ຄະນະໂຄສະນາອົບຮົມແຂວງ ຮ່ວມກັບ ສອງພະແນກການຂອງແຂວງ ແລະ ສາມຫ້ອງການຂອງເມືອງລ້ອງແຈ້ງແຮກສ່ຽວ ກັບ ບ້ານນໍ້າຜາໃຫຍ່.

 

ຕອນເຊົ້າຂອງວັນທີ 18 ມິຖຸນາ 2025 ຢູ່ທີ່ຫ້ອງການບ້ານ ນໍ້າຜາໃຫຍ່ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໄດ້ມີພິທີເຊັນບົດບັນທຶກແຮກສ່ຽວຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ເວີນຈອນ ວົງບຸນມີ ຮອງເລຂາພັກເມືອງລ້ອງແຈ້ງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ທ່ານ ຫົງຄໍາ ພົມວິລາດ ຕາງໜ້າທິມງານ ຂັ້ນແຂວງ-ເມືອງ, ມີນາຍບ້ານ, ຄະນະບ້ານ, ກອງກໍ່ສ້າງຮາກຖານປະຈໍາບ້ານ ແລະ ມີບັນດາຂະແໜງການຂອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການລາຍງານ ຈາກນາຍບ້ານ ຊຶ່ງທ່ານໄດ້ໃຫ້ຮູ້ກ່ຽວກັບສະພາບຈຸດພິເສດບ້ານນໍ້າຜາໃຫຍ່ ມີພົນລະເມືອງທັງໝົດ 363 ຄົນ, ຍິງ 181 ຄົນ ມີ 76 ຫຼັງຄາເຮືອນ ມີ 83 ຄອບຄົວ, ມີ 3 ຊົນເຜົ່າຢູ່ຮ່ວມກັນຄື: ເຜົ່າລາວລຸ່ມ, ເຜົ່າມົ້ງ ແລະ ເຜົ່າກືມມຸ; ປະຊາຊົນພາຍໃນບ້ານມີແນວຄິດອຸ່ນອ່ຽງທຸ່ນທ່ຽງ ເຊື້ອໝັ້ນຕໍ່ແນວທາງນະໂນບາຍ ຂອງພັກ-ລັດ ແລະ ອໍານາດການປົກຄອງ, ຍາມໃດກໍ່ເອົາໃຈໃສ່ນໍາພາສຶກສາອົບຮົມການເມືອງ-ແນວຄິດໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ. ພ້ອມກັນນັ້ນ, ທ່ານ ນາງ ສຸກຊົ່ງ ຕົ່ງສື ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ຜ່ານ ຄໍາສັ່ງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການສ້າງບ້ານພັດທະນາ ທົ່ວແຂວງໄຊສົມບູນ ສະບັບເລກທີ 798/ຄປພ.ຊບ, ລົງວັນທີ 14 ເມສາ 2024; ແຜນການລົງກໍ່ສ້າງຮາກຖານການເມືອງແບບແຮກສ່ຽວ ກັບບັນດາບ້ານ ໃນທົ່ວແຂວງໄຊສົມບູນ ສະບັບເລກທີ 09/ຄປພ.ຊບ, ລົງວັນທີ 21ກຸມພາ 2025 ແລະ ມະຕິຕົກລົງ ຂອງຄະນະບໍລິຫານງານພັກແຂວງ ວ່າດ້ວຍການແບ່ງຄວາມຮັບຜີດຊອບ ໃຫ້ບັບນດາພະແນກການ, ອົງການ, ກົມກອງອ້ອມຂ້າງ, ເມືອງ ແຮກສ່ຽວກັບ ບັນດາບ້ານທົ່ວແຂວງໄຊສົມບູນ ສະບັບເລກທີ 03/ຄປພ.ຊບ, ລົງວັນທີ 10 ມັງກອນ 2025; ຈາກນັ້ນ, ທ່ານ ກູ້ລີ ໜາວເຮີ ຮອງປະທານ ສະຫະພັນກໍາມະບານແຂວງ ໄດ້ຜ່ານ ບົດບັນທຶກ ແຮກສ່ຽວລະຫວ່າງ ຄະນະໂຄສະນາອົບຮົມແຂວງ, ພະແນກການເງິນແຂວງ, ສະຫະພັນກໍາມະບານແຂວງ, ຄະນະໂຄສະນາອົບຮົມເມືອງ, ຫ້ອງການການເງິນເມືອງ, ສະຫະພັນກໍາມະບານເມືອງ ກັບ ບ້ານນໍ້າຜາໃຫຍ່  ແລະ ພິທີໄດ້ລົງນາມເຊັນບົດບັນທຶກພ້ອມກັນຈັບມືແຂ່ງຂັນ ເພື່ອຈັດຕັ້ງປະຕິບັດຕາມຄາດໝາຍສູ້ຊົນທີ່ວາງໄວ້.

ທີ່ສໍາຄັນ, ຄະນະປະທານ ໄດ້ມີຄໍາເຫັນໂອ້ລົມ ຊຶ່ງທ່ານໄດ້ເນັ້ນໜັກ ໃຫ້ຜູ້ເຂົ້າຮ່ວມໃນຄັ້ງນີ້ ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດແຜນຍຸດທະສາດ ການຫັນລົງກໍ່ສ້າງຮາກຖານການເມືອງແບບໃໝ່ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍຫັນລົງກໍ່ສ້າງຮາກຖານການເມືອງ ແບບແຮກສ່ຽວ ຕາມສາຍຕັ້ງ ເພື່ອໃກ້ຊິດຕິດແທດກັບບ້ານ, ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ປະຊາຊົນບັນດາເຜົ່າ ໃຫ້ມີຄວາມຮັບຮູ້, ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ໂດຍສະເພາະວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ເຮັດໃຫ້ບ້ານມີຄວາມສະຫງົບປອດໄພ, ເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໄດ້ຮັບການປັບປຸງດີຂຶ້ນ, ເຮັດໃຫ້ລະບົບການເມືອງ ແລະ ການປົກຄອງບ້ານມີຄວາມເຂັ້ມແຂງ, ມີແບບແຜນວິທີເຮັດວຽກ, ວິທີນໍາພາ, ປັບປຸງກົງຈັກການຈັດຕັ້ງບ້ານ ໃຫ້ມີຄວາມໜັກແໜ້ນ ເພື່ອນໍາພາການຈັດຕັ້ງປະຕິບັດໜ້າທີວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ; ສຶບຕໍ່ເອົາໃຈໃສ່ ສ້າງຄວາມສາມັກຄີລະຫວ່າງບັນດາພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ, ເມືອງ ແລະ ບ້ານ ໃຫ້ແໜ້ນແຟ້ນ, ຊ່ວຍກັນພັດທະນາບ້ານ, ເພື່ອລຶບລ້າງຄວາມທຸກຍາກຂອງປະຊາຊົນ ໃຫ້ຫຼຸດນອຍຖອຍລົງເທື້ອລະກ້າວ, ສ້າງໜ່ວຍພັກບ້ານ ໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa