ພິທີປາຖະກະຖາ ວັນຍຶດອໍານາດທົ່ວປະເທດ ແລະ ເຜີຍແຜ່ເຊື່ອມຊຶມບັນດາມະຕິຄຳສັ່ງຂອງສູນກາງພັກ

ຄະນະໂຄສະນາອົບຮົມແຂວງໄຊສົມບູນ ຈັດຕັ້ງພິທີປາຖະກະຖາ ວັນຍຶດອໍານາດ (23 ສິງຫາ 1945 ແລະ 23 ສິງຫາ 1975 ຫາ 23 ສິງຫາ 2024) ແລະ ເຜີຍແຜ່ເຊື່ອມຊຶມບັນດາມະຕິຄຳສັ່ງແນະນຳ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກ ກ່ຽວກັບການກະກຽມ ແລະ ສະເຫຼີມສະຫຼອງ 3 ວັນປະຫວັດສາດ ແລະ ມະຕິກອງປະຊຸມ ລັດຖະບານ ເປີດກວ້າງຄັ້ງທີ I ປະຈຳປີ 2024 ຂຶ້ນໃນວັນທີ 23 ສິງຫາ 2024 ນີ້ ທີ່ຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ຕະຫຼອດຮອດ ອົງການ, ກົມກອງ ແລະ ພະແນກການອ້ອມຂ້າງ ແຂວງ ເຂົ້າຮ່ວມ.

ໂອກາດນີ້ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ໄດ້ໃຫ້ກຽດປາຖະກະຖາເລົ່າຄືນມູນເຊື້ອວັນຍຶດອໍານາດ 23 ສິງຫາ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນມູນເຊື້ອການຕໍ່ສູ້, ນໍ້າໃຈຮັກຊາດອັນພິລະອາດຫານ ບໍ່ຍອມຈໍານົນຕໍ່ສັດຕູຜູ້ຮຸກຮານ ແລະ ການກົດຂີ່ຂູດຮີດ ຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ ດ້ວຍນ້ຳໃຈຄຽດແຄ້ນຕໍ່ການຮຸກຮານດັ່ງກ່າວ ປະຊາຊົນລາວບັນດາເຜົ່າກໍໄດ້ພ້ອມກັນລຸກຮື້ຂຶ້ນຕໍ່ສູ້ ເພື່ອຍາດເອົາເອກະລາດ, ສິດເສລີພາບ, ປະຊາທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນ ພາຍໃຕ້ການນຳພາຂອງບັນດາບັນພະບູລຸດລາວຜູ້ຮັກຊາດໃນເມື່ອກ່ອນ ການຕໍ່ສູ້ຍັງມີລັກສະກະແຈກກະຈາຍ ແລະ ບໍ່ມີພັກນຳຈຶ່ງເຮັດໃຫ້ຂະບວນການຕໍ່ສູ້ບໍ່ໄດ້ຮັບໄຊຊະນະ ພາຍຫຼັງທີພັກກອມມູນິດອິດູຈີນໄດ້ກຳເນີດຂຶ້ນ ການຕໍ່ສູ້ປະຕິວັດຂອງປະຊາຊົນລາວບັນດາເຜົ່າ ກໍໄດ້ກ້າວເຂົ້າສູ່ໄລຍະໃໝ່ດ້ວຍຄຸນນະພາບອັນໃໝ່ ພັກຈຶ່ງໄດ້ນຳພາຂະບວນການປະຕິວັດລຸກຮື້ຂຶ້ນຢຶດອໍານາດໃນຂອບເຂດທົ່ວປະເທດໃນວັນທີ 23 ສິງຫາ 1945 ຊຶ່ງມັນໄດ້ກາຍເປັນຂີດໝາຍທີສຳຄັນຂອງການປະຕິວັດຊາດຂອງຊາດລາວ ແລະ ໄດ້ເປັນພື້ນຖານ-ເງື່ອນໄຂ ໃຫ້ແກ່ການຕໍ່ສູ້ແຕ່ລະໄລຍະ ພາຍຫຼັງທີພັກໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ກໍໄດ້ນຳພາປະຊາຊົນດຳເນີນການຕໍ່ສູ້ກູ້ຊາດ ແລະ ລຸກຮື້ຂຶ້ນໂຄ້ນລົ້ມອໍານາດການປົກຄອງຂອງພວກຈັກກະພັດລ່າເມືອງຂຶ້ນແບບໃໝ່ ພ້ອມທັງປະກາດຢືດອຳນາດໃນວັນທີ 23 ສິງຫາ 1975 ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສ່ຂອງພັກປະຊາຊົນ ປະຕິວັດລາວ ຂະບວນການຕໍ່ສູ້ປົດປ່ອຍຊາດຈຶ່ງໄດ້ຮັບໄຊຊະນະເປັນກ້າວໆມາ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975 ພ້ອມດຽວກັນນີ້ ສະຫາຍຍັງໄດ້ຮຽກຮ້ອງມາຍັງພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ ຈົ່ງພ້ອມກັນສືບຕໍ່ເສີມຂະຫຍາຍມູນເຊື້ອ 23 ສິງຫາ ເຂົ້າໃນວຽກງານຕົວຈິງໃຫ້ກ້າວເຂົ້າສູ່ລວງເລິກຫຼາຍຂຶ້ນ. ຈາກນັ້ນພິທີຍັງໄດ້ເຜີຍແຜ່ເຊື່ອມຊຶມບັນດາມະຕິຄຳສັ່ງແນະນຳ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກ ກ່ຽວກັບການກະກຽມ ແລະ ສະເຫຼີມສະຫຼອງ 3 ວັນປະຫວັດສາດ ແລະ ມະຕິກອງປະຊຸມ ລັດຖະບານ ເປີດກວ້າງຄັ້ງທີ I ປະຈຳປີ 2024 ຕື່ມອີກ.

ທັງນີ້ກໍເພຶ່ອເປັນການເຜີຍແຜ່, ເຊື່ອມຊຶມ ແນໃສ່ສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ກັບພະນັກງານຫຼັກແຫຼ່ງ, ພະນັກງານນັກນໍາພາ-ຄຸ້ມຄອງແຕ່ລະຂັ້ນ ເປັນເຈົ້າການນຳເອົາເນື້ອໃນຈິດໃຈຂອງເອກະສານທີ່ສຳຄັນຕ່າງໆ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຢ່າງປະດິດສ້າງ ແລະ ໃຫ້ເກີດຜົນປະໂຫຍດສູງສຸດ ທັງເປັນການໂຄສະນາອົບຮົມການເມືອງແນວຄິດໃຫ້ກັບຖັນແຖວສະມາຊິກພັກ-ພະນັກງານ ໃຫ້ມີຄວາມເຊື່ອໝັ້ນຕໍ່ພັກ-ລັດ ທັງປຸກລະ ດົມແນວຄິດຕີຖອຍທຸກປະກົດການຫຍໍ້ທໍ້ທີ່ເຊື່ອມທາດຂາດຄຸນ, ສ້າງໃຫ້ພະນັກງານມີແນວຄິດຫຼັກໝັ້ນຊົນຊັ້ນ,ຈຳແນກມິດ-ສັດຕູຢ່າງຈະແຈ້ງ ແລະ ສ້າງຄວາມເຊື່ອຖືຕໍ່ການນຳພາຂອງພັກຢ່າງໜັກແໜ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa