ຄະນະຜູ້ແທນ ອົງການຜູ້ຕາງໜ້າກະຊວງ ປກສ ຫວຽດນາມ ປະຈໍາຢູ່ ສປປ ລາວ ເຂົ້າພົບປະ ຄະນະນໍາແຂວງໄຊສົມບູນ

ເນື່ອງໃນໂອກາດທີ່ ສະຫາຍ ພົຈວ ດາວ ຊວັນ ເລິ່ນ, ຫົວໜ້າອົງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫົງບ ຫວຽດນາມ ປະຈໍາຢູ່ ສປປ ລາວ ພ້ອມດ້ວຍຄະນະ ລົງມາເຄື່ອນໄຫວວຽກງານຢູ່ແຂວງໄຊສົມບູນ ສະຫາຍພ້ອມດ້ວຍຄະນະ ໄດ້ຖືໂອກາດດັ່ງກ່າວເຂົ້າພົບປະ ຄະນະນໍາຂອງແຂວງໃນຕອນບ່າຍຂອງວັນທີ 20 ສິງຫາ ນີ້ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ ໂດຍການຕ້ອນຮັບຂອງ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ສະຫາຍ ພົຈວ ດາວ ຊວັນ ເລິ່ນ ໄດ້ກ່າວວ່າ ຈຸດປະສົງທີ່ ສະຫາຍ ພ້ອມດ້ວຍຄະນະ ລົງມາເຄື່ອນໄຫວວຽກງານ ຢູ່ແຂວງໄຊສົມບູນ ໃນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍເນື້ອໃນການຮ່ວມມື ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ກັບ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ແລະ ການຮ່ວມມືລະຫວ່າງ ກອງບັນຊາການ ປກສ ແຂວງໄຊສົມບູນ ກັບ ກອງບັນຊາການ ປກສ ແຂວງຂອງ ສສ ຫຽດນາມ ປະຈໍາປີ 2024 ໃຫ້ມີປະສິດທິຜົນ ພ້ອມທັງສືບຕໍ່ສົມທົບຢ່າງແໜ້ນແຟ້ນ ກັບບັນດາກອງບັນຊາການ ປກສ ຂັ້ນທ້ອງຖີ່ນ ເພື່ອແລກປ່ຽນບົດຮຽນດ້ານວຽກງານຕ່າງໆ ເປັນຕົ້ນແມ່ນສະພາບເສດຖະກິດ-ສັງຄົມ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງແຂວງ, ການແກ້ໄຂບັນຫາ ແລະ ມ້າງເພທໍາລາຍເຄືອຂ່າຍຊື້-ຂາຍ ຢາເສບຕິດ, ທ່າແຮງບົ່ມຊ້ອນ, ຄວາມຕ້ອງການໃນການຮ່ວມມື ແລະ ອື່ນໆອີກ. ພ້ອມນີ້ ທັງສອງຝ່າຍຍັງໄດ້ລາຍງານສະພາບການເຄື່ອນໄຫວວຽກງານຂອງຕົນ ເປັນຕົ້ນແມ່ນວຽກງານພົວພັນຮ່ວມມື ລະຫວ່າງ ສອງຊາດລາວ-ຫວຽດ ນາມ ໂດຍສະເພາະແຂວງໄຊສົມບູນ ກັບບັນດາແຂວງຂອງ ສສ ຫວຽດນາມ ທີ່ໄດ້ໃຫ້ການຊຸກຍູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະຫຼອດໄລຍະຜ່ານມາ ໃຫ້ອີກຝ່າຍໄດ້ຮັບຊາບ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa