ຮອງນາຍົກລັດຖະມົນຕີ ພົບປະ ໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ ແຂວງໄຊສົມບູນ

ໃນຕອນເຊົ້າຂອງວັນທີ 11 ກຸມພາ 2025 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ໄດ້ເຂົ້າພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ແຂວງໄຊສົມບູນ ມີສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ, ສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ຕະຫລອດຮອດເຈົ້າເມືອງ 5 ເມືອງ, ພະນັກງານຫຼັກແຫຼ່ງພາຍໃນແຂວງໄຊສົມບູນ ເຂົ້າຮ່ວມ.

ໂອກາດນີ້ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ຂຶ້ນລາຍງານໂດຍສັງເຂບວຽກທີ່ພົ້ນເດັ່ນຂອງ ແຂວງໄຊສົມບູນ ໃນການຈັດຕັ້ງປະຕິບັດ ວຽກງານ ປກຊ-ປກສ, ແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການປະຕິບັດດໍາ ລັດ 414/ລບ, ສອງວາລະແຫ່ງຊາດ 1 ປີ ຜ່ານມາ (2024) ແລະ ທິດທາງແຜນການ ປີ 2025 ເຊິ່ງຕະຫຼອດໄລຍະທີ່ຜ່ານມາຄະນະພັກ-ອົງການປົກຄອງ ແຂວງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ -ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຄຽງຄູ່ກັບການຈັດຕັ້ງ ເຜີຍແຜ່ເຊື່ອມຊຶມບັນດານິຕິກຳຕ່າງໆ ທີ່ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດ ໃນນີ້ ສາມາດສ້າງຄອບຄົວ ແລະ ບ້ານປ້ອງຊາດເຂັ້ມແຂງໄດ້ 5 ບ້ານ, ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ໄດ້ 12 ບ້ານ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນການລັກລອບຂຸດຄົ້ນແຮ່ຄໍາ, ຕັດໄມ້, ຂີ້ລັກງັດແງະ, ບັນຫາອຸປະຕິເຫດ ແລະ ອື່ນໆ ໃຫ້ຫຼຸດໜ່ອຍຖອຍລົງ, ນອກນີ້ ຍັງໄດ້ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ສາມາດມ້າງເປົ້າໝາຍຄ້າ-ຂາຍຢາເສບຕິດໄດ້ 28 ລາຍ, ກັກຕົວຜູ້ກະທໍາຜິດ 577 ຄົນ, ຍິງ 38 ຄົນ, ຢຶດຂອງກາງຢາບ້າໄດ້ 79,767 ເມັດ, ຝິ່ນ 5,504 ບັກ, ຄໍລາເຈນ 1,830 ຖົງ, ເຄຕາມິນ 6 ຖົງໃຫຍ່, ປືນແກັບ 6 ກະບອກ, ປືນສັ້ນ 4 ກະບອກ, ລູກປືນສັ້ນ 204 ລູກ, ລູກປືນອາກາ (AK) 57 ລູກ, ທຳລາຍສວນຝິ່ນໄດ້ 12 ເຮັກຕ່າ, ການຈັດຕັ້ງ ປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ການເງິນ ຄັ້ງທີ IX ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງຢູ່ໃນລະດັບດີ, ໄດ້ຮັບອະນຸມັດແຜນການລົງທຶນຂອງລັດ (ໂຄງການສືບຕໍ່ ແລະ ສະເໜີໃໝ່) ທັງໝົດ 158 ໂຄງການ, ຂັ້ນແຂວງຄຸ້ມຄອງມີທັງໝົດ 102 ໂຄງການ, ການຈັດເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 1,856. 29 ຕື້ກີບ, ໄດ້ຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າຂອງປະຊາຊົນ ເປັນຕົ້ນແມ່ນ ການປູກຢາງພາລາ, ໝາກກ້ຽງ, ໝາກນັດ, ມັນສະຄູ, ມັນຕົ້ນ, ສາລີ ປູກພືດຜັກອິນຊີ, ລ້ຽງງົວ, ໝູ ແລະ ໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDG) ຂອງຂະແໜງສຶກສາ ແລະ ຂະແໜງສາທາ ເຊິ່ງຫຼາຍເປົ້າໝາຍ ສາມາດບັນ ລຸຕາມຄາດໝາຍທີ່ວາງໄວ້, ເອົາໃຈໃສ່ນໍາພາ-ຊີ້ນໍາຂະແໜງການປິ່ນອ້ອມ, ຄະນະຮັບຜິດຊອບແກ້ໄຂຄວາມທຸກຍາກຂັ້ນແຂວງ ຄົ້ນຄວ້າມາດຕະການແກ້ໄຂຄອບຄົວທຸກຍາກໃນທົ່ວແຂວງ ຢ່າງມີຈຸດສຸມ, ເຊິ່ງຜ່ານການປະເມີນຄອບຄົວທຸກຍາກ ແລະ ບ້ານທຸກຍາກ ຕາມດໍາລັດ 348/ລບ ມີຄອບຄົວພົ້ນທຸກລວມທັງໝົດ 13,550 ຄອບຄົວ ແລະ ວຽກງານດ້ານອື່ນໆ ກໍ່ສາມາດຈັດຕັ້ງປະຕິບັດຈົນໄດ້ຮັບຜົນສຳເລັດຕາມລະດັບຄາດທີ່ວາງໄວ້.

 

ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນໂອ້ລົມ ເຊິ່ງ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດຫຼາຍດ້ານທີ່ພົ້ນເດັ່ນທີ່ສາມາດຈັດຕັ້ງປະຕິບັດໄດ້ເປັນຢ່າງດີ ແລະ ໄດ້ເນັ້ນໜັກໃຫ້ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ເຜີຍແຜ່ເຊື່ອມຊຶມບັນດານິຕິກຳຕ່າງໆໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດ, ສືບຕໍ່ສ້າງຄອບຄົວ ແລະ ບ້ານປ້ອງຊາດເຂັ້ມແຂງ ໃຫ້ບັນລຸຕາມແຜນການທີ່ວາງໄວ້, ພ້ອມທັງຕອບຕ້ານທຸກປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມໃຫ້ນັບມື້ຫຼຸດໜ່ອຍຖອຍລົງ ນອກນີ້ ຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແນໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າຂອງປະຊາຊົນ ພ້ອມທັງເອົາໃຈໃສ່ ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDG) ຂອງຂະແໜງສຶກສາ ແລະ ຂະແໜງສາທາໃຫ້ບັນລຸຕາມຄາດໝາຍ ສືບຕໍ່ແກ້ໄຂຄອບຄົວທຸກຍາກໃນທົ່ວແຂວງ ໃຫ້ນັບມື້ຫຼຸດໜ່ອຍຖອຍລົງ ແລະ ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການສະເຫຼີມສະຫຼອງ 3 ວັນປະຫວັດສາດ ທີ່ໃກ້ຈະມາຮອດໃນມໍ້ໆນີ້ ຢູ່ແຂວງໄຊສົມບູນ ຢ່າງເປັນຂະບວນການຟົດຟື້ນ, ກວ້າງຂວາງ ຮັບປະກັນໄດ້ຄວາມສະຫງົບປອດໄພ ແລະ ປະສົບຜົນສຳເລັດຕາມແຜນການທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa