ໃນວັນທີ 4 ມີນາ 2025 ນີ້ ຄະນະໂຄສະນາອົບຮົມ ແຂວງ ໄຊສົມບູນ ພ້ອມດ້ວຍຄະນະໂຄສະນາອົບຮົມເມືອງຮົ່ມ ໄດ້ລົງຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ, ພ້ອມທັງເຊຶ່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ໃຫ້ກຸ່ມບ້ານພູງູ-ຫ້ວຍຊາຍ ໂດຍມີສະຫາຍ ນາງ ສຸກຊົ່ງ ຕົ່ງສື ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໄຊສົມບູນ ແລະ ສະຫາຍ ນາງ ມະນີວັນ ຢ່າທໍ່ຕູ້ ຫົວໜ້າຄະນະໂຄສະນາອົບຮົມເມືອງຮົ່ມ, ມີບັນດາສະຫາຍເລຂາພັກບ້ານ, ຄະນະບ້ານ, ແມ່ຍິງບ້ານ, ຕົວແທນຊິງຊາວເຈົ້າກົກ-ເຈົ້າເຫຼົ່າ, 5 ໜ່ວຍງານຂອງບ້ານ ເຂົ້າຮ່ວມ.
ສຳລັບເອກະສານທີ່ນໍາມາເຊຶ່ອມຊຶມຄັ້ງນີ້ມີຄື ຊາດລາວຄົນລາວ, ມູນເຊື້ອອັນສະຫງ່າລາສີ, ລະບົບການເມືອງ-ການປົກຄອງຢູ່ສປປລາວ, ຍົກສູງຄວາມສາມາດການນໍາພາຂອງໜ່ວຍພັກ, ແກ້ໄຂຄວາມທຸກຍາກ ແລະ ຜະລິດເປັນສີນຄ້າ, ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງປະຊາຊົນບັນດາເຜົ່າ, ບົດບາດ ແລະ ໜ້າທີ່ຂອງຜູ້ຊົງຄຸນວຸດທິ, ເພີ່ມທະວີຄວາມສາມັກຄີເປັນປຶກແຜນ ແລະ ຄວາມສະເໝີພາບຂອງປະຊາຊົນ, ຄໍາສັ່ງແນະນໍາ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້, ຕ້ານສະກັດກັ້ນການບຸກລຸກທໍາລາຍປ່າໄມ້ທີ່ດີນ ແລະ ໄຟໄໝ້ລາມປ່າ ຫຼັງຈາກນັ້ນ ຍັງໄດ້ສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງມີຂະບວນການຟົດຟື້ນ ພ້ອມທັງມອບໃບຢັ້ງຢືນໃຫ້ນັກສາມະນາກອນທີ່ເຂົ້າຮ່ວມ. ການຝຶກອົບຮົມຄັ້ງນີ້ໃຊ້ເວລາ 2 ວັນ ຈຶ່ງຈະສຳເລັດ.