ພິທີປະດັບຫຼຽນກາລະນຶກ 50 ປີ ຄົບຮອບວັນສະຖາປະນາ ສປປ ລາວ ຢູ່ແຂວງໄຊສົມບູນ

ແຂວງໄຊສົມບູນ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ຄົບຮອບວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ວັນທີ 2 ທັນວາ 1975-ວັນທີ 2 ທັນວາ 2025) ໃນຕອນບ່າຍຂອງວັນທີ 1 ທັນວາ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງສະຫາຍ ພອຍຄຳ ຮຸ່ງບຸນຍວງ, ເລຂາຄະນະບໍລິຫານງານພັກແຂວງ, ມີຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ ພ້ອມດ້ວຍ ອະດີດການນໍາ, ພະນັກງານຫຼັກແຫຼ່ງຂອງແຂວງ ແລະ ບັນດາ 5 ເມືອງ ເຂົ້າຮ່ວມ.
ໃນພິທີ ສະຫາຍ ທອງວັນ ທຳມະວົງ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງ ແຂວງໄຊສົມບູນ ໄດ້ມີການຜ່ານ ດຳລັດ ຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ຄົບຮອບ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ແກ່ພະນັກງານການນໍາຂັ້ນສູງ, ພະນັກງານນໍາພາ-ຄຸ້ມຄອງ, ສະມາຊິກພັກ-ພະນັກງານ ແລະ ອະດີດການນໍາ ຂອງແຂວງ ຊຶ່ງມີຜູ້ທີ່ໄດ້ຮັບການປະດັບຫຼຽນກາລະນຶກທັງໝົດ ຈໍານວນ 1,600 ກວ່າສະຫາຍ, ຍິງ 240 ກວ່າສະຫາຍ, ຈາກນັ້ນ ສະຫາຍ ທອງວັນ ທຳມະວົງ ກໍໄດ້ປະດັບຫຼຽນກາລະນຶກ 50 ປີ ໃຫ້ແກ່ສະຫາຍ ພອຍຄຳ ຮຸ່ງບຸນຍວງ ພ້ອມດຽວ ກັນນັ້ນ ສະຫາຍເລຂາຄະນະບໍລິຫານງານພັກ ແຂວງ ກໍໄດ້ຂຶ້ນປະດັບຫຼຽນ ໃຫ້ແກ່ບັນດາຄະນະບໍລິຫານງານພັກແຂວງ, ອະດີດການນຳແຂວງ, ພະນັກງານນໍາພາ-ຄຸ້ມຄອງຂອງແຂວງ, ຂອງເມືອງ ຕະຫຼອດຮອດສະມາຊິກພັກ-ພະນັກງານ ພາຍໃນແຂວງ ທີ່ເປັນຕົວແທນໃຫ້ປະຊາຊົນບັນດາເຜົ່າທົ່ວ ແຂວງໄຊສົມບູນ ຢ່າງສົມກຽດ.
ການມອບຫຼຽນກາທີ່ລະນຶກຄັ້ງນີ້ ກໍເພື່ອເປັນການລະນຶກເຖິງຄຸນງາມຄວາມດີອັນໃຫ່ຍຫຼວງ ຂອງບັນດາການນຳພັກ-ລັດ, ພະນັກງານຫຼັກແຫຼ່ງ ຂອງແຂວງ ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືແຂວງໄຊສົມບູນ ຕະຫຼອດໄລຍະ 50 ປີ ຜ່ານມາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa