ຜົນສໍາເລັດຂອງວຽກງານໂຄສະນາອົບຮົມແຂວງໄຊສົມບູນ 6 ເດືອນຕົ້ນປີ 2024

ຜົນສໍາເລັດຂອງວຽກງານໂຄສະນາອົບຮົມແຂວງໄຊສົມບູນ 6 ເດືອນຕົ້ນປີ 2024

ເພື່ອເປັນການຍົກສູງວຽກງານໂຄສະນາອົບຮົມ ແມ່ນການຍົກສູງແບບແຜນວິທີເຮັດວຽກ ແບບແຜນການຊີ້ນໍາ-ນໍາພາຂອງຄະນະພັກຄະນະໂຄສະນາອົບຮົມແຕ່ລະຂັ້ນຕໍ່ກັບການເຄື່ອນໄຫວວຽກງານຂອງໂຄສະນາອົບຮົມໂດຍສະເພາະ ແມ່ນການຫັນເອົາແນວທາງ, ແຜນນະໂຍບາຍຂອງພັກ-ລັດ ມາເປັນແຜນການເຄື່ອນໄຫວອັນລະອຽດ, ການຄົ້ນຄ້ວາຮຽບຮຽງ ການປັບປຸງຄັດຈ້ອນບັນດາເອກະສານ, ມະຕິ, ຄໍາສັ່ງ ໃຫ້ມີເນື່ອໃນທີ່ອຸດົມສົມບູນ ແລະ ແທດເໝາະກັບແຕ່ລະເປົ້າໝາຍ ໂດຍມີຈຸດສຸມຮັດກຸມເຂົ້າໃຈງ່າຍ, ສະນັ້ນການຍົກສູງວຽກງານໂຄສະນາອົບຮົມ ແມ່ນການປັບປຸງຍົກລະດັບຄວາມຮູ້, ຄວາມສາມາດ ຂອງການເຄື່ອນໄຫວວຽກງານໃຫ້ມີຄຸນນະພາບກ່ວາເກົ່າ, ເພື່ອຕອບສະໜອງກັບຄວາມຮຽກຮອງຕ້ອງການໃນການໂຄສະນາເຜີຍແຜ່, ເຊື່ອມຊືມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ, ແຜນພັດທະນາເສດຖະກິດສັງຄົມໃນແຕ່ລະໄລຍະໃຫ້ມີຫຼາກຫຼາຍວິທີ, ທີສາມາດເຂົ້າສູ່ມະຫາຊົນໄດ້ງ່າຍ, ກ້ວາງຂວາງ, ວອງໄວ ແລະ ທັນກັບສະພາບການ, ທາງດ້ານເນື່ອໃນ, ຫຼັກການ, ຮູບການໃນການເຄື່ອນໄຫວຂອງວຽກງານ ໃຫ້ມີຄວາມຖືກຕ້ອງສອດຄອງ ເພື່ອນໍາໃຊ້ເຂົ້າໃນເປົ້າໝາຍຕ່າງໆ ໃຫ້ມີລັກສະນະແທດເຖີງ, ຖືກຕ້ອງ ແລະ ໃຫ້ມີຜົນປະໂຫຍດຕົວຈິງ ເຊິ່ງພວກເຮົາຮູ້ກັນແລ້ວວ່າ ຍາມໃດພັກເຮົາກໍໄດ້ຖືເອົາວຽກງານໂຄສະນາອົບຮົມເປັນວຽກທີ່ສໍາຄັນໃນພາລະກິດປະຕິວັດຂອງພັກໃນໄລຍະໃໝ່ ຍ້ອນເຫັນໄດ້ບົດບາດຄວາມສໍາຄັນດັ່ງກ່າວຕະຫຼອດໄລຍະຜ່ານມາ ອົງຄະນະພັກແຂວງໄຊສົມບູນ ກໍໄດ້ຖືເອົາວຽກງານການເມືອງ-ແນວຄິດເປັກກົກ ແລະ ໄດ້ສອດຫ້ອຍເຂົ້າໄປໃນທຸກຂົງເຂດວຽກງານ ແລະ ມອບໃຫ້ຄະນະໂຄສະນາອົບຮົມແຂວງ ເຮັດໜ້າທີ່ເປັນເສນາທິການໃຫ້ແກ່ຄະນະປະຈໍາພັກແຂວງ, ຄະນະໂຄສະນາອົບຮົມສູນການພັກ, ເຊິ່ງໄລຍະຫົກເດືອນຕົ້ນປີຜ່ານມາ, ຄະນະພັກ, ຄະນະໂຄສະນາອົບຮົມແຂວງ ແລະ ເມືອງ ກໍ່ໄດ້ເປັນເຈົ້າການເຄື່ອນໄຫວວຽກງານຂອງຕົນຕາມພາລະບົດບາດ, ສິດໜ້າທີ່ຢ່າງເຕັມສ່ວນ ແລະ ສາມາດຍາດໄດ້ຜົນງານອັນພົ່ນເດັ່ນຫຼາຍດ້ານດັ່ງນີ້:

  1. ວຽກງານການເມືອງ-ແນວຄິດ ໄດ້ຖື​ເອົາ​ການໂຄສະນາສຶກສາອົບຮົມການເມືີອງ-ແນວຄິດ ໃຫ້ແກ່ບັນດາສະຫາຍສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນໄດ້ນຳເອົາ ລັດທິ​ມາກ-​ເລ​ນິນ, ແນວຄິດ ໄກສອນ ພົມວິຫານ, ແນວທາງນະໂຍບາຍຂອງ​ພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄຳສັ່ງຕ່າງໆ ຂອງຂັ້ນເທິງ ມາຄົ້ນຄວ້າເຊື່ອມຊຶມ ໃຫ້​ແກ່ບັນດາສະຫາຍສະມາຊິກ​ພັກ​-ພະນັກງານ, ພໍແມ່ປະຊາຊົນ ທຸກຊັ້ນຄົນໃນທົ່ວແຂວງໄຊສົມບູນ ໃຫ້ມີ​ຄວາມຮັບຮູ້-ເຂົ້າ​ໃຈ​ ຢ່າງ​ເລີກ​ເຊິ່ງ, ເປັນຕົ້ນແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ຂອງລັດຖະບານ, ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ II ຂອງແຂວງ, ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ຂອງພັກປະຊາຊົນປະຕິວັດລາວ ເວົ້າລວມ, ເວົ້າສະເພາະແມ່ນການຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານວຽກງານການເມືອງ-ແນວຄີດ ສໍາລັບສະມາຊິກພັກ, ພະນັກງານຫຼັກແຫຼ່ງຂອງແຂວງ ເພື່ອກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຜັນຂະຫຍາຍມະຕິກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 14, 15 ສະໄໝທີ I ເຮັດໃຫ້​​ສະມາຊິກ​ພັກ-ພະນັກງານ, ພໍ່ແມ່ປະຊາຊົນບັນດາເຜົ່າ​, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົງຮັກພັກດີ ຕໍ່ພັກ-ລັດ, ຕໍ່ປະເທດຊາດ ແລະ, ເດັດດ່ຽວຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ຈໍາແນກມິດ-ສັດຕູ ຢ່າງຈະແຈ້ງ ແລະ ສາມາດຕ້ານປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມໄດ້.
  2. ວຽກງານບໍລິຫານ, ຈັດຕັ້ງ ແລະ ນະໂຍບາຍ: ວຽກງານບໍລິຫານ ໄດ້ເອົາໃຈໃສ່ເປັນເຈົ້າການໃນວຽກງານເສນາທິການ, ໃຫ້ເເກ່ຄະນະພັກ, ຄະນະໂຄສະນາອົບຮົມແຂວງ ໂດຍສະເພາະ ແມ່ນວຽກງານຄຸ່ມຄອງສະມາຊິກພັກ, ພະນັກງານ-ລັດຖະກອນໃຫ້ເຂົ້າຊູລະບົບ, ລະບຽບວິໃນຂອງພະນັກງານ, ວຽກງານ ຂາເຂົ້າຂາອອກ, ວຽກງານສໍາເນົາເອກະສານ, ຈັດພີມເອກະສານ, ວຽກບໍລິຫານ, ບໍລິການປີ່ນອ້ອມວຽກງານວິຊາສະເພາະ, ວຽກຄຸ້ມຄອງ ແລະ ນໍາໃຊ້ງົບປະມານ , ສະຫລຸບລາຍຮັບ-ລາຍຈ່າຍ, ປະກອບເອກະສານເງີນເດືອນ, ເງີນອຸດໜູນ, ລະບອບປະກັນສັງຄົມ, ເງີນນະໂຍບາຍຕ່າງໆໃຫ້ຖືກຕ້ອງ, ວ່ອງໄວ ແລະ ວຽກງານອື່ນໆ ຕາມການຊີ້ນໍາຂອງ ຫົວໜ້າຄະນະ ພ້ອມນັ້ນຍັງໄດ້ເພີ່ມທະວີຄວາມເປັນເຈົ້າການ ໃນການປະສານສົມທົບກັບຄະນະພັກ ແຕ່ລະຂັ້ນ ປຶກສາຫາລື ກ່ຽວກັບການປັບປຸງການຈັດຕັ້ງ, ຕິດຕາມການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີການເຄື່ອນໄຫວ ຂອງຄະນະໂຄສະນາອົບຮົມແຂວງ ແລະ ເມືອງໃຫ້ເປັນເອກະພາບ, ໂດຍສະເພາະແມ່ນການເລືອກເຟັ້ນພະນັກງານ ຂັ້ນແຂວງ, ບັນຈຸເຂົ້າໃສ່ແຕ່ລະຕໍາແໜ່ງງານ ໃຫ້ແທດເໜາະກັບຄວາມຮູ້, ຄວາມສາມາດຕົວຈິງຂອງແຕ່ລະສະຫາຍ ແລະ ຍັງໄດ້ເປັນເຈົ້າການຂຶ້ນແຜນງົບປະມານ ແລະ ຈັດຊື້ເຄື່ອງຮັບໃຊ້ ພິທີໂຄສະນາ-ປາຖະກະຖາ ວັນສໍາຄັນຕ່າງໆ ຂອງທ່ານຜູ້ນໍາ, ຂອງຊາດ, ຂອງພັກ ທັງພາຍໃນ ແລະ ສາກົນອື່ນໆ ເຊັ່ນ: ສໍາເລັດການຈັດກອງປະຊຸມປະເມີນພະນັກງານ-ລັດຖະກອນ, ກ່ອນການແຕ່ງຕັ້ງດໍາລົງຕໍາແໜ່ງບໍລິຫານ ປະເພດ 5 ຂອງຄະນະໂຄສະນາອົບຮົມແຂວງຈໍານວນ 2 ທ່ານ ຍິງ 1 ທ່ານ, ໄດ້ນໍາສົ່ງລາຍຊື່ພະນັກງານ ຂອງຄະນະໂຄສະນາອົບຮົມແຂວງ ຈໍານວນ 1 ທ່ານ ໃຫ້ຫ້ອງວ່າການແຂວງ ເພື່ອເຂົ້າຮ່ວມເປັນຄະນະຮັບຜິດຊອບຄົ້ນຄວ້າ ແລະ ທາບທາມຫາງສຽງ-ສັງຄົມ ໃນການສ້າງຕັ້ງກອງທຶນປົກປັກຮັກສາລະບົບໄຟເຍືອງທາງ ຢູ່ເທດສະບານແຂວງໄຊສົມບູນ, ສໍາເລັດການສະຫຼຸບສະຖິຕິຊັບສິນຂອງລັດ ປະເພດພາຫະນະ ແລະ ການກວດຜ່ານຈໍານວນພົນຂອງຄະນະໂຄສະນາອົບຮົມແຂວງ ປະຈໍາງວດ 2 ປີ 2024 ສົ່ງໃຫ້ພະແນກການເງິນແຂວງ, ສໍາເລັດການເກັບກໍາສະຖິຕິພະນັກງານ-ລັດຖະກອນ ປະຈໍາປີ 2024 ສົ່ງໃຫ້ ຄະນະກວດກາພັກ-ລັດແຂວງ, ສໍາເລັດເກັບກໍາສະຖິຕິ ຫົວໜ້າ, ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງ ປະຈໍາປີ 2024 ສົ່ງໃຫ້ຄະນະໂຄສະນາອົບຮົມສູນກາງພັກ, ໄດ້ສໍາເລັດການຖອນເງີນເດືອນ, ເງີນອຸດໜູ່ນຕ່າງໆ ຂອງພະນັກງານ ແລະ ເງີນຫ່ວງອື່ນໆ ປະຈໍາງວດ I ແລະ II ປະຈໍາປີ 2024.
  • ວຽກງານຈັດຕັ້ງ ຄະນະໂຄສະນາອົບຮົມແຂວງໄຊສົມບູນ ປະກອບມີ 4 ຂະແໜງການ ຄື: ຂະແໜງບໍລິຫານຈັດຕັ້ງ-ນະໂຍບາຍ, ຂະແໜງໂຄສະນາ, ຂະແໜງອົບຮົມ, ຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ ມີພະນັກງານທັງໝົດ 13 ທ່ານ, ຍິງ 3 ທ່ານ, ມີຫົວໜ້າ 1 ທ່ານ, ມີຮອງຫົວໜ້າ 2 ທ່ານ, ຫົວໜ້າຂະແໜງ 4 ທ່ານ, ຮອງຂະແໜງ 1 ທ່ານ, ວິຊາການ 8 ທ່ານ, ຍິງ 1 ທ່ານ, ປະຈຸບັນຍັງມີພະນັກງານ ໄປຮຽນຢູ່ ສສ ຫວຽດນາມ 2 ທ່ານ, ລະດັບປະລິນຍາຕີ ທິດສະດີການເມືອງ 1 ທ່ານ, ໄປບໍາລຸງພາສາຫວຽດນາມ ໄລຍະ 9 ເດືອນ 1 ທ່ານ, ສົ່ງໄປບໍາລຸງພາສາຫວຽດນາມຢູ່ພາຍໃນແຂວງໄລຍະ 3 ເດືອນ 2 ທ່ານ, ຍິງ 1 ທ່ານ ແລະ ໄປຮຽນທິດສະດີການເມືອງ-ການປົກຄອງຂັ້ນຕົ້ນ ໄລຍະ 3 ເດືອນ ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, 1 ທ່ານ, ການເຄື່ອນໄຫວໄດ້ເອົາໃຈໃສ່ສົມທົບແໜ້ນ ລະຫວ່າງການເພີ່ມທະວີ ການນໍາພາຂອງພັກ ກັບການເຊີດຊູຄວາມສັກສິດ ໃນການຄຸ້ມຄອງລັດ, ເສີມຂະຫຍາຍບົດບາດ ຄວາມເປັນເຈົ້າການ ຂອງບັນດາສະຫາຍ ສະມາຊິກພັກ-ພະນັກງານ ຍົກສູງນໍ້າໃຈອົດທົນ, ສູ້ຊົນ, ຜ່ານຜ່າອຸປະສັກຄວາມຫຍຸ້ງຍາກ ແລະ ເສີມຂະຫຍາຍຄວາມເປັນແບບຢ່າງນໍາໜ້າ ໃຫ້ແກ່ມະຫາຊົນ ເຮັດສໍາເລັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ ດ້ວຍຄວາມຮັບຜິດຊອບສູງ, ເພີ່ມທະວີຄວາມເອົາໃຈໃສ່ ໃນການເສີມຂະຫຍາຍ ຈຸດດີ ແລະ ປັບປຸງແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ຂອງການຈັດຕັ້ງ, ຂະ ແໜງການ, ບຸກຄົນສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ບັນດາປະກົດການຫຍໍ້ທໍ້ຕ່າງໆ ຢູ່ພາຍໃນ, ເພື່ອຍົກສູງຄຸນນະພາບຂອງພະນັກງານ ແລະ ການຈັດຕັ້ງຂອງຄະແໜງການຕົນ, ມີຄວາມປອດໃສ, ເຂັ້ມແຂງທາງດ້ານການເມືອງ ແລະ ໜັກແໜ້ນທາງດ້ານການຈັດຕັ້ງ, ມີແບບແຜນວິທີເຮັດວຽກ, ວິທີນໍາພາຢ່າງຖືກຕ້ອງ, ຄະນະພັກ, ຄະນະນໍາ ໄດ້ຖືສໍາຄັນ ໃນການກໍ່ສ້າງບຸກຄະລາກອນ, ສະມາຊິກພັກ-ພະນັກງານ, ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ໂປ່ງໃສ ທາງດ້ານຄຸນສົມບັດ, ສິນທໍາປະຕິວັດ, ເພື່ອກໍ່ສ້າງລະບົບການເມືອງຂອງຂະແໜງການຕົນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ການຈັດຕັ້ງພັກໄດ້ກາຍເປັນແກນນໍາ, ໃນການນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງທົ່ວສັງຄົມ ຢ່າງມີປະສິດທິຜົນສູງຂື້ນໄປເລື່ອຍໆ.
  • ວຽກງານນະໂຍບາຍ ຄະນະໂຄສະນາອົບຮົມແຂວງພວກເຮົາ ກໍໄດ້ເອົາໃຈໃສ່ຄົ້ນຄວ້າປະຕິບັດນະໂຍບາຍຕໍ່ພະນັກງານ ຂະແໜງການ ກ່ຽວກັບການລາພັກແກ້ໄຂວຽກຄອບຄົວ ບົນພື້ນຖານຕາມລະບຽບລັດຖະກອນ ແຫ່ງ ສປປ ລາວ ແລະ  ປະຕິບັດຕໍ່ພະນັກງານທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານຕ່າງໆ ໃຫ້ໄດ້ຮັບການຍ້ອງຍໍຊົມເຊີຍທາງດ້ານວັດຖຸ ແລະ ຈິດໃຈ ນອກຈາກນັ້ນ ກໍ່ໄດ້ປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນ ທີ່ມີການເຈັບເປັນ, ເກີດລູກໃໝ່ ແລະ ພະນັກງານທີ່ໄປຮຽນຕໍ່ຢ່າງເໝາະສົມ, ພ້ອມກັນນັ້ນ, ຄະນະໂຄສະນາອົບຮົມແຂວງ ໄດ້ເອົາໃຈໃສ່ຄຸ້ມຄອງ ແລະ ມີນະໂຍບາຍ ຕໍ່ພະນັກງານ-ລັດຖະກອນ ຕາມກົດໝາຍລັດຖະກອນ ແລະ ຂໍ້ກຳນົດຂອງຕົນ ຢ່າງເໝາະສົມ ຕິດພັນກັບການປະເມີນຜົນງານພະນັກງານປະຈໍາປີ ແລະ ເລື່ອນຊັ້ນ-ຂັ້ນ, ເລື່ອນຕຳແໜ່ງ, ຍົກຍ້າຍ ຕາມກົດໝາຍວ່າດ້ວຍລັດຖະກອນແຫ່ງ ສປປ ລາວ ແລະ ນິຕິກຳຕ່າງໆ

3. ວຽກງານໂຄສະນາ ໄດ້ເອົາບັນດາມະຕິ, ນິຕິກໍາຕ່າງໆຂອງພັກ-ລັດ, ລົງເຜີຍແຜ່ເຊື່ອມຊຶມ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ອໍານາດການປົກຄອງບ້ານ, ອົງການຈັດຕັ້ງມະຫານຊົນແຕ່ລະຂັ້ນ, ພໍ່ແມ່ປະຊາຊົນບັນດາເຜົ່າ ໃນທົ່ວແຂວງ ໄດ້ຮັບຮູ້-ເຂົ້າໃຈ ແລະ ມີຄວາມເຊື້ອໝັ້ນ ຕໍ່ແນວທາງນະໂຍບາຍຂອງພັກ ປະກອບສ່ວນຢ່າງຕັ້ງໜ້າໃນການສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ແມ່ນພັດທະນາແຂວງໄຊສົມບູນ, ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ຂອງວຽກງານ ໂຄສະນາ-ປາຖະກະຖາ ວັນສໍາຄັນຕ່າງ ຢູ່ຂັ້ນແຂວງ ແລະ 5 ເມືອງ ດັ່ງນີ້: ຈັດພິທີປາຖະກະຖາ ວັນເກີດ ທ່ານປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ( 8/2/1924-8/2/2024) ມີຜູ້ເຂົ້າຮ່ວມທັງໝົດ 341 ທ່ານ, ຍິງ 40 ທ່ານ ຄື: ຂັ້ນແຂວງມີ 173 ທ່ານ, ຍີງ 22 ທ່ານ ແລະ ຂັ້ນເມືອງ ມີ 168 ທ່ານ, ຍີງ 18 ທ່ານ, ສໍາເລັດການສະເຫຼີມສະຫຼອງ ວັນສ້າງຕັ້ງແຂວງໄຊສົມບູນ ຄົບຮອບ 10 ປີ (31/12/2013-31/12/2024), ຈັດພິທີໂຄສະນາ-ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 75 ປີ ( 20/1/1949-20/1/2024) ມີຜູ້ເຂົ້າຮ່ວມທັງໝົດ 234 ທ່ານ, ຍິງ 26 ທ່ານ, ສໍາເລັດການຈັດພິທີປາຖະກະຖາ ວັນສ້າງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (22/3/1955-22/3/2024) ແລະ ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະເພື່ອປະເທດຊາດ ຄົບຮອບ 78 ປີ (21/3/1946-21/3/2024) ຈໍານວນ 7 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 866 ທ່ານ, ຍິງ 328 ທ່ານ ຄື: ຂັ້ນແຂວງ 86 ທ່ານ, ຍີງ 23 ທ່ານ; ຂັ້ນເມືອງ 780 ທ່ານ, ຍິງ 305 ທ່ານ, ສໍາເລັດການຈັດພິທີໂຄສະນາ-ປາຖະກະຖາ ວັນຜ່າວົງປີດລ້ອມ ຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 65 ປີ (18/5/1959-18/5/2024), ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 64 ປີ (24/5/1960-24/5/2024), ວັນຄ້າຍວັນເກີດທ່ານປະທານ ໂຮ່ຈີມິນ ຄົບຮອບ 134 ປີ (19/5/1890-19/5/2024) ມີຜູ້ເຂົ້າຮ່ວມທັງໝົດ 112 ທ່ານ, ຍິງ 21 ທ່ານ, ໄດ້ຈັດສົ່ງປື້ມວາລະສານ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 264, 265 ແລະ 266 /2023 ແລະ 267,269/2024, ລວມມີ 5 ສະບັບ, ມີ 100 ຫົວ, ວາລະສານອາລຸນໃໝ່ 1 ສະບັບ, ມີ 12 ຫົວ, ໃຫ້ບັນດາພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ແລະ ຄະນະໂຄສະນາອົບຮົມ 5 ເມືອງ ໃນທົ່ວແຂວງສໍາເລັດ, ນອກຈາກນັ້ນຍັງໄດ້ນໍາເອົາເອກະສານຕ່າງໆ ມາເຊື່ອມຊືມໂດຍສະເພາະເເມ່ນ ແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ປີ 2024-2028, ເອກະສານມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7, 8 ສະໄໝທີ່ XI , ເອກະສານດໍາເນີນການເມືອງ-ແນວຄິດ ເພື່ອກາວເຂົ້າສູ່ກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່, ມິຕິເລກທີ 05/ລບ, ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ, ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່, ເອກະສານຜົນສໍາເລັດການຢ້ຽມຢາມເຮັດວຽກ ຢູ່ ສ ລັດເຊຍ ຂອງສະຫາຍທອງລຸນສີສຸລິດ ເລຂາທິການໃຫຍ່ປະທານປະເທດແຫ່ງ ສປປ ລາວ, ເອກະສານຜົນສໍາເລັດຂອງການພົບປະຂັ້ນສູງ ລະຫ່ວາງພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ປະຈໍາປີ 2024, ເອກະສານຜົນສໍາເລັດການພົບປະຍຸດຍອດຄັ່ງທີ່ 14 ລະຫ່ວາງພັກປະຊາຊົນປະຕິວັດລາວ ກັບພັກປະຊາຊົນກໍາປູເຈຍ ປະຈໍາປີ 2024ເປັນຕົ້ນ.

4. ວຽກງານອົບຮົມ ເອົາໃຈໃສ່ປັບປຸງເອກະສານສຶກສາອົບຮົມນໍາພາແນວຄິດໃຫ້ພະນັກງານຫຼັ່ກແຫຼ່ງ, ພະນັກງານທົ່ວໄປ ແລະ ປະຊາຊົນບັນດາເຜົ່າ ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມກາງສະໄໝຂອງຄະນະບໍລິຫານງານພັກແຂວງໄຊສົມບູນ ຄັ່ງທີໜຶ່ງໃຫ້ມີຜົນສໍາເລັດ, ກໍ່ໄດ້ສຸມໃສ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ແກ່ບັນດາສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ທົ່ວແຂວງໄຊສົມບູນ ໂດຍນໍາເອົາແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກົດໝາຍຂອງລັດ, ລັດຖະດໍາລັດຂອງປະທານປະເທດ, ດໍາລັດຂອງລັດຖະບານ ແລະ ນິຕິກໍາອື່ນໆ ລວມທັງມູນເຊື້ອອັນພິລະອາດຫານ ຂອງພັກ-ລັດ, ມາຈັດຕັ້ງເຊື່ອມຊຶມໃຫ້ບັນດາສະຫາຍໃນຄະນະພັກ, ສະມາຊິກພັກ, ພະນັກງານ ໄດ້ມີຄວາມຮັບຮູ້ເຂົ້າໃຈ, ມີແນວຄິດ ເປັນເອກະພາບກັບແນວທາງນະໂຍບາຍຂອງພັກ, ເຊື້ອໝັ້ນຕໍ່ການນໍາພາຂອງພັກ ສະແດງອອກ ສະມາຊິກ-ພະນັກງານ ພໍ່ແມ່ປະຊາຊົນຈໍານວນຫຼາຍ ມີແນວຄິດຫຼັກໝັັ້ນຊົນຊັັ້ນ ຈັດຕັ້ງເຄື່ອນໄຫວຕາມອຸດົມການສັງຄົມນິຍົມ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກລໍາບາກ ບໍ່ຫວັ່ນໄຫວຄອນແຄນ ຕໍ່ສະພາບການຜັນແປຂອງພາກພື້ນ ແລະ ສາກົນ, ເປັນຕົ້ນແມ່ນບັນຫາເສດຖະກິດ, ເງິນອ່ອນຄ່າ, ທຸກສະຫາຍ ກໍ່ຍັງມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ນອກນັ້ນ ຍັງຕ້ານໄດ້ແນວຄິດຫຼາຍພັກ, ຫຼາຍເຄົ້າ, ຈຸ້ມເຈື້ອເຊື້ອສາຍ, ກຸ່ມກ້ອນ, ພັກພວກ, ແນວຄິດສໍ້ລາດບັງຫຼວງ, ແນວຄິດສວຍໃຊ້ໜ້າທີີ່ຕໍາແໜ່ງໄດ້ໃນລະດັບດີ, ເຊິ່ງສະແດງອອກໃນວຽກງານຕົວຈິງເຊັ່ນ: ການນໍາເອົາບັນດາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ມາຫັນເປັນອັນລະອຽດ ແທດເໝາະກັບໜ້າທີ່ການເມືອງ ແລະ ເງື່ອນໄຂຕົວຈິງຂອງຄະແໜງການ ແລະ ທ່ອງຖີ່ນ, ເດັດດ່ຽວຕອບຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ເອົາໃຈໃສ້ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ໃນກົງຈັກການຈັດຕັ້ງ ແລະ ບຸກຄົນພະນັກງານ, ສະມາຊິກພັກໃຫ້ມີຄວາມປອດໃສ, ພ້ອມນັ້ນ ຍັງໄດ້ນໍາເອົາ, ມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ່ 206/ກມສພ, ລົງວັນທີ່ 7/12/2020, ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່, ຄໍາສັງ ວ່າດ້ວຍການເພີ່ມທະວີ ຊີ້ນໍາການກະກຽມ ແລະ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ່ງທີ XI ຂອງພັກ, ສະບັບເລກທີ 19/12/2020, ຄໍາສັ່ງວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກໍາສະພາບແນວຄິດຫາງສຽງສັງຄົມໃນໄລຍະໃໝ່ ສະບັບເລກທິ່ 04/ຄລສພ, ລົງວັນທີ 10/07/2017, ດໍາລັດ ວ່າສດ້ວຍນະໂຍບາຍການພັດທະນາເສດຖະກິດຂອງແຂວງໄຊສົມບູນ ສະບັບເລກທີ 414/ນຍ, ລົງວັນທີ່ 10/12/2019, ດໍາລັດ ວ່າດ້ວຍນະໂຍບາຍຕໍ່ພະນັກງານ-ລັດຖະກອນ, ທີ່ປະຕິບັດໜ້າທີ່ ຢູ່ເຂດຫ່າງໄກຊອກຫຼີກ ແລະ ທຸລະການດານ ສະບັບເລກທີ່ 0292/ລບ, ລົງວັນທີ່ 05/04/2021, ແລະ ມູນເຊື້ອຂອງພັກ-ຂອງຊາດ ມາຈັດຕັ້ງເຊື່ອມຊືມໃຫ້ແກ່ສະມາຊິກພັກ-ພະນັກງານໄດ້ຮັບຮູ້, ເຂົ້າໃຈ ແລະ ມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ເຊື່ອໝັ້ນຕໍການນໍາພາຂອງພັກຕະຫຼອດມາ, ໂດຍສະເພາະແມ່ນສໍາເລັດການລົງຈັດຊຸດຝືກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ 1 ຊຸດ, ມີຈໍານວນຄົນ ເຂົ້າຮ່ວມທັງໝົດ 60 ທ່ານ, ຍິງ 12 ທ່ານ, ສໍາເລັດຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ສໍາລັບ ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ເພື່ອດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ມີຜູ້ເຂົ້າຮ່ວມທັງໝົດ 180 ທ່ານ, ຍິງ 30 ທ່ານຄື: ຂັ້ນແຂວງ 95 ທ່ານ, ຍິງ 18 ທ່ານ ແລະ ເມືອງ ມີ 85 ທ່ານ, ຍິງ 12 ທ່ານ, ສໍາເລັດການຫັນມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ, ເປີດກວ້າງຄັ້ງທີ 14,15 ສະໄໝທີ I ມາເປັນບົດເຜີຍແຜ່ເຊື່ອມຊຶມ ພ້ອມບົດແນະນໍາໃນການຈັດຕັ້ງປະຕິບັດໃຫ້ຄະນະພັກຂັ້ນຕ່າງໆ ເປັນບ່ອນອີງໃນການເຊື່ອມຊຶມໃຫ້ສະມາຊິກພັກ, ພະນັກງານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າທົ່ວແຂວງ  ໄຊສົມບູນ, ໄດ້ເປີດຮຽນເອກະສານສະໜັບສະໜູນພັກ ໃຫ້ມະຫາຊົນກ້າວໜ້າ ຂອງບັນດາໜ່ວຍພັກ ພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ຕາມມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ຈໍານວນ 03 ຊຸດ ມີມະຫາຊົນກ້າວໜ້າເຂົ້າຮຽນທັງໝົດ 12 ທ່ານ, ຍິງ 06 ທ່ານ.

5. ວຽກງານສັງລວມ ແລະ ຂໍ້ມູນຂ່າວສານ ສໍາເລັດການຈັດຊຸດຝືກອົບຮົມວຽກງານສັງລວມການເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ຢູ່ເມືອງລ້ອງຊານ 1 ຊຸດ, ມີຜູ້ເຂົ້າຮ່ວມທັງໝົດ 50 ທ່ານ, ຍິງ 4 ທ່ານ, ໄດ້ສະລຸບລາຍງານ ວຽກ ງານຂໍ້ມູນຂ່າວສານ-ຜ່ານສື່ເອເລັກໂຕຣນີກ (ເວັບໄຊສ) ຂອງຄະນະໂຄສະນາອົບຮົມແຂວງ ປະຈໍາແຕ່່ລະເດືອນ, 3 ເດືອນ ສົ່ງໃຫ້ຄະນະໂຄສະນາອົບຮົມສູນກາງພັກ, ໄດ້ສະເໜີຄະນະປະຈໍາພັກແຂວງ ອອກມະຕິຕົກລົງ ສະບັບເລກທີ 03/ຄພ.ຊບ, ລົງວັນທີ 3 ມັງກອນ 2024 ປ່ຽນແທນສະບັບເລກທີ 490/ຄພ.ຊບ, ລົງວັນທີ 14 ກໍລະກົດ 2023 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາການເກັບກໍາສະພາບແນວຄິດ-ຫາງສຽງສັງຄົມໄດ້ 1 ສະບັບ ແລະ ອອກແຈ້ງການແນະນໍາໃຫ້ຄະນະປະຈໍາພັກເມືອງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຄົ້ນຄ້ວາຜັນຂະຫຍາຍເປັນຂອງຕົນ ໂດຍແຕ່ງຕັ້ງຄະນະຮັບຜິດຊອບເຄື່ອນໄຫວເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຕົນໄດ້ 1 ສະບັບ, ສໍາເລັດການເກັບກໍາຂໍ້ມູນຂຽນຂ່າວ, ລົງຂ່າວເວັບໄຊສ ຂອງຄະນະໂຄສະນາອົບຮົມແຂວງ ໄດ້ທັງໝົດ 43 ບົດຂ່າວ, ລາຍງານສະພາບພົ້ນເດັ່ນການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງຄະນໂຄສະນາອົບຮົມແຂວງ ປະຈໍາເດືອນ, ປະຈໍາ 3 ເດືອນ ແລະ 6 ເດືອນຕົ້ນປີ 2024 ໃຫ້ຫ້ອງວ່າການແຂວງ ເພື່ອກະກຽມສະຫຼຸບລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄດ້ 3 ສະບັບ, ພ້ອມກັນນັ້ນກໍໄດ້ເປັນເຈົ້າການໃນການເກັບກໍາສະພາບແນວຄິດ-ຫາງສຽງຂອງສັງຄົມ ດ້ານຕັ້ງໜ້າ, ດ້ານຫຍໍ້ທໍ້ ແລະ ຫາງສຽງສັງຄົມຕ່າງໆ ທີ່ພົ້ນເດັ່ນເກີດຂື້ນໃນແຕ່ລະໄລຍະ ແລ້ວນໍາມາສະຫຼຸບສັງລວມ, ວິເຄາະ, ວິໃຈ ແລ້ວລາຍງານຂໍທິດຊີ້ນໍາຈາກຄະນະປະຈໍາພັກແຂວງ ເພື່ອແກ້ໄຂຢ່າງທັນການ ພ້ອມທັງເອົາໃຈໃສ່ຕິດຕາມ, ກໍາແໜ້ນສະພາບແນວຄິດ-ຫາງສຽງສັງຄົມ ເພື່ອຄົ້ນຄ້ວາຕອບແກ້ ແລະ ນໍາພາໃຫ້ສອດຄ່ອງກັບທັດສະນະຂອງພັກ, ພ້ອມກັນນັ້ນຍັງຈະຕ້ອງໄດ້ສືບຕໍ່ສຸກຍູ້ຂະແໜງການຕ່າງໆໃຫ້ເຂົ້າຮ່ວມສ່ອງແສງສະພາບແນວຄິດ-ຫາງສຽງສັງຄົມໃຫ້ເປັນປົກກະຕິ, ເພື່ອສະຫຼຸບລາຍງານໃຫ້ຂັ້ນເທິງສາມາດຕິດຕາມ, ກວດກາ ແລະ ແກ້ໄຂບັນຫາຕ່າງໆໄດ້ຢ່າງວອງໄວ ແລະ ທັນການ.

ເພື່ອເປັນການຍົກສູງວຽກງານໂຄສະນາອົບຮົມແຂວງໄຊສົມບູນ ໃຫ້ດີຂື້ນກ່ວາເກົ່າ ຄະນະໂຄສະນາອົບຮົມແຂວງໄຊສົມບູນຈະຕ້ອງໄດ້ເອົາໃຈໃສ່ບາງບັນຫາດັ່ງນີ້:

  1. ສືບຕໍ່ແກ້ໄຂ ແລະ ປັບປຸງ ດ້ານພາລະບົດບາດຂອງຄະນະໂຄສະນາອົບຮົມແຂວງ, ເມືອງ, ໃຫ້ຈະແຈ້ງ ແລະ ຫັດກຸມ ເຮັດໃຫ້ສາຍໃຍການຈັດຕັ້ງ ຂອງຄະນະໂຄສະນາອົບຮົມແຂວງ, ເມືອງ, ໃຫ້ມີຄວາມກະທັດຮັດ, ຂະນາດກົງຈັດບໍໃຫຍ່ ແຕ່ລະບົບໂລ້ລ່ຽນ, ຄ່ຽງຄູ່ກັບການນໍາໃຊ້ ອຸປະກອນທີທັນສະໃໝ, ເຖິງວ່າຖັນແຖວລັດຖະກອນຈໍາກັດ ແຕ່ຄຸນນະພາບ ກໍ່ໃຫ້ເພື່ມຂື້ນ, ຄ່າໃຊ້ຈ່າຍປະຍັດລົງ, ສາມາດຄັບເຄື່ອນວຽກງານໄປຕາມກົດໝາຍຢ່າງມີປະສິດທິພາບ;
  2. ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ ຜູ້ທີເຮັດວຽກງານໂຄສະນາອົບຮົມ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ຕໍກັບແນວທາງຂອງພັກ, ກົດໝາຍຂອງລັດ ວາງອອກໃນແຕ່ລະໄລຍະ, ຖືເອົາຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ຂອງສະມາຊິກພັກ, ພະນັກງານເປັນບັນຫາໃຈກາງ, ມີຄວາມຮັບຮູ້ ແລະ ເຂົ້າໃຈແຈ້ງຕໍພາລະບົດບາດ, ສິດ ແລະ ໜ້າທີຂອງຕົນ, ປະກອບສ່ວນທາງດ້ານສະຕິປັນຍາ ເຂົ້າໃນວຽກງານດັ່ງກ່າວຢາງຈິງຈັງເຮັດໃຫ້ວຽກງານໂຄສະນາໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ;
  3. ຄະນະພັກ, ຄະນະນໍາ ຈະຕ້ອງໄດ້ເປັນເຈົ້າການ ເອົາໃຈໃສ່ໃນການຄັດເລື່ອກເອົາຜູ້ທີມີພອນສະຫວັນ, ຜູ້ທີມີຄວາມມັກຮັກໃນການເວົ້າ, ມັກອ່ານ, ມັກຂີດຂຽນ, , ມັກຄົ້ນຄ້ວາ ແລະ ເປັນຜູູ້ທີມີຄວາມຮັບຜິດຊອບສູງຕໍ່ໜ້າທີວຽກງານ, ມີລະດັບຄວາມຮູ້-ຄວາມສາມາດທີແນ່ນອນ ແລະ ໄດ້ຜ່ານການບໍາລຸງກໍ່ສ້າງທາງດ້ານວິຊາທິດສະດີການເມືອງ, ມີວິໃສທັດ, ຮູ້ໝູນໃຊ້ເຂົ້າໃນວຽກງານຂອງຕົນຮັບຜິດຊອບໃຫ້ມີລັກສະນະ ຫຼາຍຮູບ, ຫຼາຍສີ, ຫຼາຍວິທີໃນການຂື້ນຫ້ອງ, ຮູ້ຈັກວິເຄາະ, ວິໄຈ, ໄຈແຍກ ແລະ ຮູ້ຄັດເອົາປະເດັນທີ່ສໍາຄັນ ເພື່ອມາຕັ້ງບັນຫາຢ່າງມີຈຸດສຸມ, ເພື່ອຂື້ນມາແລກປ່ຽນບົດຮຽນໃຫ້ຜູ້ຝັງໄດ້ມີສ່ວນຮ່ວມ ເພື່ອສ້າງບັນຍາກາດໃນເວທີ, ສິ່ງສໍາຄັນໃນການອະທິບາຍກໍໃຫ້ມີຕົວຢ່າງໃດໜຶ່ງໃຫ້ແທດເມາະກັບຄວາມເປັນຈຶງ ຂອງທ່ອງຖີ່ນນັ້ນ;
  4. ມີການຕິດຕາມກວດກາການເຄື່ອນໄຫວເຮັດວຽກງານໂຄສະນາ ຂອງພະນັກງານທີຮັບຜິດຊອບຢ່າງໃກ້ສິດຕິດແທດ, ວ່າການຈັດຕັ້ງເຄື່ອນໄຫວຂອງເຂົາເຈົ້າຖືກຕ້ອງກັບເປົ້າໝາຍແລ້ວບໍ, ວ່ອງໄວທັນກັບຄວາມຮຽກຮ້ອງຕ້ອງການຂອງຂັ້ນເທິງແລ້ວບໍ, ມີຫາງສຽງຈົ່ມວ່າຈາກພາຍໃນ ແລະ ພາຍນອກບໍ່ ຖ້າເຫັນວ່າມີບັນຫາໃດຍັງຂາດຕົກບົກຜ່ອງກໍ່ຮີ້ບຮ້ອນລາຍງານໃຫ້ຂັ້ນເທິງຮັບຊາບ ເພື່ອຫາວິທີແກ້ໄຂໃຫ້ທັນເວລາ ພ້ອມກັນນັ້ນ, ກໍຕ້ອງມີການສຸກຍູ້ສົ່ງເສີມ ເຮັດໃຫ້ວຽກງານໂຄສະນາໄດ້ມີການເຄື່ອນໄຫວຢ່າງແຂງແຮ່ງ ແລະ ຕໍ່ເນື່ອງ;
  5. ເພີ່ມທະວີ ຄວາມເປັນເຈົ້າໃນການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງຮ່ວມມື ອັນເປັນພື້ນຖານ ກັບປະເທດເພີ່ອນມິດຍຸດທະສາດ ທີໄດ້ຮ່ວມກັນ ຍົກການຮ່ວມມືສູ່ລະດັບອັນໃໝ່ ໃຫ້ມີປະສິດທິຜົນກົ່ວເກົ່າ, ໂດຍສະເພາະເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ເຂົ້າຊູລວງເລິກ, ເສີມຂະຫຍາຍສາຍພົວພັນທີເປັນມູນເຊື້ອ ຄູ່ຮ່ວມມືຍຸດທະສາດ, ຮອບດ້ານ, ໃຫ້ໝັ້ນຄົງ ແລະ ຍາວນານຕະຫຼອດໄປ.

ສັ່ງລວມແລ້ວ ວຽກງານຂອງຄະນະໂຄສະນາອົບຮົບ ແມ່ນເປັນວຽກໜຶ່ງ, ຜູ້ໜຶ່ງທີປັບປຸງຄຸນນະພາບທາງດ້ານເນື່ອໃນ, ຮູ້ບການ, ວິທີການໃນການເຄື່ອນໄຫວໂຄສະນາ ໂດຍສະເພາະແມ່ນການຄົ້ນຄ້ວາ, ຮໍ່າຮຽນທິດສະດີ, ມາເຜີຍແຜ່, ເຊື່ອມຊືມແນວທາງ, ແຜນນະໂຍບາຍ ແລະ ນິຕິກໍາຕ່າງໆ ຂອງພັກ-ລັດ ໃຫ້ແກ່ພະນັກງານຫຼັກແຫຼ່ງ, ສະມາຊິກພັກ ແລະ ປະຊາຊົນໄດ້ຮັບຮູ້, ເຂົ້າໃຈ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນເປັນຈິງ, ພ້ອມກັນນັ້ນ, ກໍຍັງສຸມໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ດ້ວຍຫຼາຍຮູບການ ແລະ ຫຼາຍເປົ້າໝາຍ ເພື່ອສ້າງຄວາມເປັນເອກະພາບທາງດ້ານແນວຄິດ ແລະ ຕອບຕ້ານຫາງສຽງສັງຄົມທີ່ຜິດເຂວ ນັ້ນກໍ່ແມ່ນວຽກໜຶ່ງທີສໍາຄັນ ແລະ ຈໍາເປັນຕ້ອງໄດ້ປັບປຸງໃຫ້ມີຄຸນນະພາບດີຂຶ້ນກ້ວາເກົ່າ ຈຶ່່ງຈະຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານການເມືອງ-ແນວຄິດໃນໄລຍະໃໝ່ໄດ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa