ພິທີປາຖະກະຖາ ເລົ່າມູນເຊື້ອ ວັນສ້າງຕັ້ງແມ່ຍິງສາກົນ ຄົບຮອບ 116 ປີ

ພິທີປາຖະກະຖາ ເລົ່າມູນເຊື້ອ ວັນສ້າງຕັ້ງແມ່ຍິງສາກົນ ຄົບຮອບ 116 ປີ

ໃນຕອນເຊົ້າວັນທີ 4 ມີນາ 2026 ນີ້ ສະຫະພັນແມ່ຍິງເມືອງຮົ່ມ ແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງແມ່ຍິງສາກົນ ຄົບຮອບ 116 ປີ ( ວັນທີ 8 ມີນາ 1910 -ວັນທີ 8 ມີນາ 2026 ) ຂື້ນຢູ່ທີ່ສະໂມສອນຂອງເມືອງ. ໂດຍການປາຖະກະຖາຂອງທ່ານ ຄຳພຸດ ແກ້ວວົງພອນ ເລຂາພັກເມືອງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຄະນະຫ້ອງການ, ກົມກອງຂອງເມືອງ, ມີບັນດາປະທານສະຫະພັນແມ່ຍິງໜ່ວຍອ້ອມຂ້າງຂອງເມືອງ ແລະ ສະມາຊິກສະຫະພັນແມ່ຍິງເມືອງ ເຂົ້າຮ່ວມ.
ໃນພິທີ່ທ່ານ ຄຳພຸດ ແກ້ວວົງພອນ ໄດ້ໃຫ້ກຽດຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນວັນທີ 8 ມີນາ ເຊິ່ງໄດ້ກໍາເນີດເກີດຂຶ້ນ ໃນທ່າມກາງສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວແຮງ ມັນໄດ້ສ້າງຮັ່ງຄູນມີໃຫ້ແກ່ພວກເຂົາ ແຕ່ຊ້ຳພັດເພີ່ມຄວາມທຸກຍາກລໍາບາກໃຫ້ແກ່ກໍາມະກອນ ແລະ ຊາວຜູ້ອອກ ແຮງງານ ໂດຍສະເພາະແມ່ນກໍາມະກອນທີ່ເປັນເພດຍິງໃນທົ່ວໂລກ. ພາຍໃຕ້ລະບອບສັກດີນາ ແລະ ນາຍທຶນ ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າແຮງງານຖືກ, ເຮັດວຽກບໍ່ມີການຮັບປະກັນຄວາມປອດໄພ, ບໍ່ມີລະບົບຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ແມ່ຍິງຖືກດູໝິ່ນປະໝາດ, ຖືກທຸບຕີທໍລະມານ, ຖືກຂົມຂືນທໍາສໍາເລົາ ແລະ ຖືກໄລ່ອອກຈາກວຽກໃນເວລາຖືພາ, ເກີດລູກ ຫຼື ເວລາເຈັບເປັນບໍ່ໄດ້ຮັບການປິ່ນປົວ. ຕໍ່ຫນ້າສະພາບການດັ່ງກ່າວ, ວັນທີ 8 ມິນາ ປີ 1908 ກໍາມະກອນເພດຍິງຫຼາຍກວ່າ 15 ພັນຄົນ ໄດ້ເດີນຂະບວນປະທ້ວງຢູ່ນະຄອນນິວຢອກຂອງ ສະຫະລັດອາເມລິກາ ເພື່ອທວງໃຫ້ພວກນາຍທຶນ ຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດການຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງ ມີສິດອອກສຽງໃນການເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ. ປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນໃນທະວິບເອີລົບ. ຍ້ອນແນວນັ້ນ; ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງຄັ້ງທໍາອິດ ຈຶ່ງໄດ້ ຈັດຂຶ້ນຢູ່ນະຄອນຫຼວງປະເທດດານມາກ ກອງປະຊຸມດັ່ງກ່າວ ໄດ້ຕົກລົງຮັບຮອງເອົາວັນທີ 8 ມີນາ ຂອງທຸກໆປີ ເປັນວັນແມ່ຍິງສາກົນ ເຊິ່ງເປັນຂີດໝາຍແຫ່ງໄຊຊະນະ ອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ ເພື່ອປົດປ່ອຍຕົນເອງ, ທວງໃຫ້ມີສິດສະເໝີພາບ ແລະ ປະຊາທິປະໄຕຄືກັນກັບຜູ້ຊາຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa