ກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນ ຄັ້ງທີ 19 ສະໄໝທີ l ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ເມສາ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງາຍພັກແຂວງ, ເຈົ້າແຂວງໄຊສົມບູນ, ມີຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມ.
ໂອກາດນີ້ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ກອງປະຊຸມ ຄັ້ງນີ້ ເພື່ອທົບທວນຄືນການຈັດຕັ້ງປະຕິບັດມ້ວນທ້າຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກແຂວງ ເວົ້າສະເພາະແມ່ນການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງ ຄັ້ງທີ 18 ສະໄໝທີ 1, ຕີລາຄາການນໍາພາ-ຊີ້ນໍາວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກ ແຂວງ ປະຈຳໄຕມາດ I ແລະ ຄົ້ນຄວ້າວາງທິດທາງແຜນການໄຕມາດ II ປີ 2025 ພ້ອມນີ້ ສະຫາຍຍັງໄດ້ຮຽກຮ້ອງມາຍັງບັນດາຜູ້ເຂົ້າຮ່ວມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ, ປະຊາທິປະໄຕ, ສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າ ປະກອບຄໍາຄິດຄໍາເຫັນໃສ່ບັນດາເນື້ອໃນທີ່ນໍາມາລາຍງານໃນກອງປະຊຸມ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ເພື່ອພ້ອມກັນຊອກຫາວິທີທາງ ມາດຕະການແກ້ໄຂບັນຫາທີ່ຍັງຄົງຄ້າງ ໃນຕໍ່ໜ້າ.
ຈາກນັ້ນ ສະຫາຍ ອຸດອນ ສິງດາລາ ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການ ແຂວງໄຊສົມບູນ ໄດ້ຜ່ານຮ່າງບົດສະຫຼຸບ ຕີລາຄາການນໍາພາ-ຊີ້ນໍາວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກ ແຂວງ ປະຈຳໄຕມາດ I ແລະ ທິດທາງແຜນການປະຈໍາໄຕມາດ II ປີ 2025 ຊຶ່ງຕະຫຼອດໄລຍະຜ່ານມາ ຄະນະບໍລິຫານງານພັກແຂວງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວແຂວງ, ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກຢ່າງແຂງແຮງ ໃນນີ້, ໄດ້ສຸມໃສ່ລົງຕິດຕາມ, ຊຸກຍູ້ພະນັກງານກໍາລັງປະຈຳຢູ່ 13 ບ້ານຈຸດສຸມຂອງແຂວງ, ສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ, ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ຂຶ້ນທະບຽນສຳມະໂນຄົວໃໝ່, ອອກບັດປະຈຳຕົວ ບັນລຸຕາມແຜນ, ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ສາມາດມ້າງເປົ້າໝາຍຄ້າ-ຂາຍ ຢາເສບຕິດ ກັກຕົວຜູ້ກະທຳຜິດໄດ້ 25 ຄົນ, ຢຶດຂອງກາງຢາບ້າໄດ້ 7.000 ກວ່າເມັດ, ທຳລາຍສວນຢາຝິ່ນ 2 ຈຸດ ໃນເນື້ອທີ່ 200 ຕາແມັດ, ຢຶດອາວຸດເຖື່ອນ ໄດ້ 6 ກະບອກ, ດ້ານວຽກງານເສດຖະກິດ ມີໂຄງການລົງທຶນຂອງລັດ ທັງໝົດ 170 ໂຄງການ, ມູນຄ່າ 177 ຕື້ກວ່າກີບ, ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 998 ຕື້ກວ່າກີບ ພ້ອມນີ້ ກໍໄດ້ເອົາໃຈໃສ່ຊຸກຍູ້ການຮຽນ-ການສອນຂອງບັນດາໂຮງຮຽນໃຫ້ປົກກະຕິ, ຮັບປະກັນຄຸນນະພາບສູງກວ່າເກົ່າ, ສຸມໃສ່ແກ້ໄຂບັນຫາການປະລະການຮຽນ, ການບໍລິການດ້ານສາທາລະນະສຸກໃຫ້ທົ່ວເຖິງ, ຮັບປະກັນການບໍລິການປິ່ນປົວວ່ອງໄວ, ທັນໃຈ ແລະ ມີຄຸນນະພາບ, ທົ່ວແຂວງມີນັກທ່ອງທ່ຽວ ເຂົ້າມາທ່ຽວຊົມແຂວງໄຊສົມບູນໄດ້ 4.800 ເທື່ອຄົນ, ສ້າງລາຍຮັບໄດ້ 83.370 ໂດລາສະຫະລັດ ພ້ອມນີ້ ກອງປະຊຸມຍັງໄດ້ຮັບຟັງການປະກອບຄຳເຫັນຈາກພາກສ່ວນຕ່າງໆ ເຊັ່ນ : ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ຮັບຟັງການກະກຽມ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກທົ່ວແຂວງ ຕື່ມອີກ. ກອງປະຊຸມຄັ້ງນີ້ ຈະດຳເນີນເປັນເວລາ 2 ວັນ ຈຶ່ງຈະສຳເລັດ.