ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມພິທີປ່ອຍປາ ຢູ່ສູນນໍ້າປາຈາດ ເມືອງລ້ອງຊານ ແຂວງໄຊສົມບູນ

ໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2024 ຜ່ານມານີ້ ຢູ່ທີ່ສູນນໍ້າປາຈາດ ເມືອງ ລ້ອງຊານ ແຂວງໄຊສົມບຸນ ໄດ້ຈັດພິທີປ່ອຍປາຂື້ນ ໂດຍເປັນປະທານຂອງທ່ານ ພົມມາແກ້ວບົວພາ ເຈົ້າເມືອງລ້ອງຊານ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ.

ໃນພີທີ ທ່ານ ພຸດຊົ່ງ ຕົງນາມມະວົງ ຫົວໜ້າຫ້ອງການກະສີກຳ ແລະ ປ່າໄມ້ເມືອງລ້ອງຊານ ໄດ້ລາຍງານ ໂດຍຫຍໍ້ວ່າ: ຈຸດປະສົງໃນຄັ້ງນີ້ ຊື່ງແມ່ນວັນປ່ອຍປາ ແລະ ອະນຸລັກສັດນໍ້າສັດປ່າ ໂດຍຜ່ານການກຳນົດຂັ້ນ ແຂວງລົງສູ້ຂັ້ນເມືືອງ ໃນນັ້ນ ຈື່ງໄດ້ຈັດພີທີປ່ອຍປາທຸກໆປີ ຂອງວັນທີ 13 ກໍລະກົດ ຊື່ງໃນການປ່ອຍປາປີນີ້ ທາງຫ້ອງການກະສີກຳ ແລະ ປ່າໄມ້ໄດ້ປ່ອຍ ປານິນ 5.000ໂຕເພື່ອປ່ອຍສູ່ສູນນໍ້າປາຈາດ ໃນນັ້ນ ກໍ່ມີບໍລີສັດ ເດັນທອງໄດ້ປະກອບສ່ວນປານີນ 2000ໂຕ ເພື່ອມອບໃຫ້ ສອງບ້ານຄື ບ້ານໂພນໄຊ ແລະ ນາໄຊຄຸ້ມຄອງ ນໍາໄປປ່ອຍຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ນອກຈາກນັ້ນ ການນຳເມືອງ ແລະ ບັນດາແຂກຖືກເຊີນຈາກແຂວງ-ເມືອງ ກໍ່ໄດ້ນໍາເອົາລູກປາໄປປ່ອຍລົງໃສ່ໜອງຂອງສູນນໍ້າປາຈາດຢ່າງເປັນຂະບວນຝົດຟື້ນ.

ວາລະທ້າຍໄດ້ຮັບຟັງທ່ານ ພົມມາ ແກ້ວບົວພາ ເຈົ້າເມືອງລ້ອງຊານມີຄຳເຫັນຕໍ່ພີທີດັ່ງກ່າວ ທ່ານໄດ້ໃຫ້ຍົກເຫັນວ່າ: ພີທີທີມີຄວາມໜາຍຄວາມສຳຄັນ ໃນການປ່ອຍປ່າຄັ້ງນີ້ ກໍ່ແມ່ນວັນໜຶ່ງທີສຳຄັນຕໍ່ອົງການຈັດຕັ້ງ ແລະ ພາກສ່ວນກ່ຽວຂ້ອງ ຕ້ອງໄດ້ປ່ອຍປາ ເພື່ອເປັນການລະນຶກ ແລະ ເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ ກ່ຽວກັບລະບຽບ ກົດໝາຍ ໃນການອະນຸລັກສັດນໍ້າ, ສັດປ່າເພື່ອຝື້ນຝູ, ທົບແທນຜົນເສຍຫາຍທາງທໍາມະຊາດ ແລະ ການຖືກທໍາລາຍຂອງສັງຄົມໃຫ້ມີຄວາມສົມບູນດີຂື້ນເທື່ອລະກ້າວ ຕາມແນວທາງນະໂຍບາຍຂອງພັກ ແລະ ລະບຽບ-ກົດໝາຍຂອງລັດກໍານົດໃຫ້ເປັນຢ່າງດີ ໃນນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໂດຍສະເພາະແມ່ນພາກສ່ວນກ່ຽວຂ້ອງ ຈົ່ງປົກປັກຮັກສາບັນດາລູກປາທີ່ໄດ້ປ່ອຍໄປນັັັັັັັ້ນໃຫ້ເປັນຢ່າງດີ ຈົ່ງເປັນແບບຢ່າງ ແລະ ຫ້າມບໍ່ໃຫ້ທຸກພາກສ່ວນນຳໃຊ້ເຄື່ອງອຸປະກອນທີ່ບໍຖືກຕ້ອງໄປຫາປາ ເພື່ອເຮັດໃຫ້ສັງຄົມໄດ້ຊົມໃຊ້ໄປນານໆ ແລະ ມີຄວາມຍືນຍົງຕະຫຼອດໄປ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa