ພະນັກງານເຮັດວຽກອົບຮົມ ຢູ່ແຂວງໄຊສົມບູນ ໄດ້ຮັບການຍົກລະດັບຄວາມຮູ້ກຽວກັບວຽກງານອົບຮົມ

ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ໄດ້ຈັດພິທີຝຶກອົບຮົມວຽກງານອົບຮົມ ໃຫ້ແກ່ພະນັກງານຜູ້ທີ່ເຮັດວຽກອົບຮົມ ຢູ່ແຂວງໄຊສົມບູນ ໃນວັນທີ 23 ກັນຍາ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ, ມີສະຫາຍ ນາງ ຄໍາສີ ສິດທິວໍລະດາ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງ ແລະ ທ່ານ ລີຈາວ ໄຊເຍ່ຍຊ່າງ ຮອງຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມ ສູນກາງພັກ, ມີສໍາມະນາກອນຈາກຄະນະໂຄສະນາອົບຮົມ 5 ເມືອງ ແລະ ກົມກອງ ອົງການອ້ອມຂ້າງແຂວງ ເຂົ້າຮ່ວມ.
ໃນໂອການີ້ ສະຫາຍ ພອຍຄຳ ຮຸ່ງບຸນນຍວງ ໄດ້ມີຄຳເຫັນກ່າວເປີດພິທີ ວ່າ: ວຽກງານອົບຮົມ, ວຽກງານການເມືອງ-ແນວຄິດ ເປັນໜ້າທີ່ສຳຄັນພື້ນຖານ, ເປັນວຽກງານກົກ, ເປັນວຽກທີ່ຕ້ອງເຮັດເປັນປະຈຳ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານຂອງພັກ-ລັດ ເປັນປັດໄຈຮັບປະກັນທຸກໄຊຊະນະຂອງການປະຕິວັດ ປະທານ ໄກສອນ ພົມວິຫານ ໄດ້ເວົ້າວ່າ: ແຕ່ໃດໆມາພັກເຮົາໄດ້ຖືວ່າ ວຽກງານການເມືອງ-ແນວຄິດ ແລະ ທິດສະດີເປັນວຽກທີ່ສຳຄັນ, ມັນເປັນເສັ້ນໄໝແດງທີ່ສອດຫ້ອຍໄປໃນທຸກວຽກງານຂອງພັກທຸກຂັ້ນ ແລະ ທຸກເວລາ ວຽກງານການເມືອງ-ແນວຄິດ ໄດ້ປະກອບສ່ວນສຳຄັນເຂົ້າໃນການເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວ, ວັດທະນະທໍາຂອງຊາດ, ຂອງເຜົ່າ ໄດ້ຮັບການປົກປັກຮັກສາ ແລະ ສ້າງສາພັດທະນາ, ເສີມຂະຫຍາຍຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ ແລະ ບົດບາດອິດທິພົນຂອງພັກ ຂອງຊາດ ໄດ້ຮັບການເຊີດຊູສູງຂຶ້ນໃນເວທີສາກົນ ພ້ອມນີ້ ສະຫາຍ ຍັງໄດ້ຮຽກຮ້ອງມາຍັງບັນດາສໍາມະນາກອນ ຈົ່ງພ້ອມກັນເອົາໃຈໃສ່ສຸມສະຕິປັນຍາເຂົ້າໃນການຝຶກອົບຮົມ ຢ່າງຕັ້ງໜ້າ ເພື່ອເຮັດໃຫ້ຊຸດຝຶກອົບຮົມໃນຄັ້ງນີ້ ບັນລຸຜົນສໍາເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້.
ການຝຶກອົບຮົມໃນຄັ້ງນີ້ ສໍາມະນາກອນຈະໄດ້ຮຽນຮູ້ກ່ຽວກັບວຽກງານໂຄສະນາອົບຮົມຂອງພັກ, ຄວາມຮູ້ພື້ນຖານກ່ຽວກັບວຽກງານອົບຮົມ, ການຂຽນ ແລະ ການປັບປຸງເອກະສານ, ການບັນຍາຍເອກະສານອົບຮົມ ແລະ ການຈັດຕັ້ງຝຶກອົບຮົມວຽກງານອົບຮົມ ໂດຍມີວິທະຍາກອນຈາກສູນກາງ ແລະ ຄະນະໂຄສະນາອົບຮົມແຂວງ ເປັນສິດສອນຖ່າຍທອດຄວາມຮູ້ໃຫ້ ພ້ອມນີ້ ບັນດາຜູ້ເຂົ້າຮ່ວມ ຍັງຈະໄດ້ມີຄຳເຫັນແລກປ່ຽນຊຶ່ງກັນ ແລະ ຕື່ມອີກ. ທັງນີ້ ກໍເພື່ອເປັນການຍົກລະດັບຄວາມຮູ້ ຄວາມສາມາດ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານຜູ້ທີ່ເຮັດວຽກງານອົບຮົມ ກໍຄືຜູ້ທີ່ເຮັດວຽກງານການເມືອງ-ແນວຄິດ ຢູ່ແຂວງໄຊສົມບູນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບວຽກງານອົບຮົມ ລວມທັງຂັ້ນຕອນການຈັດຕັ້ງປະຕິບັດການຝຶກອົບຮົມ ໃຫ້ແຕ່ລະເປົ້າໝາຍ ເພື່ອຍົກສູງຄຸນນະພາບຂອງວຽກງານອົບຮົມການເມືອງ-ແນວຄິດ ແນໃສ່ສ້າງການຫັນປ່ຽນໃໝ່ດ້ານຈິນຕະນາການ, ຍົກລະດັບຄຸນນະພາບວຽກງານການເມືອງ-ແນວຄິດ ຂອງພັກ ໃຫ້ໄດ້ຮັບການຜັນຂະຫຍາຍຢ່າງແຂງແຮງ ແລະ ເປັນຮູບປະທໍາຕົວຈິງ ແລະ ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງຕົນໃຫ້ມີຄຸນນະພາບດີຂຶ້ນ. ຊຸດຝຶກອົບຮົມໃນຄັ້ງນີ້ ຈະດໍາເນີນເປັນເວລາ 2 ວັນ ຈຶ່ງຈະສໍາເລັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa