ຄະນະໂຄສະນາອົບຮົມແຂວງ ເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມ ຂອງຄະນະບໍລິຫານງານພັກແຂວງໄຊສົມບູນ

ໃນຕອນເຊົ້າເວລາ 8 ໂມງ ຂອງວັນທີ 23/9/2024 ນີ້ ທີ່ຫ້ອງປະຈໍາການຂອງ ຄະນະໂຄສະນາອົບຮົມແຂວງ, ໂດຍການເປັນປະທານ ຂອງທ່ານ ນາງຄໍາສີ ສິດທິວໍລະດາ, ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ.

ໃນພິທີ ທ່ານ ນາງຄໍາສີ ສິດທິວໍລະດາ ໄດ້ເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມ ຂອງຄະນະບໍລິຫານພັກແຂວງໄຊສົມບູນ ໃນການຈັດຕັ້ງປະຕິບັດວຽກງານ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2024 ໃຫ້ພະນັກງານ-ລັດຖະກອນຂອງຕົນ, ມີຜູ້ເຂົ້າຮ່ວມທັງໝົດ 10 ທ່ານ ຍິງ 3 ທ່ານ, ໃນນັ້ນ, ສະມາຊີກພັກ, ພະນັກງານ-ລັດຖະກອນໄດ້ຮັບຟັງການລາຍງານກ່ຽວກັບຂົງເຂດວຽກງານຄວາມຮັບຜິດຊອບຈາກ 13 ພະແນກການ ໃນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ເພື່ອເຮັດໃຫ້ສະມາຊີກພັກ, ພະນັກງານ-ລັດຖະກອນທັງໝົດສາມາດກໍາແໜ້ນ, ເປັນເຈົ້າການໃນການຄົ້ນຄ້ວາ ແລະ ຮັບຮູ້ພ້ອມໆກັນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa