ສ້າງຂະບວນການອອກແຮງງານລວມໃນຄັ້ງນີ້ ໂດຍມີສະມາຊິກກຳມະບານ, ແມ່ຍິງ ແລະ ຊາວໜຸ່ມ ຈາກບັນດາພະແນກການ, ອົງການ-ກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມ ແລະ ໄດ້ເຕົ້າໂຮມຢູ່ໜ້າຕຶກຫ້ອງວ່າການແຂວງໄຊສົມບູນ ພາຍຫຼັງທີ່ເປີດພິທີຢ່າງເປັນທາງການ ກໍໄດ້ແຍກກັນໄປຕັດຫຍ້າ, ເກັບຂີ້ເຫຍື້ອ ຢູ່ຕາມເສັ້ນທາງ ແລະ ສຳນັກງານຂອບເຂດຄວາມຮັບຜິດຊອບຂອງຕົນ ພາຍໃນເທດສະບານແຂວງ ເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍ, ສະອາດຈົບງາມຕາມທ້ອງຖະໜົນ ແລະ ສຳນັກງານຂອງຕົນ.
ທັງນີ້ກໍເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຂອງ 3 ອົງການຈັດຕັ້ງມະຫາຊົນ ໂດຍສະເພາະກໍຄືກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ທີ່ຈະໄດ້ຈັດຂຶ້ນໃນຕໍ່ໜ້ານີ້, ເພື່ອເຮັດໃຫ້ວັນສຳຄັນດັ່ງກ່າວເປັນຂະບວນການຟົດຟື້ນ, ກວ້າງຂວາງ. ພ້ອມນີ້ ກໍເພື່ອເປັນການສ້າງຄວາມສວຍງາມໃຫ້ແກ່ ສຳນັກງານຫ້ອງການ ແລະ ເທດສະບານເມືອງອະນຸວົງ ກໍຄືແຂວງໄຊສົມບູນ ສ້າງຄວາມປະທັບໃຈ ໃຫ້ບັນດານັກທ່ອງທ່ຽວ ທີ່ຈະເຂົ້າມາທ່ອງທ່ຽວແຂວງໄຊສົມບູນ ໃນຕໍ່ໜ້າ ແລະ ຍັງເປັນການສ້າງຈິດສຳນຶກໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນແຂວງໄຊສົມບູນ ພ້ອມທັງເປັນແບບຢ່າງທີ່ດີ ໃຫ້ແກ່ລູກຫລານຜູ້ເກີດໃຫມ່ໃຫຍ່ລຸນ ໃຫ້ມີມູນເຊື້ອດຸໝັ່ນຂະຫຍັນພຽນ, ມີນໍ້າໃຈມັກຮັກໃນການອອກແຮງງານ ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຮັກທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມກັນສ້າງແຂວງໄຊສົມບູນ ໃຫ້ມີຄວາມສວຍສົດງົດງາມ ສະອາດງາມຕາ ເປັນທີ່ດຶງດູດຈິດໃຈ ໃຫ້ແກ່ຜູ້ທີ່ໄດ້ເຂົ້າມາຍ້ຽມຢາມ ໃຫ້ຢາກເຂົ້າມາທ່ຽວຊົມອີກໃນຄັ້ງຕໍ່ໄປ.