ຈັດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ແລະ ວຽກງານສັງລວມ-ຫາງສຽງສັງຄົມ ຢູ່ເມືອງລ້ອງແຈ້ງ

ໃນລະຫວ່າງວັນທີ 4-5 ກັນຍາ 2024 ຜ່ານມາ ຄະນະໂຄສະນາອົບຮົມແຂວງໄຊສົມບູນ, ໄດ້ລົງຈັດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ແລະ ສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານຫຼັກແຫຼ່ງ ຢູ່ເມືອງລ້ອງແຈ້ງ;ໂດຍການເປັນປະທານຂອງທ່ານ ນາງ ຄໍາສີ ສິດທິວໍລະດາ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ບຸນຜອງ ຄໍາມະນີວົງ ເລຂາພັກເມືອງ, ເຈົ້າເມືອງໆລ້ອງແຈ້ງ, ມີບັນດາຫົວໜ້າ-ຄະນະກົມກອງຫ້ອງການ ແລະ ພະນັກງານກໍ່ສ້າງຮາກຖານ ຕະຫຼອດຮອດເລຂາພັກບ້ານທົ່ວເມືອງເຂົ້າຮ່ວມ.

ໂອກາດນີ້ ທ່ານ ບຸນຜອງ ຄໍາມະນີວົງ ເລຂາພັກເມືອງ, ເຈົ້າເມືອງໆລ້ອງແຈ້ງ, ກໍ່ໄດ້ໃຫ້ກຽດກ່າວເປີດພິທີຝຶກອົບຮົມໃນຄັ້ງນີ້, ກ່ອນອື່ນ ທ່ານໄດ້ຍ້ອງຍໍຊົມເຊີຍມາຍັງຄະນະໂຄສະນາອົບຮົມແຂວງພ້ອມດ້ວຍທິມງານທີ່ມາຝຶກອົບຮົມ ໃຫ້ພະນັກງານຫຼັກແຫຼ່ງ ຂອງເມືອງລ້ອງແຈ້ງ ທີ່ຖືກຕ້ອງຕາມພາລະບົດບາດຂອງຕົນ, ເປັນເສນາທີ່ການໃຫ້ແກ່ຄະນະປະຈໍາພັກແຂວງ ຖືວຽກງານການເມືອງ-ແນວຄິດເປັນກົກ.  ຈຸດປະສົງແມ່ນເພື່ອຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງພາຍໃນເມືອງລ້ອງແຈ້ງ ໄດ້ຮັບຮູ້-ເຂົ້າໃຈກ່ຽວກັບວຽກງານການໂຄສະນາ-ປະຖະກະຖາ ແລະ ສັງລວມ-ຫາງສຽງສັງຄົມ ການຈັດຝຶກອົບຮົມຄັ້ງນີ້ເປັນການເຜີຍແຜ່ຄວາມຮູ້ຕໍ່ພາລະບົດບາດຂອງຜູ້ເປັນນັກໂຄສະນາ-ປາຖະກະຖາ ແລະ ເກັບກໍາສະພາບແນວຄິດຫາງສຽງສັງຄົມ ໃຫ້ມີຄວາມຕື້ນຕົວໃນການຈັດຕັ້ງປະຕິບັດຕາມຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ການເມືອງ ໃນແຕ່ລະໄລຍະ, ສຸມໃສ່ສະຕິປັນຍາ, ສະພາບການ ແລະ ຄຸນຄ່າທາງດ້ານເນື້ອໃນຈິດໃຈ, ເພື່ອກະທົບໃສ່ ເປົ້າຫມາຍແນໃສ່ເຮັດໃຫ້ຄວາມຮັບຮູ້ມີການປ່ຽນແປງ, ສ້າງຄວາມເຊື້ອໜັ້ນ, ບໍາລຸງ ແລະ ການສ້າງອາລົມຈິດ, ມານະຈິດ, ປຸກລະດົມ ແລະຂົນຂວາຍມະຫາຊົນ ໃຫ້ມີໜ້າທີ່ຄວາມຮັບຜິດຊອບ ຂອງທຸກການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ສັງຄົມເວົ້າລວມ, ເວົ້າສະເພາະ ແມ່ນພະນັກງານ, ສະມາຊິກພັກໂດຍສະເພາະການນໍາ ຂອງພັກທຸກຂັ້ນ, ທຸກຂະແໜງການ ແລະ ທ້ອງຖິ່ນ ມີສ່ວນຮ່ວມຮັບຜິດຊອບໂດຍກົງໂດຍເປັນເສນາທິການ ແລະ ເປັນໃຈກາງໃນການສັງລວມປະສານງານ ຂອງພະນັກງານໂຄສະນາ ແລະ ເກັບກໍາສະພາບແນວຄິດຫາງສຽງສັງຄົມ ທີ່ຢູ່ໃນຄວາມຮັບຜິດຊອບເຮັດວຽກງານສຶກສາອົບຮົມການເມືອງ – ແນວຄິດໃນແຕ່ລະຂັ້ນ, ທຸກຂະແໜງການ.

ທ້າຍນີ້ທ່ານ ນາງ ຄໍາສີ ສິດທິວໍລະດາ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ເປັນກຽດຂື້ນກ່າວປິດຊຸດຝຶກອົບຮົມ ແລະ ມອບໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa