ພິທີປະກາດຍົກຍ້າຍການນຳຂັ້ນສູງແຂວງໄຊສົມບູນ ໄປຮັບໜ້າທີ່ໃໝ່ຢູ່ຂັ້ນສູນກາງ

ພິທີປະກາດການຍົກຍ້າຍການນໍາຂັ້ນສູງຢູ່ແຂວງໄຊສົມບູນ ໄປຮັບຫນ້າທີ່ໃໝ່ຢູ່ຂັ້ນສູນກາງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 19 ກໍລະກົດ 2024 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານ ຂອງສະຫາຍ ພົອ ຈັນສະຫມອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ມີສະຫາຍພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ, ມີຮອງເລຂາພັກແຂວງ, ມີບັນດາການນຳແຂວງ, ການນຳເມືອງ, ພະແນກການ, ອົງການ, ກົມກອງອອ້ມຂ້າງແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ເຂົ້າຮ່ວມ.

ໃນພິທີ ທ່ານ ວຽງທອງ ສິງຄຳພັນ ຫົວຫນ້າຫ້ອງການຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານ ຄຳສັ່ງ ສະບັບເລກທີ 156/ຄລສພ ລົງວັນທີ 02 ກໍລະກົດ 2024 ວ່າດ້ວຍການຍົກຍ້າຍພະນັກງານການນຳໄປຮັບຫນ້າທີ່ໃໝ່ ຊຶ່ງໄດ້ຍົກຍ້າຍ ສະຫາຍ ພົຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງໄຊສົມບູນ ໄປຮັບຫນ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ.

ໂອກາດນີ້ໃນພິທີຍັງໄດ້ຮັບຟັງການລາຍງານຜົນສຳເລັດບາງຫນ້າທີ່ວຽກງານຕະຫລອດໄລຍະແຫ່ງການນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດຫນ້າທີ່ວຽກງານຂອງສະຫາຍ ພົຕ ວົງສອນ ອິນປານພິມ ໄດ້ມີສ່ວນຮ່ວມກັບຄະນະບໍລິຫານງານພັກແຂວງໄຊສົມບູນ ສຸມທຸກກຳລັງເຫື່ອແຮງ ຕະຫຼອດຮອດຄວາມຮູ້ຄວາມສາມາດຂອງຕົນນຳພາສະພາຊິກພັກ-ພະນັກງານລັດຖະກອນ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ1 ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ່ 2 ຂອງແຂວງ ເຊິ່ງຢູ່ໃນໄລຍະກາງສະໄຫມຕໍ່ໃສ່ທ້າຍສະໄຫມໃຫ້ມີຜົນສຳເລັດໃນຫລາຍດ້ານ ເປັນຕົ້ນແມ່ນສາມາດເຮັດໃຫ້ແຂວງໄຊສົມບູນ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດ-ວັດທະນະທຳ-ສັງຄົມ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ວຽກງານກໍ່ສ້າງພັກ-ພະນັກງານໄດ້ມີບາດກ້າວຂະຫຍາຍຕົວໃຫມ່ ແລະ ວຽກງານອື່ນໆກໍໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ.

ໃນຕອນທ້າຍຂອງພິທີ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ເຊິ່ງສະຫາຍ ໄດ້ກ່າວວ່າ ການຊັບຊ້ອນ ຍົກຍ້າຍແມ່ນເລື່ອງປົກກະຕິອີງໃສ່ຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ການເມືອງໃນແຕ່ລະໄລຍະ ພ້ອມນີ້ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຫຼາຍໆດ້ານທີ່ຄະນະບໍລິຫານງານພັກແຂວງໄຊສົມບູນສາມາດຍາດມາໄດ້ໃນຕະຫລອດໄລຍະຜ່ານມາໃນການນຳພາ-ຊີ້ນຳເຄື່ອນໄຫວປະຕິບັດຫນ້າທີ່ໃນທຸກຂົງເຂດວຽກງານຈົນເຮັດໃຫ້ແຂວງໄຊສົມບູນມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເສດຖະກິດໄດ້ຮັບການພັດທະນາຢ່າງກ້າວກະໂດດ, ພ້ອມນີ້ສະຫາຍຮຽກໃຫ້ຄະນະບໍລິຫານງານພັກ ແຂວງໄຊສົມບູນ ຈົ່ງສືບຕໍ່ນຳພາ-ຊີ້ນຳໃຫ້ແຂວງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບປອດໄພ, ເສດຖະກິດໄດ້ຮັບການພັດທະນາ, ສືບຕໍ່ເພີ່ມທະວີຄວາມສາມັກຄີຢູ່ໃນໝູ່ຄະນະໃຫ້ເປັນປຶກແຜ່ນແໜ້ນໜາ, ພ້ອມນີ້ ການກໍ່ສ້າງພະນັກງານຕ້ອງໃຫ້ມີ 3 ລຸ້ນ, ມີເພດ, ມີເຜົ່າ ເພື່ອແນ່ໃສ່ເຮັດໃຫ້ການພັດທະນາແຂວງໄຊສົມບູນໃຫ້ນັບມື້ນັບດີຂຶ້ນເປັນກ້າວໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa