ພິທີປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຢູ່ເມືອງ ລ້ອງຊານ

ພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ 09 ກັນຍາ 2002-09ກັນຍາ2025 ໄດ້ຈັດຂຶ້ນຕອນເຊົ້າຂອງວັນທີ 5 ກັນຍາ 2025 ຢູ່ທີ່ສະໂມສອນເມືອງລ້ອງຊານ ແຂວງໄຊສົມບູນ ໂດຍການເປັນປະທານຂອງສະຫາຍ ພົມມາ ແກ້ວບົວພາ,ກຳມະການພັກແຂວງ,ເລຂາຄະນະບໍລິຫານງານພັກເມືອງລ້ອງຊານ,ມີສະຫາຍ ກົວທິບ ເຈີໄຊຕູ້ຈົງຫຼືຊົ່ງ ຫົວຫນ້າຫ້ອງການສະຫະພັນນັກຮົບເກົ່າເມືອງລ້ອງຊານ,ມີຄະນະປະຈຳພັກເມືອງ,ກໍາມະການພັກເມືອງ,ມີຫົວໜ້າ-ຄະນະຫ້ອງການ,ນາຍ ແລະ ພົນທະຫານ, ພະນັກງານອາວຸໂສບໍານານ,ນາຍບ້ານເທດສະບານພ້ອມດ້ວຍສະມາຊິກນັກຮົບເກົ່າຂອງຕົນເຂົ້າຮ່ວມ.
ໃນວາລະປະທານມີຄໍາເຫັນຕໍ່ພິທີວ່າ ເນື່ອງໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນການຈັດພິທີປາຖະກະຖາ ກໍ່ເພື່ອໃຫ້ບັນດາພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດລຸ້ນໜຸ່ມນ້ອຍໄດ້ຮັບຮູ້ເຖິງມູນເຊື້ອອັນດີງາມຂອງສະຫະພັນນັກຮົບເກົ່າ ທີ່ໄດ້ເສຍສະຫຼະເລືອດເນື້ອ ປົກປັກຮັກສາຜືນແຜ່ນດິນລາວໃນແຕ່ໄລຍະຜ່ານມາ ສະນັ້ນ ຮຽກຮ້ອງໃຫ້ບັນດາສະຫາຍຜູ້ເຂົ້າຮ່ວມພິທີ ຈົ່ງເອົາໃຈໃສ່ຮັບຟັງຕໍ່ກັບການເລົ່າມູນເຊື້ອ ເພື່ອກຳແໜ້ນບັນດາເນື້ອໃນເອກະສານບາງອັນທີ່ພົ້ນເດັ່ນເປັນຕົ້ນແມ່ນການຕໍ່ສູ້ກູ້ຊາດທີ່ບໍ່ຍອມຈໍານົມ ຈົນໄດ້ຮັບໄຊຊະນະອັນໃຫຍ່ຫຼວງ ເພື່ອໃຫ້ບັນດາພະນັກງານເຂົ້າຮ່ວມພິທີຄັ້ງນີ້ ໄດ້ນໍາໄປເປັນແບບຢ່າງທີ່ດີ ແລະ ຈັດຕັ້ງປະຕິບັດຜັນຂະຫຍາຍມູນເຊື້ອດັ່ງກ່າວໃຫ້ແກ່ພະນັກງານລຸ້ນໜຸ່ມໄດ້ຮຽນຮູ້ຢ່າງທົ່ວເຖິງ.
ພ້ອມດຽວກັນນັ້ນ ຫາຍ ມົວຊົ່ງ ນະວົງໄຊໄດ້ຂື້ນຜ່ານເອກະສານສໍາຄັນ ຈໍານວນ 4 ສະບັບ ສະເພາະແມ່ນມະຕິຕົກລົງ ເລກທີ 06/ກມສພ ລົງວັນທີ 12/05/2025 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ,ມະຕິຕົກລົງ ເລກທີ 502/ຄລສພ ລົງວັນທີ 12/05/2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ,ຄໍາແນະນໍາ, ເລກທີ 98/ສນຫລ ລົງວັນ30 ມິຖຸນາ 2025 ວ່າດ້ວຍການຈັດຕັ້ງເຜີຍແຜ່ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິຕົກລົງຂອງກົມການເມືອງສູນກາງພັກ ແລະ ຜົນສໍາເລັດ ກອງປະຊຸມໃຫຍ່ຄັ້ງ III ເລກທີ 440/ສນຂ ລົງວັນທີ 21/07/2025 ຂອງສະຫະພັນນັກຮົບເກົ່າແຂວງໄຊສົມບູນ ໃຫ້ບັນດາຜູ່ເຂົ້າຮ່ວມພິທີໄດ້ຮັບຮູ້ ຈາກນັ້ນ ສະຫາຍ ຫົວໜ້າຫ້ອງການສະຫະພັນນັກຮົບເກົ່າເມືອງລ້ອງຊານ ໄດ້ຂຶ້ນເລົ່າມູນເຊື້ອແຕ່ລະໄລຍະຂອງການກຳເນີດ ແລະ ເຕີບໃຫຍ່ຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23ປີ 09 ກັນຍາ 2002-09 ກັນຍາ 2025 ວ່າ: ຄະນະສະຫະພັນນັກຮົບເກົ່າໄດ້ຖືສໍາຄັນ ແລະ ເອົາໃຈໃສ່ເຮັດໜ້າທີ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດຕໍ່ບັນດາສະຫາຍສະມາຊິກນັກຮົບເກົ່າ,ພະນັກງານ-ລັດຖະກອນດ້ວຍຫຼາຍຮູບຫຼາຍວີທີ,ຍາມໃດຄະນະນໍາສະຫະພັນນັກຮົບເກົ່າກໍ່ໄດ້ນໍາພາ-ຊີ້ນໍາຕາມແນວທາງນະໂຍບາຍຂອງພັກ-ລັດເປັນຕົ້ນແມ່ນບັນດາເນື້ອໃນເອກະສານ,ຄໍາສັ່ງ,ຄໍາແນະນໍາ,ໝັງສືແຈ້ງການອື່ນໆ ແລະ ທິດທາງແຜນການໃນຕໍ່ໜ້າສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ຮັກສາມູນເຊື້ອທາດແທ້ການປະຕິວັດເພື່ອຜັນຂະຫຍາຍໃຫ້ທົ່ວເຖິງສະເພາະແມ່ນສະມາຊິກນັກຮົບເກົ່າ,ທະຫານ,ຕໍາຫຼວດ,ພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ເຂົ້າໃຈຕໍ່ແນວທາງນະໂຍບາຍແຜນການ,ແຜນງານ,ແຜນຍຸດທະສາດໃນແຕ່ລະໄລຍະ ໃຫ້ເຂົ້າໃຈເລິກເຊິ່ງດີຂຶ້ນເປັນເທື່ອລະກ້າວ ນອກນັ້ນ ສະຫາຍຍັງໄດ້ເລົ່າບາງອັນພົ້ນເດັ່ນ ປີ2025 ສະຫະພັນນັກຮົບເກົ່າແຫ່ງຊາດໄດ້ເຂົ້າຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມນັກຮົບເກົ່າກອງທັບມາເລເຊຍຄົບຮອບ 103ປີ ໄດ້ຕ້ອນຮັບຄະນະສະມາຄົມ ສປ ຈີນ ທີ່ເຂົ້າມາແລກປ່ຽນບົດຮຽນນໍາ ສູນກາງສະຫະພັນນັກຮົບເກົ່າແຫ່ງຊາດ 3 ຄະນະມີຜູ້ເຂົ້າຮ່ວມທັງ 135 ສະຫາຍ ຈາກນັ້ນປະທານໄດ້ຂຶ້ນປາຖະກະຖາວັນຊາດສາທາລະນະລັດ-ສັງຄົມນິຍົມຫວຽດນາມຄົບຮອບ 80 ປີ ວັນທີ 2 ກັນຍາ 1945 ຫາ ວັນທີ 2 ກັນຍາ 2025, ຕະຫຼອດໄລຍະ 80 ປີຜ່ານມາ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມໄດ້ດຳເນີນການປະຕິວັດເດືອນສິງຫາ ເພື່ອຍາດຄືນອຳນາດມາໃຫ້ປະຊາຊົນ ຈົນໄດ້ຮັບໄຊຊະນະຢ່າງຈົບງາມ ໃນວັນທີ 2 ກັນຍາ ປີ 1945, ປະທານ ໂຮ່ຈິມິນ ຖະແຫຼງການປະກາດເອກະລາດ, ປະກາດໃຫ້ປະຊາຊົນທຸກຊົນເຜົ່າ ແລະໂລກໄດ້ຮັບຮູ້ກ່ຽວກັບການກຳເນີດ ຂອງປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ແລະ ປະຈຸບັນກໍ່ແມ່ນປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ ນີ້ກໍ່ເປັນຂີດໝາຍອັນລໍ້າຄ່າຂອງປະຫວັດສາດຂອງຊາດຫວຽດນາມ, ໄດ້ນຳພາປະເທດຊາດຫວຽດນາມເຂົ້າສູ່ຍຸກແຫ່ງເອກະລາດ, ເສລີພາບເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂອກາດນີ້ກໍ່ໄດ້ຈັດພິທີມອບໃບຍ້ອງຍໍ ຕ່າງໜ້າໃຫ້ກຽດ ຂຶ້ນຮັບໂດຍ ສະຫາຍຫົວໜ້າຫ້ອງການສະຫະພັນນັກຮົບເກົ່າເມືອງພ້ອມດ້ວຍຫົວໜ້າບໍລິຫານ ໃຫ້ກຽດຂຶ້ນມອບໂດຍສະຫາຍ ເລຂາ-ຄະນະບໍລິຫານງານພັກເມືອງລ້ອງຊານ ນອກນັ້ນ ທ່ານ ຫົວໜ້າຄະນະຈັດຕັ້ງເມືອງໄດ້ຂຶ້ນຜ່ານຂໍ້ຕົກລົງປະກາດແຕ່ງຕັ້ງຊັບຊ້ອນບ່ອນປະຈໍາການຂອງພະນັກງານຄື:ແຕ່ງຕັ້ງສະຫາຍ ຕູ້ກໍຊົ່ງ ນະວົງໄຊ ກໍາມະການພັກເມືອງ ຮອງປະທານແນວລາວສ້າງຊາດ ໄປປະຈໍາການຢູ່ຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວ ຂຶ້ນເປັນຫົວໜ້າຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວເມືອງລ້ອງຊານ; ແຕ່ງຕັ້ງສະຫາຍ ນາງສຸລິວອນ ແກ້ວແກ່ນຈັນ ກໍາມະການພັກເມືອງ ໄປປະຈໍາການຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງລ້ອງຊານເປັນຫົວໜ້າຫ້ອງການ; ແຕ່ງຕັ້ງສະຫາຍ ສຸວັນໄທ ທໍ່ຫວ່າງຢ່າ ຂຶ້ນເປັນຮອງຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ແຕ່ງຕັ້ງຍົກຍ້າຍ ສະຫາຍ ດົວຊົ່ງ ໄຊກໍ ໄປປະຈໍາການຢູ່ຫ້ອງການອົງການແດງແຂວງໄຊສົມບູນ,ແຕ່ງຕັ້ງສະຫາຍ ສົມລິດ ສຸຂະເສີມ ຂຶ້ນເປັນຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງລ້ອງຊານເພີ່ມຕືມອີກ.
ທ້າຍພິທີ ສະຫາຍ ເລຂາ-ຄະນະບໍລິຫານງານພັກເມືອງລ້ອງຊານໄດ້ມີຄໍາເຫັນໂອ້ລົມຕໍ່ພິທີວ່າ ການປາຖະກະຖາຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນ ເຊິ່ງໄດ້ສະແດງເຖິງຜົນງານຂອງບັນດານັກຮົບປະຕິວັດບັນດາເຜົ່າທີ່ເສຍສະຫຼະເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນລາວທັງຊາດ ຂໍຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ແຕ່ລະໄລຍະຜ່ານມາ ແຕ່ຄຽງຄູ່ນັ້ນ ຮຽກຮ້ອງບັນດາສະຫະພັນນົກຮົບເກົ່າ ຈົ່ງເປັນແບບຢ່າງທີ່ດີ ແລະ ສືບຕໍ່ຮັກສາມູນເຊື້ອທີ່ຍາດມາໄດ້ໃນແຕ່ລະໄລຍະ ເພື່ອໃຫ້ພະນັກງານລຸ່ນໜຸ່ມໄດ້ຮຽນຮູ້ ແລະ ນໍາໄປສ້າງສາພັດທະນາປະເທດຊາດໃນຕໍ່ໜ້າໃຫ້ມີຄວາມເຂັ້ມແຂງເຕີບໃຫຍ່ຂະຫຍາຍຕົວດີຂຶ້ນເທື່ອກ້າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa