
ຕອນເຊົ້າວັນທີ 9 ຕຸລາ 2025 ນີ້ ເມືອງຮົ່ມ ແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາວັນຄູແຫ່ງຊາດ ຄົບຮອບ 31 ປີ ( 7 ຕຸລາ 1994 – 7 ຕຸລາ 2025 ), ໂດຍການເປັນປະທານຂອງທ່ານ ບຸນເຕັງ ລັດຕະນະໄຕ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ມີບັນທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ກອງ ຕະຫຼອດຮອດຄູອາຈານ ແລະ ນ້ອງໆນັກຮຽນເຂົ້າຮ່ວມ.

ໃນພິທີໄດ້ຮັບຊົມການສະແດງສິລະປະ ແລະ ຮ້ອງເພງ ຈາກນ້ອງນ້ອຍນັກຮຽນ ດ້ວຍຄວາມເບີກບານມ່ວນຊື່ນ, ຕາງໜ້ານ້ອງນ້ອຍນັກຮຽນ ກໍໄດ້ຂຶ້ນອ່ານສານອວຍພອນຄູອາຈານ, ຈາກນັ້ນທ່ານ ວຽງຄໍາ ຈະເລີນເຢຍປາວເຮີ່ ວ່າການຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ກໍໄດ້ປາຖະກະຖາເລົ່າຄືນມູນເຊື້ອຂອງວັນຄູແຫ່ງຊາດ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສຳຄັນຂອງຄູ ແລະ ປະຫວັດຄວາມເປັນມາຂອງຄູຢູ່ໃນປະເທດລາວ ທີ່ໄດ້ມີບົດບາດປະກອບສ່ວນອັນສຳຄັນໃນພາລະກິດຂອງຊາດ ໂດຍສະເພາະກໍແມ່ນປະຫວັດຄວາມເປັນມາຂອງນາຍຄູຄຳ ຊຶ່ງເປັນຕົ້ນກຳເນີດທີ່ພາໃຫ້ເກີດມີວັນທີ 7 ຕຸລາ ວັນຄູແຫ່ງຊາດ ແລະ ເປັນຄົນລາວຜູ້ທຳອິດ ທີ່ໄດ້ສໍາເລັດການອົບຮົມຄູ ແລະ ໄດ້ເລີ່ມເປັນຄູສອນ ໃນວັນທີ 7 ຕຸລາ ປີ 1907 ດ້ວຍຮູບການເປີດສອນໂຮງຮຽນສ້າງຄູສົງ ທີ່ວັດຈັນ ໃນເວລານັ້ນ ສະພາບການຂອງປະເທດລາວ ພວມຕົກຢູ່ໃນຄວາມວຸ້ນວາຍສັບສົນ ຢູ່ພາຍໃຕ້ແອກການຄອບຄອງຂອງຝຣັ່ງ ຍ້ອນນໍ້າໃຈຮັກຊາດຂອງນາຍຄູຄຳ ທັງສິດສອນ ທັງສຶກສາອົບຮົມຄົນລາວ ໃຫ້ມີນໍ້າໃຈຮັກຊາດ ແລະ ຕໍ່ສູ້ໄປພ້ອມເພື່ອກອບກູ້ເອົາເອກະລາດມາສູ່ປະຊາຊົນລາວ ແຕ່ສຸດທ້າຍນາຍຄູຄໍາກໍຖືກຈັກກະພັດຝຣັ່ງຈັບໄດ້ ພາຍຫຼັງປະຊາຊົນລາວ ໄດ້ລຸກຮື້ຂຶ້ນຍຶດອໍານາດ ການສຶກສາຈິ່ງມີລັກສະນະຊາດ ຄ່ອຍໆປະກົດຕົວເປັນຮູບຮ່າງຂຶ້ນ ຈົນປະເທດລາວໄດ້ຮັບການສະຖາປານາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ປີ 1975 ການສຶກສາລາວຈຶ່ງໄດ້ຮັບການພັດທະນາ ໂຮງຮຽນໄດ້ຂະຫຍາຍຕົວຢ່າງໄວວາ ຈາກຕົວເມືອງໄປສູ່ຊົນນະບົດ ເຮັດໃຫ້ລູກຫຼານຂອງປະຊາຊົນລາວບັນດາເຜົ່າ ໄດ້ເຂົ້າສຶກສາຮໍ່າຮຽນ ຊື່ສຽງຂອງຄູໄດ້ຕິດພັນກັບຂະບວນວິວັດແຫ່ງການພັດທະນາປະເທດຊາດມາແຕ່ລະສະໄໝຈົນຮອດປັດຈຸບັນນີ້ ດັ່ງນັ້ນ ເພື່ອລະນຶກເຖິງຄຸນງາມຄວາມດີຂອງຄູໃນທົ່ວສັງຄົມ ຈິ່ງໄດ້ກໍານົດເອົາວັນເຂົ້າລາຊະການເປັນຄູ ຂອງນາຍຄູຄໍາຄື: ວັນທີ 7 ຕຸລາ 1994 ເປັນວັນຄູແຫ່ງຊາດລາວ ທັງເປັນການລະນຶກເຖິງມູນເຊື້ອ ແລະ ຄຸນງາມຄວາມດີ ຂອງບັນພະບູລຸດນາຍຄູຄຳ ແລະ ສະແດງເຖິງຄວາມຮູ້ບຸນຄຸນ ຄວາມກະຕັນຍູຕໍ່ຄູອາຈານ ທັງອະດີດ ແລະ ປະຈຸບັນ, ພ້ອມນີ້ຍັງໄດ້ມອບໃບຍ້ອງຍໍຂອງເຈົ້າແຂວງໄຊສົມບູນ, ໃບຍ້ອງຍໍ ແລະ ນາມມະຍົດພັດທະນາດີເດັ່ນຈາກລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຕື່ມອີກ.

ໂອກາດທີມີຄວາມໝາຍຄວາມສໍາຄັນນີ້ ທ່ານປະທານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຮູ້ບຸນຄຸນຢ່າງສູງມາຍັງຄູບາອາຈານທຸກໆທ່ານ, ໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກຽ່ວຂ້ອງຈົ່ງພ້ອມກັນແກ້ໄຂບັນຫາປະກົດການຫຍໍ້ທໍ້ຕົວຊີ້ວັດຂອງການສຶກສາໃນແຜນການ 5 ປີຕໍ່ໜ້ານີ້ໃຫ້ໄດ້ຮັບຜົນດີຂຶ້ນ, ເອົາໃຈໃສ່ຍົກສູງຄວາມຮູ້ທາງດ້ານວິຊາສະເພາະຊອກຮູ້ຊອກຮຽນ ແລກປ່ຽນບົດຮຽນຈາກຜູ້ທີ່ມີປະສົບການ ຊອກເຕັກນິກການຮຽນການສອນແບບໃໝ່ໆເພື່ອໃຫ້ລູກຫຼານມີຄວາມສົນໃຈຕໍ່ການສຶກສາ, ຄູອາຈານ ແລະ ນັກຮຽນ ໃຫ້ເອົາໃຈໃສ່ໃນການຮຽນ-ການສອນ ດ້ວຍຄວາມຮັບຜິດຊອບສູງ ເພື່ອພັດທະນາການສຶກສາໃຫ້ມີຄຸນນະພາບ ເພື່ອຕອບສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຂຶ້ນເລື້ອຍໆ.