ພິທີປາຖະກະຖາວັນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ຂອງກອງບັນຊາການທະຫານເມືອງ ຮົ່ມ

ຕອນແລງວັນທີ 21 ມັງກອນ 2026 ນີ້ ຢູ່ທີສະໂມສອນກອງບັນຊາການທະຫານເມືອງຮົ່ມ ແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ( 20 ມັງກອນ 1949 – 20 ມັງກອນ 2026) . ໂດຍການໃຫ້ກຽດປາຖະກະຖາເລົ່າມູນເຊື້ອ ແລະ ຄວາມເປັນມາຂອງກອງທັບປະຊາຊົນລາວ ຂອງທ່ານ ຄໍາພຸດ ແກ້ວວົງພອນ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ, ສະຫະພັນນັກຮົບເກົ່າ, ນາຍບ້ານ 3 ບ້ານເທດສະບານ ພ້ອມດ້ວຍຄະນະພັກ – ຄະນະບັນຊາ, ປກຊ, ປກສ ແລະ ອ້າຍນ້ອງນາຍ ແລະ ພົນທະຫານເຂົ້າຮ່ວມ.
ໃນພິທີທ່ານ ຄໍາພຸດ ແກ້ວວົງພອນ ໄດ້ເລົ່າຄືນມູນເຊື້ອການເຕີບໃຫ່ຍຂະຫຍາຍຕົວຂອງກອງທັບປະຊາຊົນລາວ 20 ມັງກອນ 1949 ແມ່ນວັນໃຫ້ກໍາເນີດກອງທັບ ປະຊາຊົນ ລາວ ໃນປັດຈຸບັນ ເຊີ່ງນັບແຕ່ໄດ້ຮັບການສ້າງຕັ້ງເປັນຕົ້ນມາ ໄດ້ມີບາດກ້າວການປ່ຽນແປງຫຼາຍດ້ານ ໃນນັ້ນ ໄດ້ຜ່ານໄລຍະການຕໍ່ສູ້ ແລະ ບາດລ້ຽວຂອງການປະຕິວັດ ນັບແຕ່ໄລຍະຕໍ່ສູ້ກູ້ຊາດ ຕ້ານພວກລ່າເມືອງຂື້ນ ແລະ ໄລຍະຕໍ່ສູ້ປົດປ່ອຍປະເທດຊາດ ຈາກຈັກກະພັດ ຕະຫຼອດໄລຍະການເຕີບໃຫ່ຍຂະຫຍາຍຕົວຂອງກອງທັບນັ້ນ ເຮັດໃຫ້ເຫັນຫຼາຍດ້ານເປັນຕົ້ນຄວາມສາມັກຄີຂອງສະມາຊິກພັກ, ພະນັກງານ – ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ ນັ້ນເປັນມູນເຊື້ອອັນສະຫງ່າງາມຂອງກອງທັບ ປະຊາຊົນລາວ ດ້ວຍການເຕີບໃຫ່ຍຈາກການຕໍ່ສູ້ ແລະ ບາດລ້ຽວອັນຫຍຸ້ງຍາກ ແລະ ສັບສົນ ເຮັດໃຫ້ກອງທັບ ມີບົດຮຽນອັນເປັນມູນເຊື້ອ ເຊີ່ງພວກເຮົາ ສະມາຊິກພັກ, ພະນັກງານ – ນັກຮົບ ປັດຈຸບັນຄວນເອົາເປັນແບບຢ່າງ ເປັນຕົ້ນສືບຕໍ່ຮັກສາມູນເຊື້ອອັນຫ້າວຫັນ, ກ້າຫານຂອງພະນັກງານປະຕິວັດ, ນໍ້າໃຈອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ມີສະຕິຕໍ່ກົນອຸບາຍຂອງກຸ່ມອິດທິປໍລະປັກ ທີ່ຍາມໃດກໍ່ຫວັງມ້າງເພທໍາລາຍຄວາມສາມັກຄີພາຍໃນຊາດ, ພາຍໃນຖັນແຖວກອງທັບ ພ້ອມນີ້ທ່ານກໍ່ໄດ້ຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ – ນັກຮົບ ຈົ່ງເອົາໃຈໃສຮັກສາມູນເຊື້ອກອງທັບໃນເມື່ອກ່ອນ ສືບທອດມູນເຊື້ອປະຕິວັດຫ້າວຫັນ, ຄຽງບ່າຄຽງໄຫຼ່ ກັບປະຊາຊົນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ດຸໝັ່ນສືກສາຄົ້ນຄ້ວາຮໍ່າຮຽນສ້າງສາກົມກອງເຮັດໃຫ້ກອງທັບນັບມື້ເຕີບໃຫ້ເຂັ້ມແຂງ ນັບມື້ກ້າວໜ້າ, ທັນສະໄໝ ໂດຍເອົາມູນເຊື້ອຮັກຊາດ ຮັກປະຊາຊົນ, ນໍ້າໃຈກ້າຫານ ຍອມເສຍສະຫຼະຂອງ ພະນັກງານ – ນັກຮົບ ປະຕິວັດ ໃນເມື່ອກ່ອນ ເປັນບົດຮຽນອັນດີງາມ ແລະ ສົມກຽດ ຂອງກອງທັບ ນໍາເອົາມາຈັດຕັ້ງປະຕິບັດ ໃ ນປັດຈຸບັນ ໃຫ້ກົມກອງມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ທັນສະໄໝ ທັງຕັ້ງໜ້າຜັນຂະຫຍາຍມູນເຊື້ອຂອງກອງທັບ ໃຫ້ນັບມື້ກ້າວຂື້ນ ແລະ ກຽມພ້ອມເຮັດສໍາລັດໜ້າທີ່ການເມືອງທີ່ພັກ – ລັດ ແລະ ປະຊາຊົນມອບໝາຍໃຫ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa