ສູ້ຊີວິດເຮັດການຜະລິດຊີວິດດີຂື້ນ

ສູ້ຊີວິດເຮັດການຜະລິດຊີວິດດີຂື້ນ

  • ເຖິງຍາມໃດກໍຕາມ ພັກ-ລັດເຮົາກໍໄດ້ເອົາໃຈໃສ່ໃນການກໍ່ສ້າງພື້ນຖານໂຄງລ່າງ ເພື່ອເປັນປັດໃຈສໍາຄັນໃນການແກ້ໄຂຄວາມຫຍຸ້ງຫຍາກຂອງປະຊາຊົນທີ່ເກີດຂື້ນ ລວມທັງການສ້າງຄວາມສາມາດຫຼາຍດ້ານ ເພື່ອເຮັດໃຫ້ເສດຖະກິດສັງຄົມໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງອັນພົ່ນເດັ່ນແມ່ນ ສາມາດເຮັດໃຫ້ປະເທດຊາດມີສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ຄວາມເປັນເອກະລາດ, ອໍານາດອະທິປະໄຕ, ຜືນແຜ່ນດີນອັນຄົບຖ້ວນ ແລະ ໝາກຜົນຂອງການປະຕິວັດໄດ້ຮັບການປົກປ້ອງຢ່າງເຂັ້ມແຂງ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ແລະ ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າຕິດພັນກັບການຈັດຕັ້ງປະຕິບັດຍຸດທະສາດ ການກໍສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຂອງປະຊາຊົນຕາມ 4 ເນື່ອໃນ 4 ຄາດໝາຍ ຢູ່ເຂດຈຸດສຸມຕ່າງໆໃນຂອບເຂດທົ່ວປະເທດ, ດັ່ງນັ້ນແຂວງໄຊສົມບູນ ໂດຍສະເພາະ ອົງການຈັດຕັ້ງທີ່ກ່ຽວຂ້ອງກໍ່ໄດ້ເອົາໃຈໃສ່ໃນການລົງເຄື່ອນໄຫວຊຸກຍູ້ປະຊາຊົນ ປູກຝັງລຽ້ງສັດເປັນສິນຄ້າ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ນີ້ກໍ່ແມ່ນອີກທາງເລືອກໜຶ່ງ ແລະ ເປັນປັດໃຈສໍາຄັນໃຫ້ແກ່ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຊຶ່ງຍາມໃດພັກ ແລະ ລັດຖະບານ ກໍໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມຂະບວນການດັ່ງກ່າວ.

  • ຈາກການຜະລິດແບບທຳມະຊາດ ຫັນໄປສູ່ການຜະລິດເປັນສິນຄ້າໂດຍນຳໃຊ້ເຕັກນິກວິທະຍາສາດ ແລະ ວິຊາການເຂົ້າຊ່ວຍຜູ້ທີມີເງື່ອນໃນການປູກ, ການລ້ຽງໃຫປະສົບຜົນສໍາເລັດ ຕົວຢ່າງ ຄອບຄົວຂອງທ່ານ ແສງແກ້ວ ແຂກພິມມ່ວງ ປະຈຸບັນ ຢູ່ບ້ານນາໄຊ ເມືອງລ້ອງຊານ ແຂວງໄຊສົມບູນ ຕາມການລາຍງານຂອງທ່ານ ວ່າອາຊີບຫຼັກເປັນພະນັກງານຄູສອນ ນອກນັ້ນທ່ານ ຍັງໄດ້ຍຶດຖືເອົາການປູກ, ການລ້ຽງເປັນອາຊີບເສີມ ໂດຍສະເພາະແມ່ນລ້ຽງໝູ, ລ້ຽງໄກ່ພັນໄຂ່, ລ້ຽງປາ ຍ້ອນວ່າໃນເມື່ອກ່ອນເຂດນີ້ ຍັງເປັນເຂດທີຫ່າງໄກຊອກຫຼີກ, ບໍ່ມີຕະຫຼາດ, ອາຫານການກິນກໍຍັງຊອກຫາແບບອາໄສທຳມະຊາດ ຫາມາພໍແຕ່ກຸ່ມຢູ່ກຸ່ມກິນພາຍໃນຄອບຄົວຕົນເອງເທົ່ານັ້ນ ມາຮອດປີ 2017 ພັກ-ລັດ ໂດຍສະເພາະຫ້ອງການກະສິກໍາປ່າໄມ້ເມືອງ ກໍ່ໄດ້ເອົາໃຈໃສ່ໃຫ້ການສຸກຍູ້ ແລະ ຊີ້ນໍາທາງດ້ານເຕັກຕິກ ແລະ ວິທີການ ບວກກັບຄວາມມັກຮັກ ແລະ ເງື່ອນໄຂຂອງຄອບຄົວຕົນເອງ ທີມີເນື້ອທີ່ດິນເໝາະສົມ ເມື່ອເຫັນໄດ້ ແນວນັ້ນ ຕົນເອງຈຶ່ງໄດ້ເກີດມີຄວາມຄິດຢາກຜະລິດເປັນສິນຄ້າ ເພື່ອສົ່ງຂາຍຢູ່ພາຍໃນບ້ານ ແລະ ເມືອງລ້ອງຊານ, ແຕ່ຍັງຂາດທຶນຮອນ, ຈາກນັ້ນກໍ່ໄດ້ໄປປຶກສານໍາພາກສ່ວນທີ່ກ່ຽວຂອງເພື່ອຂໍກູ້ຍືມເງີນຈໍານວນ 40.000.000 ກີບ(ສີ່ສິບລ້ານກີບ) ມາເຮັດຄອກໄກ່, ຊື້ໄກ່ພັນໄຂ່ໄດ້ 1.000 ໂຕ (ໜຶ່ງພັນໂຕ), ຊື້ປາຈໍານວນໜຶ່ງ ມາປ່ອຍໃສ່ໜອງທີ່ມີແລ້ວ ຕອນນັ້ນກໍ່ລ້ຽງແບບ ປະສົມປະສານ, ເຫັນວ່າສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ດີພໍສົມຄວນ ຕະຫຼາດພາຍໃນເມືອງກໍ່ຍັງມີຄວາມຕ້ອງການຫຼາຍ, ມາຮອດປີ 2022 ຈຶ່ງໄດ້ຮີບໂຮມທຶນຮອນຂອງຕົນ ຂະຫຍາຍຟາມໄກ່ພັນໄຂ່ອອກຕື່ມອີກ ຈາກ 1,000 ໂຕ(ໜຶ່ງພັນໂຕ) ມາເປັນ 5,000 ໂຕ(ຫ້າພັນໂຕ) ແຕ່ກໍຍັງບໍພຽງພໍຕໍ່ກັບຄວາມຕ້ອງການຂອງຕະຫຼາດ.
  • ມາຮອດປີ 2023 ກໍໄດ້ຂະຫຍາຍເພີ່ມອີກ ຈາກ 5,000 ໂຕ(ຫ້າພັນໂຕ)ມາເປັນ 10,000 ໂຕ, ໜ້ອງປາຈາ 1 ໜອງ ກໍເພີ່ມຂື້ມາເປັນ 8 ໜອງ ໃນນັ້ນມີປາທົ່ວໄປ 4 ໜອງ, ປາດຸກ 4 ໜອງ ,ປ່ອຍປາແຕ່ລະຄັ່ງບໍລຸດ 120,000 ໂຕຂື້ນໄປຕໍ່ງວດ, ມາຮອດປັດຈຸບັນເຫັນວ່າການຜະລິດໄຂ່ໄກ່ ແລະ ປາ ແມ່ນມີຄວາມອີ່ມຕົວແລ້ວ ແຕ່ຄວາມຮຽກຮ້ອງຕ້ອງການຊີ້ນໝູຢູ່ພາຍໃນແຂວງຍັງມີຈຳນວນຫຼາຍ ດັ່ງນັ້ນຈຶ່ງໄດ້ ມາລ້ຽງໝູເພີ່ມອີກ ຈໍານວນ 3 ຟາມ, 3 ລຸ້ນ, ແຕລະລຸ້ນມີ 100 ໂຕ, ປີໜຶ່ງສາມາດສົ່ງໝູອອກຂາຍໄດ້ 300 ໂຕ, ໃນເບື້ອງຕົ້ນແມ່ນ ຄອບຄົວຕົນເອງໄດ້ນໍາໃຊ້ແຮງງານພາຍໃນຄອບຄົວເທົ່ານັ້ນ,  ມາຮອດປັດຈຸບັນນີ້ໄດ້ຈ້າງແຮງງານປະຈໍາທັງໝົດ 7 ຄົນ ມາເປັນຜູ້ຊ່ວຍຈັດການບໍລິຫານວຽກພາຍໃນຟາມ, ຊຶ່ງພາຍຫຼັງທີໄດ້ຫັນມາລ້ຽງໄກ່ພັນໄຂ່, ລ້ຽງປາ, ລ້ຽງໝູສົ່ງອອກຂາຍມານີ້ ໄດ້ເຮັດໃຫ້ຄອບຄົວຂອງຕົນ ມີລາຍຮັບເຂົ້າຄອບຄົວເປັນຈໍານວນຫຼາຍຂື້ນ, ໃນນັ້ນມີລາຍຮັບຈາກການຂາຍປາ 600-700 ລ້ານກີບຕໍ່ປີ, ເກັບໄຂ່ໄກ່ອອກຂາຍໄດ້ 230 ແຕະ ຕໍ່ມື້, ເປັນເງິນ 390 ລ້ານກີບຕໍ່ເດືອນ, ຂາຍໝູ 110 ໂຕຕໍ່ເດືອນ, ໄຂ່ໄກ່ ບ່ອນສົ່ງປະຈໍາແມ່ນສົ່ງໃຫ້ບໍລິສັດພູເບ້ຍມາຍນິງ ອາທິດໜຶ່ງຈຳນວນ 900 ແຕະ ຕໍ່ອາທິດ, ນອກນັ້ນກໍສົ່ງຂາຍໃນຕະຫຼາດເມືອງລ້ອງຊານ, ເມືອງຮົ່ມ ແລະ ເມືອງລ່ອງແຈ້ງ, ສຳລັບປາ, ນອກຈາກຕະຫຼາດ ເມືອງລ້ອງຊານ, ເມືອງຮົ່ມ, ເມືອງລ້ອງແຈ້ງ ແລ້ວຍັງຂາຍທົ່ວໄປ, ໝູສົ່ງຂາຍໃຫ້ແຕ່ຕະຫຼາດ ເມືອງລ້ອງແຈ້ງ ເທົ່ານັ້ນ.

  • ດັ່ງນັ້ນ ສິນຄ້າທີ່ຜະລິດຈາກຟາມຄອບຄົວຂອງທ່ານແສງແກ້ວ ນອກຈາກຈະຂາຍສົ່ງອອກຕະຫຼາດ ພາຍໃນແຂວງ ແລະ ເມືອງແລ້ວ ເພິ່ນຍັງໄດ້ມີການຂາຍຍ່ອຍຢູ່ພາຍໃນເຮືອນຂອງເພິ່ນຕື່ມອີກ ເປັນຕົ້ນ ໄຂ່ໄກ່, ປາ ແລະ ຊີ້ນໝູ ສະໜອງໃຫ້ແກ່ປະຊາຊົນພາຍໃນບ້ານ ແລະ ບ້ານໃກ້ຄຽງໄດ້ບໍລິໂພກໃນລາຄາຍ່ອມເຍົາ ເພື່ອອໍານວຍຄວາມສະດວກ ແລະ ຍັງເປັນການຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ສັງຄົມຕື່ມອີກ, ໃນປີ 2023 ຜ່ານມານີ້ ຄອບຄົວຂອງ ທ່ານ ແສງແກ້ວ ສາມາດສ້າງລາຍຮັບເຂົ້າຄອບຄົວຂອງຕົນເອງໄດ້ທັງໝົດປະມານ 1,600 ລ້ານກວ່າກີບ.(ໜຶ່ງພັນຫົກຮ້ອຍລ້ານກ່ວາກີບ). ພ້ອມນັ້ນ ທ່ານແສງແກ້ວ ຍັງໄດ້ກ່າວຕໍ່ນັກຂ່າວພວກເຮົາວ່າ ປະຈຸບັນນີ້ ຍັງມີແຜນຈະຂະຫຍາຍຟາມ ແລະ ຜະລິດໝູໃຫ້ໄດ້ປີໜຶ່ງຫຼາຍກ່ວາ 900 ໂຕ ເພື່ອສະໜອງໃຫ້ຕະຫຼາດ ທົ່ວແຂວງໄຊສົມບູນ ແລະ ຄາດການວ່າຈະລ້ຽງໝູແມ່ພັນ ເພື່ອຜະລິດໝູນ້ອຍມາລ້ຽງພາຍໃນຟາມຕົນເອງບໍ່ໃຫ້ໄດ້ຊື້ຈາກຜູ້ອື່ນ, ເພື່ອເປັນການລຸດຜ່ອນຕົ້ນທືນລົງ ນອກນັ້ນກໍ່ຈະໄດ້ແບ່ງປັນຂາຍໃຫ້ກັບປະຊາຊົນທີ່ມີຄວາມສົນໃຈຢາກລ້ຽງໝູນຳອີກ.
  • ໃນນາມຜູ້ຂຽນຂໍສະຫຼຸບວ່າ ການຜະລິດກະສິກຳເປັນສິນຄ້າ ເຫັນວ່າຄອບຄົວຂອງທ່ານ ແສງແກ້ວ ມີເສດຖະກິດດີຂຶ້ນ, ເຮັດໃຫ້ຊີວິດການເປັນຢູ່ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້, ນີ້ກໍ່ຍ້ອນຄວາມດຸໝັ່ນ ຊື່ສັດ ປະຍັດ ແລະ ອົດທົນ ບວກກັບຄວາມມີຫົວຄິດປະດິດສ້າງ ກ້າເຮັດກ້າຕັດສິນໃຈ, ສູ້ຊົນຜ່ານພາທຸກຄວາມຫຍຸ້ງຍາກມາ ຈຶ່ງເຮັດໃຫ້ຄອບຄົວຂອງທ່ານ ແສງແກ້ວ ແຂກພິມມ່ວງ ມີເສດຖະກິດດີຂຶ້ນແບບກ້າວກະໂດດ ແລະ ຍັງສາມາດເປັນຄອບຄົວຕົວແບບທີ່ໂດດເດັ່ນ, ເປັນແບບຢ່າງນຳໜ້າຢ່າງເປັນຮູບປະທຳໃນການສ້າງເສດຖະກິດຄອບຄົວ, ສາມາດນຳເອົາໄປເປັນບົດຮຽນໃຫ້ແກ່ຄອບຄົວອື່ນໆ ທີ່ຕ້ອງການສ້າງເສດຖະກິດຄອບຄົວຕົນເອງໃຫ້ໝັ້ນຄົງ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ.

…………..@@@……………….

ຂໍ້ມູນຈາກ: ວຽງໃຈ ຄໍາມະນີວົງ

ບ.ກ: ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa