ຄະນະໂຄສະນາອົບຮົມແຂວງ ໄຊສົມບູນ ໄດ້ຈັດກອງປະຊຸມປະເມີນຜົນງານພະນັກງານ-ລັດຖະກອນ ປະຈຳປີ 2024


ຄະນະໂຄສະນາອົບຮົມແຂວງ ໄຊສົມບູນ ໄດ້ຈັດກອງປະຊຸມປະເມີນຜົນງານພະນັກງານ-ລັດຖະກອນ ປະຈຳປີ 2024 ຂຶ້ນໃນວັນທີ 15 ຕຸລາ 2024 ນີ້ ທີ່ຫ້ອງປະຊຸມຂອງຕົນ ຫ້ອງ 410 ໂດຍການເປັນປະທານຂອງທ່ານ ນາງ ຄໍາສີ ສິດທິວໍລະດາ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄຊສົມບູນ, ມີຄະນະກຳມະການປະເມີນຂັ້ນແຂວງ ຈາກ 3 ພາກສ່ວນ, ພ້ອມດ້ວຍ ພະນັກງານ, ສະມາຊິກພັກ ຂອງຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ປະທານ ໄດ້ມີຄຳເຫັນຕໍ່ກອງປະຊຸມ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ດຳເນີນໄປຢ່າງເປັນລະບົບ ຖືກຕ້ອງ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ຮັບປະກັນຄວາມເປັນເອກະພາບ ແລະ ຖືກຕ້ອງກັບຄວາມເປັນຈິງ ແນໃສ່ເຮັດໃຫ້ວຽກງານປະເມີນຜົນງານ ແລະ ຄຸມຄອງຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃນຂອບເຂດທົ່ວປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ພ້ອມນີ້ ທ່ານ ຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຈົ່ງພ້ອມກັນຄົ້ນຄວ້າ ປະກອບຄຳເຫັນ ແລະ ຕໍານິ ກໍ່ສ້າງຊ່ວຍ ເຫຼືອຊຶ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ ແລະ ພາວະວິໄສ ຊຶ່ງການປະເມີນໃນຄັ້ງນີ້ ແມ່ນໄດ້ມີມາດຕະຖານວັດແທກ ການປະເມີນຜົນ ການປະຕິບັດໜ້າທີ່ວຽກງານຄື: ດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ດ້ານຄວາມຮູ້- ຄວາມສາມາດ ແລະ ປະສົບການ ດ້ານຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ.

ຈາກນັ້ນ ແຕ່ລະທ່ານ ກໍໄດ້ຜ່ານໃບເກັບກ່ຽວຜົນງານຂອງຕົນເອງ ແລະ ໃຫ້ໝູ່ຄະນະໄດ້ປະກອບຄຳຄິດ ຄຳເຫັນ ຕໍານິຕິຊົມ, ກໍ່ສ້າງຊ່ວຍເຫຼືອເຊີ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດີຂຶ້ນກ່ວາເກົ່າໃນຕໍ່ໜ້າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa