ້ຮັບຜົນດີຄື: ຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ສະມາຊິກພັກ ມີຄວາມຮັບຮູ້ ແລະ ເຂົ້າໃຈ, ມີຄວາມເປັນເອກະພາບສູງ, ມີຄວາມອຸ່ນອ່ຽນ, ທຸ່ນທ່ຽງ ບໍ່ທໍ້ຖອຍຄອນແຄນ, ເປັນເຈົ້າການຜັນຂະຫຍາຍຢ່າງຕັ້ງໜ້າ, ຍົກສູງສະຕິລະວັງຕົວ ຕໍ່ບັນດາໜໍ່ແໜງປັດໄຈທີ່ຈະສົ່ງຜົນສະທ້ອນ ເຖິງຄວາມສາມັກຄີພາຍໃນ ກໍ່ຄືສົ່ງຜົນກະທົບຕໍ່ການປັບປຸງກົງຈັກການຈັດຕັ້ງເປັນຕົ້ນແມ່ນລັດທິເອກະຊົນ, ກຸ່ມກ້ອນທ້ອງຖິ່ນຄັບແຄບ ເຫັນແກ່ຜົນປະໂຫຍດສ່ວນຕົວ ແລະ ອື່ນໆ. ຈາກນັ້ນ, ກໍ່ໃຫ້ຮູ້ວ່າ ການໂຮມພະແນກ, ຫ້ອງການ ແຜນການ ແລະ ການລົງທຶນ ເຂົ້າກັບພະແນກ, ຫ້ອງການ-ການເງິນເປັນພະແນກການເງິນ ແລະ ຫ້ອງການການເງິນ, ໂຮມພະແນກ, ຫ້ອງການພະລັງງານ ແລະ ບໍ່ແຮ່ເຂົ້າກັບພະແພກ, ຫ້ອງການອຸດສາຫະກໍາ ແລະ ການຄ້າເປັນພະແນກ, ຫ້ອງການອຸດສາຫະກໍາ ແລະ ການຄ້າ, ໂຮມພະແນກ, ຫ້ອງການຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມເຂົ້າກັບພະແນກ, ຫ້ອງການກະສີກໍາ ແລະ ປ່າໄມ້ເປັນພະແນກ, ຫ້ອງການກະສີກໍາ ແລະ ສິ່ງແວດລ້ອມ, ໂຮມພະແນກ, ຫ້ອງການພາຍໃນ ພ້ອມທັງຍົກຍ້າຍບຸກຄະກອນ ທີ່ສອດຄ່ອງກັບພາລະບົດບາດໄປເຂົ້າກັບຄະນະຈັດຕັ້ງແຂວງ-ເມືອງ, ຫ້ອງວ່າການແຂວງ-ຫ້ອງວ່າການເມືອງ ແລະ ຫ້ອງການທີ່ກ່ຽວຂ້ອງຕາມຂະ ແໜງສາຍຕັ້ງທີ່ມີການປັບປຸງ, ໂອນວຽກງານຖະແຫລງຂ່າວ ພ້ອມທັງຍົກຍ້າຍບຸກຄະກອນອອກຈາກຂະແໜງ, ໜ່ວຍງານຖະແຫລງຂ່າວ ໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງ-ເມືອງ, ປ່ຽນຊື່ພະແນກ, ຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນພະແນກ, ຫ້ອງການວັດທະນະທໍາ ແລະ ທ່ອງທ່ຽວ ແລະ ສໍາລັບກົງຈັກຂອງສະພາປະຊາຊົນແຂວງ ແມ່ນໃຫ້ປະຕິບັດຕາມການປັບປຸງກົງຈັກຂອງສະພາແຫ່ງຊາດຊຸດທີ 10 ໃຫ້ບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຄະນະຫ້ອງການ,ກົມກອງ, ສະມາຊິກພັກ, ທະຫານ, ຕໍາຫຼວດເຂົ້າຮ່ວມກອງປະຊຸມຄັ້ງນີ້ໄດ້ຮັບຮູ້ເຂົ້າໃຈ ແລະ ພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງທັນກັບເວລາທີ່ກໍານົດໄວ້.

ທ້າຍສະຫາຍປະທານມີຄໍາເຫັນເພີ່ມຕື່ມສະຫາຍໄດ້ມອບໃຫ້ບັນດາຄະນະປະຈໍາພັກເມືອງນໍາພາ-ຊີ້ນໍາບັນດາຫ້ອງການທີຈະໂຮມໜ້າວຽກເຂົ້າກັນໃຫ້ເອົາໃຈໃສ່ຂຽນບົດກໍານົດຕໍາແໜ່ງງານ, ພາລະບົດບາດຂອງຕົນໃຫ້ຖືກຕ້ອງ, ສອດຄ່ອງກັບໜ້າທີວຽກງານ, ຕ້ອງປະສານຫ້ອງການທີ່ຈະໂຮມເຂົ້າກັນມາຕົກລົງເປັນເອກະພາບກ່ຽວກັບໜ້າທີຮັບຜິດຊອບໃຫ້ເໝາະສົມ ລາຍງານຫາສາຍຕັ້ງ, ສາຍຂວາງຮັບຮູ້ ເພື່ອລາຍງານຫາຄະນະປະຈໍາພັກແຂວງສະເໜີໃຫ້ສະພາປະຊາຊົນແຂວງຮັບຮອງໃຫ້ທັນກັບເວລາທີກໍານົດໄວ້.