ພິທີປາຖະກະຖາ ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ

ສະຫະພັນແມ່ຍິງ ແຂວງໄຊສົມບູນ ໄດ້ຈັດພິທີ ປາຖະກະຖາ​ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ (20 ກໍລະກົດ 1955-20 ກໍລະກົດ 2024) ຂຶ້ນໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2024​ ນີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ສຸກສະຫວາດ​ ວົງພູມເຫຼັກ​ ຮອງເຈົ້າແຂວງໄຊສົມບູນ, ມີທ່ານ ນາງ ບຸນທະວີ ສິງວີໄລ ວ່າການປະທານສະຫະພັນແມ່ຍິງ ແຂວງ, ມີຄອບຄົວການນຳແຂວງ ຕະຫຼອດຮອດພະແນກການ, ອົງການ-ກົມກອງ ອ້ອມຂ້າງແຂວງ ແລະ ສະມາຊິກສະຫະພັນແມ່ຍິງ ພາຍໃນແຂວງ ພ້ອມດ້ວຍໜ່ວຍແມ່ຍິງພາຍໃນເມືອງ ອະນຸວົງ ເຂົ້າຮ່ວມ.

ໃນພິທີຜູ້ເຂົ້າຮ່ວມ ໄດ້ຮັບຊົມການສະແດງສີນລະປະ​ ແລະ​ ຮ້ອງເພັງລວມໝູ່​ ຈາກຄອບຄົວການນຳ ແລະ​ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ​ ຫັຼງຈາກນັ້ນ​ ທ່ານ​ສຸກສະຫວາດ​ ວົງພູມເຫຼັກ​ ໄດ້ປະຖະກາຖາ ວັນສ້າງຕັ້ງສະຫະພັນ​ແມ່ຍິງ​ລາວ​ ຊຶ່ງໄດ້ຍົກໃຫ້ເຫັນເຖິງມູນເຊື້ອ ປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວ ຂອງສະຫະພັນແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸທິດຕົນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ກໍຄືການຕໍ່ສູ້ອັນພິລະອາດຫານ ແລະ ລະອິດລະອ້ຽວຍືດເຍື້ອຍາວນານບໍ່ຍອມຈຳນົນ ຄຽງບ່າຄຽງໄຫລ່ກັບເພດຊາຍ ໃນພາລະກິດປົດປ່ອຍຊາດ, ແມ່ຍິງລາວໄດ້ເປັນກຳລັງແຮງ ແລະ ມີບົດບາດທາງການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປະຕິບັດໜ້າທີ່ປົກປ້ອງສິດຜົນປະໂຫຍດອັນຊອບທຳ ຕິດພັນກັບການປະຕິບັດສິດສະເໝີພາບຍິງ-ຊາຍ ໃນຄອບຄົວ ແລະ ສັງຄົມ.

ການຈັດຕັ້ງພິທີ ໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ເພື່ອເປັນການສຶກສາອົບຮົມສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບປະຫວັດການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ ແລະ ປູກຈິດສຳນຶກໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນ ລັກສະນະທີ່ເປັນມູນເຊື້ອ ຂອງແມ່ຍິງລາວບັນດາເຜົ່າ,ປຸກລະດົມສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ ເປັນເຈົ້າການເຂົ້າ ຮ່ວມປະຕິບັດ 2 ໜ້າທີ່ຍຸດທະສາດຄື: ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ເວົ້າລວມ, ເວົ້າສະເພາະ ການພັດທະນາແມ່ຍິງໃຫ້ມີຄວາມກ້າວໜ້າ, ເປັນເຈົ້າການເຂົ້າຮ່ວມທຸກວຽກງານ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນ ໃນການພັດທະນາແມ່ຍິງ ກໍຄືການພັດທະນາຕົນເອງໃນແຕ່ລະໄລຍະ​ຕິດພັນກັບການປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ,​ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ. ພ້ອມດຽວກັນນີ້ ສະຫະພັນແມ່ຍິງແຂວງໄດ້ມອບຂອງຂັວນໃຫ້ແກ່ແມ່ປ້າອາວຸໂສບຳນານ ແລະ ຄອບຄົວການນຳແຂວງ​ ຕື່ມອີກ

ພາຍຫຼັງສໍາເລັດພິທີດັ່ງກ່າວ ຜູ້ເຂົ້າຮ່ວມຍັງພ້ອມກັນເຂົ້າຮ່ວມຂະບວນການ ບໍລິຈາກເລືອດ ເພື່ອເປັນການຊ່ວຍເຫຼືອສັງຄົມ ກໍຄືປະຊາຊົນລາວບັນດາເຜົ່າ ທີ່ພວມນອນປິ່ນປົວຢູ່ບັນດາໂຮງໝໍແຫ່ງຕ່າງໆ ທີ່ຍັງລໍຖ້າການຊ່ວຍເຫຼືອຈາກສັງຄົມ ເພື່ອກອບກູ້ເອົາຊີວິດໃຫ້ກັບມາເປັນປົກກະຕິ. ໂອກາດດຽວນີ້ຍັງໄດ້ມີການວາງຂາຍອາຫານ​ ແລະ​ ເຄື່ອງຫັດຖະກຳ ຈາກບັນດາພະແນກການ,​ ອົງການ- ກົມກອງ​ອ້ອມຂ້າງ​ ແລະ​ ເມືອງອະນຸວົງ​ຕື່ມອີກ.​ ທັງນີ້ ກໍເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ໃນຄັ້ງນີ້ ເຕັມໄປດ້ວຍບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍ-ຄວາມສຳຄັນ ຢ່າງເລິກເຊິ່ງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa