ທ່ານ ນາງ ພອນທິບ ສາວະລີ ພ້ອມດ້ວຍຄະນະ ເຂົ້າພົບປະການນຳ ແຂວງ ໄຊສົມບູນ ເພື່ອເຂົ້າຮ່ວມ ພິທີ ປະກາດແຕ່ງຕັ້ງຫົວໜ້າອົງການໄອຍະການປະຊາຊົນ ແຂວງໄຊສົມບູນ

   
ໃນຕອນເຊົ້້າຂອງວັນທີ 14 ພະຈິກ 2025 ນີ້ ທ່ານ ນາງ ພອນທິບ ສາວະລີ ຮອງຫົວໜ້າອົງການໄອຍາການປະຊາຊົນສູງສຸດ ພ້ອມດ້ວຍຄະນະ ເຂົ້າພົບປະ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເລຂາຄະນະບໍລິການງານພັກ ແຂວງໄຊສົມບູນ ເພື່ອແຈ້ງຈຸດປະສົງໃນການມາເຮັດວຽກໃນຄັ້ງນີ້ ຈາກນັ້ນ ທັງສອງ ທ່ານ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຮ່ວມ ພິທີ ປະກາດແຕ່ງຕັ້ງ ຫົວໜ້າອົງການໄອຍະການປະຊາຊົນ ແຂວງໄຊສົມບູນ ຜູ້ໃຫມ່ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳເພັດ ດວງມາລາ, ຫົວໜ້າອົງການໄອຍາການ ແຂວໄຊສົມບູນ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງ, ພ້ອມດ້ວຍພະນັກງານຂອງອົງການໄອຍະການ ປະຊາຊົນແຂວງ ແລະ ອົງການໄອຍະການປະຊາຊົນ ເຂດ 1 ແລະ ເຂດ 2 ຂອງແຂວງ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ເພັດສະໝອນ ທອງສິທາວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ອົງການໄອຍາການປະຊາຊົນສູງສຸດ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການເຫັນດີຍົກຍ້າຍ ທ່ານ ຄຳເພັດ ດວງມາລາ, ຫົວໜ້າອົງການໄອຍາການປະຊາຊົນ ແຂວງໄຊສົມບູນ ໄປຮັບໜ້າທີ່ໃໝ່ ຢູ່ຫ້ອງວ່າການ ແຂວງ, ຂໍ້ຕົກລົງວ່າດ້ວຍການເຫັນດີ ຮັບເອົາ ທ່ານ ຈຸນດາ ຄຳບຸນມີ, ກໍາມະການພັກແຂວງ ມາປະຈໍາຢູ່ອົງການໄອຍາການປະຊາຊົນ ແຂວງ ແລະ ຂໍ້ຕົກລົງວ່າດ້ວຍການເຫັນດີແຕ່ງຕັ້ງ ທ່ານ ຈຸນດາ, ຄຳບຸນມີ, ເປັນຫົວໜ້າອົງການໄອຍາການປະຊາຊົນ ແຂວງໄຊສົມບູນ. ຈາກນັ້ນ ທ່ານ ນາງ ພອນທິບ ສາວະລີ ກໍໄດ້ມອບຂໍ້ຕົກລົງ ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໃຫ້ແກ່ຜູ້ທີ່ຖືກຍົກຍ້າຍ, ແຕ່ງຕັ້ງ ໃນຄັ້ງນີ້ ພ້ອມທັງເຊັນບົດບັນທຶກການມອບ-ຮັບໜ້າທີ່ລະຫວ່າງ ຫົວໜ້າອົງການໄອຍາການຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ. ໃນພິທີ ຍັງໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເປັນຕົ້ນນແມ່ນ ເອົາໃຈໃສ່ປັບປຸງກົນໄກ ແລະ ແບບແຜນຄຸ້ມຄອງບໍລິຫານຄະດີ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸດຕິທໍາໃນສັງຄົມອີກ.
ທ້າຍພິທີ ທ່ານ ນາງພອນທິບ ສາວະລີ ໄດ້ມີຄຳເຫັນໂອ້ລົມ ດ້ວຍຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການເມືອງໃນໄລຍະໃໝ່ ທ່ານໄດ້ເໜັ້ກໜັກໃຫ້ຫົວໜ້າອົງການໄອຍາການຜູ້ໃໝ່ ເອົາໃຈໃສ່ຜັນຂະຫຍາຍມະຕິ, ຄຳສັ່ງ, ກໍຄືແຜນການ, ແຜນງານ, ໄປຄົ້ນຄວ້າ, ປຶກສາຫາລື ໃຫ້ມີຄວາມເຂົ້າໃຈເອກະພາບ ແລ້ວຜັນຂະຫຍາຍເປັນແຜນການ, ກິດຈະກໍາປະຕິບັດໃຫ້ແທດເໝາະກັບສະພາບຄວາມເປັນຈິງ, ສືບຕໍ່ປົກປັກຮັກສາຄວາມສາມັກຄີພາຍໃນພັກ, ໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນຳໃນການສຶກສາອົບຮົມການເມືອງແນວຄິດ ເອົາໃຈໃສ່ໂຄສະນາ, ເຜີຍແຜ່ກົດໝາຍ ແລະ ວຽກງານຂອງໄອຍະການ ໃຫ້ກວ້າງຂວາງ ເພື່ອພ້ອມກັນເຮັດໃຫ້ອົງການໄອຍະການປະຊາຊົນ ແຂວງໄຊສົມບູນ ກ້າວຂື້ນຢ່າງແຂງແຮງ ດ້ວຍຜົນງານ ໄຊຊະນະໃໝ່ທີ່ມີຄຸນນະພາບ ແລະ ປະສິດທິພາບສູງກວ່າເກົ່າໃນຊຸມປີຕໍ່ໜ້າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa