ຄະນະໂຄສະນາອົບຮົມແຂວງໄຊສົມບູນ,ຈັດພິທີຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ພະນັກງານຫຼັກແຫຼງ ຢູ່ເມືອງທ່າໂທມ

ໃນຕອນເຊົ້າຂອງວັນທີ 28 ສິງຫາ 2024ທີ່ຫ້ອງປະຊຸມອົງການປົກຄອງເມືອງທ່າໂທມ, ຄະນະໂຄສະນາອົບຮົມແຂວງໄຊສົມບູນ,ໄດ້ຈັດພິທີຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ພະນັກງານຫຼັກແຫຼງ ຢູ່ເມືອງທ່າໂທມ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ຄໍາສີ ສິດທິວໍລະດາ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ຄໍາເປີ້ນ ໄຂຄໍາໜັ້ນ ຮອງເລຂາພັກເມືອງທ່າໂທມ, ມີຫົວໜ້າ-ຄະນະກົມກອງຫ້ອງການ ແລະ ພະນັກງານຫຼັກແຫຼງພາຍໃນເມືອງເຂົ້າຮ່ວມ. ໃນພິທີທ່ານ ຄໍາເປີ້ນ ໄຂຄໍາໜັ້ນ ຮອງເລຂາພັກເມືອງທ່າໂທມ ກໍ່ໄດ້ໃຫ້ກຽດກ່າວເປີດພິທີຝຶກອົບຮົມໃນຄັ້ງນີ້, ຈຸດປະສົງແມ່ນເພື່ອຝຶກອົບຮົມໃຫ້ພະນັກງານຫຼັກແຫຼງພາຍໃນເມືອງຮັບຮູ້ກ່ຽວກັບວຽກງານການໂຄສະນາ-ປະຖະກະຖາຕ່າງໆ, ເປັນຕົ້ນວຽກງານການໂຄສະນາແມ່ນການເຄື່ອນໄຫວເຜີຍແຜ່ຄວາມຮູ້,ສະຕິປັນຍາ, ສະພາບການ ແລະ ຄຸນຄ່າທາງດ້ານເນື້ອໃນຈິດໃຈ, ເພື່ອກະທົບໃສ່ ເປົ້າຫມາຍແນໃສ່ເຮັດໃຫ້ຄວາມຮັບຮູ້ມີການປ່ຽນແປງ, ສ້າງໃຫ້ຄວາມເຊື້ອໜັ້ນ, ບໍາລຸງ ແລະ ການສ້າງອາລົມຈິດ, ມານະຈິດ, ປຸກລະດົມ ແລະຂົນຂວາຍມະຫາຊົນໃຫ້ມີຄວາມຕື້ນຕົວໃນການຈັດຕັ້ງປະຕິບັດຕາມຄວາມຮຽກຮ້ອງຕ້ອງການ ແລະໜ້າທີ່ການເມືອງ ໃນແຕ່ລະໄລຍະ.

ວຽກງານໂຄສະນາ ແມ່ນມີໜ້າທີ່ຄວາມຮັບຜິດຊອບ ຂອງທຸກການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ສັງຄົມເວົ້າລວມ, ເວົ້າສະເພາະ ແມ່ນພະນັກງານ, ສະມາຊິກພັກໂດຍສະເພາະການນໍາ ຂອງພັກທຸກຂັ້ນ, ທຸກຂະແໜງການ ແລະ ທ້ອງຖິ່ນ ມີສ່ວນຮ່ວມຮັບຜິດຊອບໂດຍກົງໂດຍແມ່ນເປັນເສນາທິການ ແລະ ເປັນໃຈກາງໃນການສັງລວມປະສານງານ ຂອງພະນັກງານໂຄສະນາ ແລະ ຖັນແຖວພະນັກງານທີ່ຮັບຜິດຊອບວຽກງານການເມືອງ – ແນວຄິດຂອງທຸກຂັ້ນ, ທຸກຂະແໜງການ. ໃນພິທີຝຶກອົບຮົມໃນຄັ້ງນີ້ ທ່ານ ນາງ ຄໍາສີ ສິດທິວໍລະດາ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ເປັນກຽດຂື້ນຝຶກອົບຮົມ ວຽກງານໂຄສະນາ-ປາຖະກະຖາ ໃຫ້ພະນັກງານຫຼັກແຫຼງ ເປັນຕົ້ນ: ບັນຫາພື້ນຖານວຽກງານໂຄສະນາ, ຄຸນລັກສະນະ ແລະ ສີລະປະການເວົ້າ, ການໂຄສະນາຜ່ານສື່, ບັນດານິຕິກໍາ ແລະ ບົດຮຽນໃນການເຄື່ອນໄຫວໂຄສະນາ ໃຫ້ຜູ້ເຂົ້າຮ່ວມເພື່ອແລກປ່ຽນບົດຮຽນ.

ໃນຕອນທ້າຍພິທີ ທ່ານ ຄໍາເປີ້ນ ໄຂຄໍາໜັ້ນ ຮອງເລຂາພັກເມືອງທ່າໂທມ ກໍ່ໄດ້ມີຄໍາເຫັນໂອ້ລົມ ທ່ານໄດ້ຍ້ອງຍໍຊົມເຊີຍມາຍັງຄະນະໂຄສະນາອົບຮົມແຂວງພ້ອມດ້ວຍທິມງານທີ່ມາຝຶກອົບຮົມ ວຽກງານໂຄສະນາ-ປາຖະກະຖາ ໃຫ້ພະນັກງານຫຼັກແຫຼງ ຢູ່ເມືອງທ່າໂທມ, ເຊີ່ງການຝຶກອົບຮົມໃນຄັ້ງນີ້ມີຄວາມໝາຍຄວາມສໍາຄັນ ເພາະວຽກງານໂຄສະນາແມ່ນໜ້າທີ່ຄວາມຮັບຜິດຊອບ ຂອງທຸກການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ສັງຄົມເວົ້າລວມ, ເວົ້າສະເພາະ ແມ່ນພະນັກງານ, ສະມາຊິກພັກໂດຍສະເພາະການນໍາ ຂອງພັກທຸກຂັ້ນ, ທຸກຂະແໜງການ ເປັນການປຸກລະດົມການເຜີຍແຜ່, ຂໍ້ມູນຂ່າວສານທາງດ້ານການເມືອງ, ເສດຖະກິດ-ສັງຄົມ, ວັດທະນະທໍາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ໂຄສະນາຜ່ານສື່ຕ່າງໆ ແລະ ທ່ານໄດ້ຮຽກຮ້ອງມາຍັງທຸກທ່ານທີ່ເຂົ້າຮ່ວມໃນຄັ້ງນີ້ ຈົ່ງເອົາຄວາມຮູ້ທີ່ຝຶກອົບຮົມໃນຄັ້ງນີ້ໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມແນວທາງຂອງພັກ-ລັດ ແລະ ທ່ານໄດ້ກ່າວປິດພິທີຝຶກອົບຮົມໃນຄັ້ງນີ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa