ຄະນະໂຄສະນາອົບຮົມແຂວງ ເຊື່ອມຊຶມເອກະສານ

ໃນຕອນເຊົ້າ ຂອງວັນທີ 19 ມິຖຸນາ 2024 ທີ່ຜ່ານມານີ້ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່, ໃຫ້ສະມາຊິກພັກ-ພະນັກງານລັດຖະກອນ ພາຍໃນ ໂດຍການເປັນປະທານຂອງທ່ານ ນາງ ຄໍາສີ ສິດທິວໍລະດາ. ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໂດຍມີຜູ້ເຂົ້າຮ່ວມທັງໝົດ 9 ທ່ານ, ຍິງ 3 ທ່ານ. ຊຶ່ງໃນນີ້ ກໍເພື່ອໃຫ້ພະນັກງານຂອງຕົນ ໄດ້ຮັບຮູ້ເຂົ້າໃຈ ແລະ ສາມາດກໍາໄດ້ເນື້ອໃນຈິດໃຈ ຂອງ ມະຕິ ດັ່ງກ່າວ, ໃຫ້ມີຄວາມໜັກແໜ້ນອັນເປັນແນວທາງພື້ນຖານຂອງພັກເຮົາ ເຮັດໃຫ້ສາມາດຮັບມືກັບບັນຫາຕ່າງໆທີ່ເກີດຂຶ້ນ ຢູ່ພາຍໃນ ແລະ ຜົນສະທ້ອນຈາກສະພາບແວດລ້ອມພາຍນອກ ເພື່ອຍົກລະດັບຄວາມສາມາດດ້ານການບໍລິຫານຈັດການ, ພັດທະນາເສດຖະກິດ ຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ເຊິ່ງຈະເປັນເງື່ອນໄຂພຶ້ນຖານຮັບະກັນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທັງໃນໄລຍະສັ້ນ ແລະ ໄລຍະຍາວ ກໍ່ຄືການພັດທະນາເສດຖຖະກິດຕະຫຼາດ ຕາມທິດສັງຄົົມນິຍົມ ຢູ່ປະເທດເຮົາ ໃຫ້ນັບມື້ນັບເປັນຮູບປະທໍາຍິ່ງຂຶ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa