ພິທີປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 79 ປີ

ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ຈັດພິທີປາຖະກະຖາ ວັນປະກາດເອກະ ລາດ ຄົບຮອບ 79 ປີ ແລະ ຂຶ້ນໃນຕອນເຊົ້າຂອງວັນທີ 10 ຕຸລາ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ແຂກທີ່ຖືກເຊີນ ຕະຫຼອດຮອດສະມາຊິກພັກ ພະນັກງານຫຼັກແຫຼ່ງ, ຜູ້ຕາງໜ້າບໍລິສັດ, ລັດວິສາຫະກິດ ແລະ ກຳລັງປະກອບອາວຸດປະຈຳ ແຂວງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ປະຖະກະຖາ ວັນປະກາດເອກະລາດ ຄົບຮອບ 79 ປີ ກໍຄືວັນທີ 12 ຕຸລາ ປີ 1945-12 ຕຸລາ 2024 ຊຶ່ງຈຸດປະສົງຂອງການປາຖະກະຖາໃນຄັ້ງນີ້ ກໍເພື່ອທົບທວນຫວນຄືນມູນເຊື້ອ ແລະ ໄຊຊະນະປະຫວັດສາດໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ກໍຄືຜົນສຳເລັດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນ ໃນສັງຄົມໄດ້ຮັບຮູ້, ເຂົ້າໃຈ ເຖິງຄວາມໝາຍຄວາມສຳຄັນ ຂອງວັນດັ່ງກ່າວ ແລະ ເຂົ້າໃຈກ່ຽວກັບມູນເຊື້ອແຫ່ງການຕໍ່ສູ້ອັນພິລະອາດຫານ, ມູນເຊື້ອຄວາມສາມັກຄີເປັນອັນໜຶ່ງອັນດຽວຂອງປະຊາຊົນບັນດາເຜົ່າ ພ້ອມທັງເປັນການສຶກສາອົບຮົມ, ປຸກລະດົມມະຫາຊົນ, ປະຊາຊົນເປັນເຈົ້າການເສີມຂະຫຍາຍມູນເຊື້ອອັນດີງາມຂອງທ່ານຜູ້ນຳ ຕິດພັນກັບການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ ຂອງສະມາຊິກພັກ, ພະນັກງານ, ຍົກສູງນໍ້າໃຈເສຍສະຫຼະ, ເຮັດທຸກສິ່ງທຸກຢ່າງເພື່ອຜົນປະໂຫຍດສ່ວນລວມຂອງຊາດ ແລະ ຄວາມຢູ່ດີກິນດີຂອງປະຊາຊົນ

ນອກນັ້ນຍັງເປັນວັນທີ່ມີຄວາມໝາຍສໍາຄັນທາງປະຫວັດສາດ ສໍາລັບປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນວັນທີ່ປະເທດຊາດ ໄດ້ປະກາດຄວາມເປັນເອກະລາດ ຄັ້ງທໍາອິດຈາກແອກປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງ ແລະ ພວກຮຸກຮານຕ່າງຊາດ ຊຶ່ງວັນດັ່ງກາວ ໄດ້ເປັນຂີດໝາຍແຫ່ງໄຊຊະນະຂອງການຕໍ່ສູ້ພິລະອາດຫານ ດ້ວຍຄວາມສາມັກຄີ ແລະ ການເສຍສະຫຼະອັນໃຫຍ່ຫຼວງ ເພື່ອສ້າງເງື່ອນໄຂໃຫ້ແກ່ການລຸກຮື້ຂຶ້ນຢຶດອໍານາດຈາກພວກລ່າເມືອງຂຶ້ນ ແລະ ປະກາດຄວາມເປັນເອກະລາດ ຂອງປະເທດຊາດ ຢ່າງເປັນທາງການ ພ້ອມທັງ ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຊຶ່ງປະຊາຊົນບັນດາເຜົ່າ ສາມາດຍາດໄດ້ສິດເປັນເຈົ້າຂອງຕົນເອງ ແລະ ເປັນເຈົ້າຂອງປະເທດຊາດ ຢ່າງແທ້ຈິງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa