ຄະນະໂຄສະນາອົບຮົມແຂວງໄຊສົມບູນ ໄດ້ພົບປະການນໍາເມືອງ ແລະ ຕິດຕາມ, ຊຸກຍູ້ວຽກງານຮອບດ້ານ ຢູ່ຄະນະໂຄສະນາອົບຮົມເມືອງລ້ອງແຈ້ງ

ໃນຕອນບ່າຍຂອງວັນທີ 3 ກັນຍາ 2024 ນີ້ ທ່ານ ນາງ ຄໍາສີ ສິດທິວໍລະດາ, ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍທີມງານ ລົງເຄື່ອນໄຫວພົບປະ ສະຫາຍເລຂາພັກເມືອງ, ເຈົ້າເມືອງ ເມືອງລ້ອງແຈ້ງ ແລະ ເຮັດວຽກກັບຄະນະໂຄສະນາອົບຮົມເມືອງລ້ອງແຈ້ງ.

ຈຸດປະສົງການເຂົ້າພົບປະ ແລະ ເຮັດວຽກໃນຄັ້ງນີ້​ ເພື່ອຍົກໃຫ້ເຫັນພາລະບົດບາດຄວາມໝາຍສໍາຄັນຂອງວຽກງານການເມືອງ-ແນວຄິດ ໂດຍສະເພາະວຽກງານໂຄສະນາ-ປາຖະກະຖາ, ຄົ້ນຄ້ວາສັງລວມ-ຫາງສຽງ-ສັງຄົມ. ພ້ອມກັນນັ້ນ, ທັງເປັນການກະກຽມຈັດຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງຂອງເມືອງ ຕະຫຼອດຮອດປະຊາຊົນບັນດາເຜົ່າ  ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ນັກໂຄສະນາ-ປາຖະກະຖາ ແລະ ຜູ້ທີ່ເຮັດວຽກງານເກັບກໍາສະພາບຫາງສຽງ-ສັງຄົມ.

ພ້ອມກັນນັ້ນ ທ່ານ ນາງ ທອງພັນ ແກ້ວມັງ ກໍ່ໄດ້ຜ່ານບົດສະຫຼຸບ ຕີລາຄາການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ພ້ອມທັງປະກອບຄໍາຄິດ, ຄໍາເຫັນ, ແລກປ່ຽນຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ ໃນການແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດໃຫ້ດີຂຶ້ນ. ທ້າຍນີ້ ທ່ານ ນາງ ຄໍາສີ ສິດທິວໍລະດາ, ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄໍາເຫັນກ່າວສະແດງຄວາມຍ້ອງຍໍຊົມເຊີຍມາ ຄະນະໂຄສະນາອົບຮົມເມືອງ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານ ທີ່ໄດ້ຮັບການມອບໝາຍຂອງຂັ້ນເທິງ  ໂດຍສະເພາະແມ່ນວຽກງານເສນາທິການໃຫ້ຄະນະພັກ, ຄະນະນໍາຂອງເມືອງ ແລະ ທ່ານໄດ້ຮຽກຮ້ອງໃຫ້ສືບຕໍ່ສຶກສາອົບຮົມວຽກງານການເມືອງ-ແນວຄິດ ຕາມພາລະບົດບາດຂອງຕົນ, ເພີ່ມທະວີການໃນການຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ, ເວົ້າລວມ, ເວົ້າສະເພາະ ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກງານໂຄສະນາ-ປາຖະກະຖາ ແລະ ວຽກງານເກັບກໍາສະພາບແນວຄິດຫາງສຽງ-ສັງຄົມ ໄດ້ຮັບປະສິດທິພາບ, ປະສິດທິຜົນສູງຂຶ້ນເລື້ອຍໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa