ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ວຽກງານ ຢູ່ແຂວງໄຊສົມບູນ ໃນວັນທີ 7 ພຶດສະພາ ນີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ ໂດຍການຕ້ອນຮັບຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ ພ້ອມດ້ວຍປະທານສະພາປະຊາຊົນແຂວງ, ຮອງເຈົ້າແຂວງ ແລະ ພະແນກການທີ່ກ່ຽວຂ້ອງຂອງແຂວງ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ວຽງທະວີສອນ ເທບພະຈັນ ໄດ້ແຈ້ງຈຸດປະສົງໃຫ້ທ່ານເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະໄດ້ຮັບຊາບ ຊຶ່ງການລົງມາເຄື່ອນໄຫວວຽກ ຄັ້ງນີ້ ແມ່ນເພື່ອພົບປະປຶກສາຫາລື ຊຸກຍູ້ວຽກງານກວດສອບ ແລະ ການແກ້ຜົນການກວດສອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃນໄລຍະຜ່ານມາ ເປັນຕົ້ນແມ່ນການກວດສອບທາງດ້ານການຈັດເກັບລາຍຮັບ, ລາຍຈ່າຍ ແລະ ດ້ານການເງິນ-ການບັນຊີ, ການຈັດຕັ້ງປະຕິບັດບັນດາໂຄງການ ລວມທັງວິທີການແກ້ໄຂບັນຫາທີ່ໄດ້ພົບເຫັນ ແລະ ຂໍ້ຫຍຸ້ງຍາກຕ່າງ ໃນການແກ້ໄຂຜົນການກວດສອບ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານຂອງແຕ່ລະພາກສ່ວນໃຫ້ມີການສົມທົບກັນຢ່າງກົມກຽວ ໃນການປຶກສາຫາລືເພື່ອແກ້ໄຂຜົນການກວດສອບ ໃຫ້ດຳເນີນໄປຢ່າງຖືກຕ້ອງ ແລະ ມີປະສິດທິພາບ, ເພື່ອໃຫ້ບັນຫາການສ່ອງແສງດ້ານອ່ອນຂອງພັກເຮົາໃຫ້ຫຼຸດລົງ ແລະ ບໍ່ໃຫ້ພາກສ່ວນຕ່າງໆມີການລະເມີດ ທີ່ສຳຄັນເພື່ອໃຫ້ການຈັດເກັບລາຍຮັບເຂົ້າງົບປະມານຂອງລັດ ກໍ່ຄືຂອງແຂວງ ໃຫ້ນັບມື້ນັບຫຼາຍຂຶ້ນ ຕາມທ່າແຮງຂອງແຂວງ.
ຈາກນັ້ນ ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕ້ອນຮັບຢ່າງອົບອຸ່ນ ພ້ອມທັງ ຕີລາຄາສູງ ຕໍ່ການລົງມາເຄື່ອນໄຫວຽກງານ ກໍຄືການລົງມາຊຸກຢູ້ວຽກງານຊຸກຍູ້ວຽກງານກວດສອບ ແລະ ການແກ້ຜົນການກວດສອບ ທ່ານ ວຽງທະວີສອນ ເທບພະຈັນ ພ້ອມດ້ວຍຄະນະໃນຄັ້ງນີ້ ພ້ອມທັງລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍຫຍໍ້ຕາມທ່າແຮງຂອງແຂວງ ໂດຍສະເພາະແມ່ນການຂຸດຄົ້ນແຮ່ທາດຕ່າງໆ, ການຈັດເກັບລາຍຮັບ, ລາຍຈ່າຍ, ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ແລະ ຂໍ້ຫຍຸ້ງຍາກຕ່າງໃນການແກ້ໄຂຜົນການກວດສອບ ຢູ່ພາຍໃນແຂວງໃນໄລຍະຜ່ານມາ ໃຫ້ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ພ້ອມດ້ວຍຄະນະໄດ້ຮັບຊາບ ຕະຫຼອດໄລຍະຜ່ານມາ ການນຳາແຂວງກໍໄດ້ເອົາໃຈໃສ່ໃນການນໍາພາ-ຊີ້ນຳວຽກງານກວດສອບ ແລະ ການແກ້ຜົນການກວດສອບ ດ້ວຍຄວາມຮັບຜິດຊອບສູງ ເມື່ອພົບເຫັນບັນຫາ ກໍໄດ້ມີການປຶກສາຫາລືກັບບັນດາພາກສ່ວນຕ່າງໆທີ່ກ່ຽວຂ້ອງ ກໍໄດ້ໃຫ້ການຮ່ວມມືເປັນຢ່າງດີ ໃນການແກ້ໄຂບັນຫາ ເຮັດໃຫ້ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆພາຍໃນແຂວງ ໄດ້ດຳເນີນໄປຢ່າງຖືກຕ້ອງ, ການຈັດເກັບລາຍຮັບກໍໄດ້ຕາມແຜນ ແລະ ລື່ນແຜນ ນອກນີ້ ກໍຍັງໄດ້ຊຸກຍູ້ສົ່ງເສີມປະຊາຊົນຜະລິດກະສິກຳເປັນສິນຄ້າ ເຮັດໃຫ້ແຂວງມີຄວາມເຂັ້ມແຂງ ແລະ ສາມາດບັນລຸຜົນສຳເລັດວຽກງານຕ່າງໆເປັນກ້າວໆ.
ຫຼັງຈາກນັ້ນ ທ່ານ ວຽງທະວີສອນ ເທບພະຈັນ ພ້ອມຄະນະ ໄດ້ລົງໄປເບິ່ງໂຄງການພັດທະນາ ຂອງແຂວງໄຊສົມບູນ ຄື: ໂຄງການກໍ່ສ້າງປ້ອງກັນຕາຝັງເຈື່ອນ ແລະ ພັດທະນາແຄມນໍ້າຈັ້ງ ເທດສະບານເມືອງອະນຸວົງ, ຊ່ວງທີ 1, ຊ່ວງທີ 2, ຊ່ວງທີ 3 ແລະ ໂຄງການກໍ່ສ້າງເສັ້ນທາງເບຕົງ ຖະໜົນໄຊຊະນະ ຕື່ມອີກ.