ໃນລະຫວ່າງວັນທີ 15 ພຶດສະພາ 2025 ຜ່ານມາ ຄະນະໂຄສະນາອົບຮົມແຂວງໄຊສົມບູນ ໄດ້ລົງສົມທົບກັບ ຄະນະໂຄສະນາອົບຮົມເມືອງ ທ່າໂທມ ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ປະຊາຊົນ ຢູ່ກຸ່ມບ້ານໄຊຈະເລີນ ເມືອງທ່າໂທມ ແຂວງໄຊສົມບູນ ໂດຍການເປັນປະທານຂອງທ່ານ ນາງ ຄໍາສີ ສິດທິວໍລະດາ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ສຸພີ ສີລີລັດ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງທ່າໂທມ, ມີທ່ານ ບຸນໜັກ ຈັນທະເສນ, ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງທ່າໂທມ, ມີບັນດາສະຫາຍ ເລຂາພັກບ້ານ, ນາຍບ້ານ, ຫົວໜ້າຊິງຊາວ, ເຈົ້າກົກເຈົ້າເຫຼົ່າ, ພະນັກງານບໍານານ, 5 ໜ່ວຍງານຂອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ.
ການເຜີຍແຜ່ເຊື່ອມຊຶມເອກະສານຄັ້ງນີ້ປະກອບມີ 3 ເອກະສານ, ໃນນັ້ນໄດ້ແບ່ງຄວາມຮັບຜິດຊອບ ເອກະສານດັ່ງນີ້: ເອກະສານ ບົດບາດ ແລະ ໜ້າທີ່ຂອງຜູ້ຊົງຄຸນວຸທິບັນດາເຜົ່າ, ທ່ານ ສຸພີ ສີລີລັດ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດ ເມືອງທ່າໂທມ ຮັບຜິດຊອບ, ເອກະສານ ເສີມຂະຫຍາຍມູນເຊື້ອອັັນສະຫງ່ານລາສີ ຂອງປະຊາຊົນບັນດາເຜົ່າ ແລະ ເອກະສານ ເພີ່ມທະວີຄວາມສາມັກຄີເປັນປືກແຜນ ແລະ ຄວາມສະເໜີພາບຂອງປະຊາຊົນລາວບັນດາເຜົ່າ ທ່ານ ນາງ ຄໍາສີ ສິດທິວໍລະດາ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຮັບຜິດຊອບ ພ້ອມດຽວກັນນັ້ນກໍ່ໄດ້ຖອດຖອນແລກປ່ຽນບົດຮຽນນໍາບັນດາບ້ານຢ່າງເປັນຂະບວນການຟົດຟື້ນ.