ທ່ານ ເຈົ້າແຂວງໄຊສົມບູນ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ

ໃນຕອນເຊົ້າຂອງວັນທີ 5 ກັນຍາ 2024 ນີ້ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ, ມີທ່ານ ຕົວລໍ່ ຊາເຢີ ຮອງເຈົ້າເມືອງອະນຸວົງ, ບັນດາພະແນກການທີ່ກ່ຽວຂ້ອງ, ໜ່ວຍງານກໍ່ສ້າງຮາກຖານບ້ານ, ອຳນາດການປົກຄອງບ້ານພູຫົວຊ້າງ ພ້ອມດ້ວຍເຖົ້າແກ່ແນວໂຮມ, ຫົວໜ້າຊິງຊາວ ຕະຫລອດຮອດປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ຄຳໄຊ ຈັ້ງ ນາຍບ້ານ ບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ໄດ້ຂຶ້ນລາຍງານຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ ຂອງບ້ານ ຊຶ່ງພາຍໃນບ້ານມີ 907 ຄອບຄົວ, ມີພົນລະເມືອງທັງໝົດ 4,891 ຄົນ, ຍິງ 2,511 ຄົນ, ປະກອບມີ 3 ຊົນເຜົ່າຄື: ເຜົ່າລາວລຸ່ມ, ເຜົ່າມົ້ງ ແລະ ເຜົ່າກຶມມຸ, ໄດ້ເອົາໃຈໃສ່ນຳພາ-ຊີ້ນຳໜ່ວຍ ປກສ ບ້ານ ເຄື່ອນໄຫວກວດກາຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ພາຍໃນບ້ານ ເພື່ອຕ້ານ ແລະ ສະກັດກັ້ນ ບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ, ຊຸກຍູ້ພໍ່ແມ່ປະຊາຊົນພາຍໃນບ້ານສ້າງເສດຖະກິດຄອບຄົວໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ໂດຍການຈັດສັນທີ່ດິນທຳການຜະລິດ ກາຍເປັນສິນຄ້າ ແລະ ສ້າງຄອບຄົວຕົວແບບໃຫ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງກໍ່ໄດ້ຮັບການກໍ່ສ້າງ-ສ້ອມແປງນັບມື້ນັບດີຂຶ້ນ. ພ້ອມນີ້ ທ່ານ ພອຍຄຳ ຮຸ່ງບຸນຍວງ ຍັງໄດ້ມີຄຳຖາມເຈາະຈິ້ມ ຕໍ່ກັບອຳນາດການປົກຄອງບ້ານພູຫົວຊ້າງ ແລະ ເປີດໂອກາດໃຫ້ແກ່ພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ຜູ້ເຂົ້າຮ່ວມ ໄດ້ສະເໜີຄຳຄິດ-ຄຳເຫັນຂອງຕົນ ເພື່ອໄຂ້ຂໍ້ຂ້ອງໃຈ ແລະ ເປັນການແລກບົດຮຽນເຊິ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດວຽກງານພາຍໃນບ້ານໃຫ້ມີຄວາມສອດຄ່ອງກັນຫຼາຍຂຶ້ນ ເພື່ອໃຫ້ສາມາດພັດທະນາບ້ານ ກໍຄືເຮັດໃຫ້ການຮັບໃຊ້ພໍ່ແມ່ປະຊາຊົນໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ.

ໂອກາດດັ່ງກ່າວ ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ມີຄຳເຫັນໂອ້ລົມ ຊຶ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ກັບການລາຍງານຂອງອຳນາດການປົກຄອງບ້ານ ທີ່ສາມາດຈັດຕັ້ງປະຕິບັດໄດ້ໃນໄລຍະຜ່ານມາ, ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີພາຍໃນບ້ານໃຫ້ເປັນປຶກແຜ່ນ, ມີສະຕິເຄົາລົບ ລະບຽບກົດໝາຍຂອງບ້ານເມືອງຢ່າງເຂັ້ມງວດ, ເຮັດໃຫ້ບ້ານເມືອງມີຄວາມສະຫງົບໂດຍພື້ນຖານ, ພ້ອມທັງເນັ້ນໜັກໃຫ້ສຶກສາອົບຮົມການເມືອງ-ແນວຄິດ ປະຊາຊົນພາຍໃນບ້ານ ແລະ ໃຫ້ນໍາເອົາບັນດານິຕິກໍາຕ່າງໆຂອງພັກ-ຂອງລັດ ໄປເຜີຍແຜ່ໃຫ້ປະຊາຊົນ ໄດ້ຮັບຮູ້ຢ່າງທົ່ວເຖິງ ຄ່ຽງຄູ່ກັນນັ້ນ ກໍຕ້ອງຮຽນຮູ້ບັນດາວຽກງານຕ່າງໆຂອງບ້ານ, ກໍາແໜ້ນບັນດາໜ້າວຽກຂອງບ້ານ ທີ່ຕິດພັນກັບວຽກງານຂອງຕົນ ເພື່ອໄປຈັດຕັ້ງປະຕິບັດໃຫ້ບັນລຸຕາມເປົ້າໝາຍທີ່ໄດ້ກໍານົດໄວ້. ຈາກນັ້ນ ທ່ານ ພອຍຄຳ ຮຸ່ງບຸນຍວງ ຍັງໄດ້ມອບເຄື່ອງອຸປະຖຳຊ່ວຍເຫລືອໃຫ້ກັບປະຊາຊົນຜູ້ທຸກຍາກ ພາຍໃນບ້ານ ຈຳນວນ 5 ຄອບຄົວ ເພື່ອຊົມໃຊ້ໃນຊີວິດປະຈຳວັນ ແລະ ແກ້ໄຂຄວາມທຸກຍາກຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa