ພິທີປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ, ວັນເກີດປະທານ ສຸພານຸວົງ, ວັນຢຶດອຳນາດ ແລະ ວັນເຊັນສົນທິສັນຍາມິດຕະພາບລາວ-ຫຽວນາມ ຢູ່ແຂວງໄຊສົມບູນ

ແຂວງໄຊສົມບູນ ຈັດພິທີປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ, ວັນເກີດປະທານ ສຸພານຸວົງ ຄົບຮອບ 116 ປີ, ວັນຢຶດອຳນາດ ຄົບຮອບ 80 ປີ, ວັນເຊັນສັນຍາມິດຕະພາບ-ການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ໃນຕອນເຊົ້າຂອງວັນທີ 16 ກໍລະກົດ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງທ່ານ ແດງ ປະທຸມທອງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຮອງເຈົ້າແຂວງ, ຄະນະປະຈໍາພັກແຂວງ, ພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມ.

ພ້ອມດຽວກັນນີ້ ທ່ານ ແດງ ປະທຸມທອງ ກໍໄດ້ເລົ່າຄືນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດ, ຜົນງານ ແລະ ຄຸນງາມຄວາມດີ ຂອງປະທານສຸພານຸວົງ ຊຶ່ງແມ່ນຜູ້ນໍາທີ່ມີບົດບາດພົ້ນເດັ່ນໃນພາລະກິດປະຕິວັດປົດປ່ອຍຊາດ ທ່ານໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງຂອງ ຕົນເພື່ອຊີ້ນໍາ-ນໍາພາ ຂະບວນການປະຕິວັດລາວ ຍາດເອົາໄຊຊະນະອັນຍິ່ງໃຫຍ່ ມາໃຫ້ແກ່ປະເທດຊາດ ປະທານສຸພານຸວົງ ເປັນຜູ້ນໍາທີ່ມີຄວາມຈົ່ງຮັກພັກດີຕໍ່ ອຸດົມການປະຕິວັດ ຢ່າງເດັດຂາດ, ຕໍ່ສູ້ຢ່າງກ້າແກ່ນພິລະອາດຫານ ຍາມໃດກໍໄດ້ຍົກສູງສະຕິລະບຽບວິໃນຕໍ່ການຈັດຕັ້ງ, ນັບຖືຫມູ່ຄະນະ, ເອື້ອເຟື້ອຮັກແພງມິດສະຫາຍຢ່າງຈິງໃຈ, ດໍາລົງຊີວິດຢ່າງສັດຊື້ສຸຈະລິດ ແລະ ງ່າຍດາຍ ແມ່ນປັນຍາຊົນຜູ້ຍິ່ງໃຫຍ່ ເປັນເຊື້ອເຈົ້າຜູ້ຫນຶ່ງທີ່ມີນໍ້າໃຈຮັກຊາດອັນດູດດືມ, ມີຈິດໃຈຕໍ່ສູ້ທີ່ອາດຫານກ້າແກ່ນ, ມີທັດສະນະຫລັກຫມັ້ນອັນໜັກແໜ້ນ ແລະ ນໍ້າໃຈເສຍສະຫລະອັນສູງສົ່ງ ເພື່ອຊາດເພື່ອປະ ຊາຊົນ ຈົນກາຍເປັນນັກປະຕິວັດທີ່ກ້າແກ່ນ, ເປັນຫນຶ່ງໃນບັນດາຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາ ຊົນລາວເຜົ່າ.
‎ຈາກນັ້ນ ທ່ານກໍໄດ້ສືບຕໍ່ປາຖະກະຖາວັນຢຶດອຳນາດ ຊຶ່ງເປັນເຫດການອັນສໍາຄັນທາງດ້ານປະຫວັດສາດ ທີ່ສະແດງໃຫ້ເຫັນເຖິງມູນເຊື້ອການຕໍ່ສູ້ອັນພິລະອາດຫານບໍ່ຍອມຈຳນົນ, ມີໄຫວພິກ ແລະ ຄວາມປີຊາສາມາດ ຂອງນັກຮົບປະຕິວັດຮຸ່ນກ່ອນ ຕ້ານກັບຈັກກະພັດລ່າເມືອງຂຶ້ນ ໂດຍພາຍໃຕ້ການນຳພາຂອງພັກ ຈົນສາມາດຢຶດອຳນາດໄດ້ ໃນວັນທີ 23 ສິງຫາ 1975 ຮັກສາໄດ້ຄວາມເປັນເອກະລາດແຫ່ງຊາດ ແລະ ອິດສະຫຼະພາບຂອງປະຊາຊົນລາວບັນດາເຜົ່າ ໄດ້ຢູ່ເຢັນເປັນສຸກ, ສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ຈະເລີນຮຸ່ງເຮືອງສີວິໄລຂຶ້ນເປັນກ້າວໆ ໄດ້ເປັນຂີດໝາຍສໍາຄັນໃນການກ້າວສູ່ການສະຖາປະນາ ສປປ ລາວ ຢ່າງສົມບູນ ເປັນຂີດໝາຍໃນຂະບວນການຕໍ່ສູ້ກູ້ຊາດ ເພື່ອຢຶດເອົາເອກະລາດ ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນມາສູ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າຢ່າງມີໄຊໄຊຊະນະ.
ຈາກນັ້ນ ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ໄດ້ປາຖະກະຖາວັນເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ, ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ເພື່ອໃຫ້ສະມາຊິກພັກ-ພະນັກງານລັດຖະກອນ ມີຄວາມຮັບຮູ້ເຂົ້າ ໃຈກ່ຽວກັບມູນເຊື້ອຄວາມສາມັກຄີພິເສດ, ການພົວພັນຮ່ວມມືຮອບດ້ານລະຫວ່າງ ສອງຊາດລາວ – ຫວຽດນາມ, ຫວຽດ ນາມ-ລາວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa