ພິທີປາຖະກະຖາ ແລະ ເຊື່ອມຊຶມມະຕິ

ພິທີປາຖະກະຖາວັນຄ້າຍວັນເກີດຂອງທ່ານປະທານສຸພານຸວົງ ຄົບຮອບ 115 ປີ ວັນທີ 13 ກໍລະກົດ 1909 ຫາວັນທີ 13 ກໍລະກົດ 2024 ແລະ ວັນເຊັນສັນຍາ ມິດຕະພາບ-ການຮ່ວມມືລາວ ຫວຽດນາມ ຄົບຮອບ 47 ປີ 18 ກໍລະກົດ 1977-18 ກໍລະກົດ 2024 ໂດຍການເຂົ້າຮ່ວມ ແລະ ປາຖະກະຖາຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ,ມີການນຳແຂວງ, ມີພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມ.

ໃນພິທີ ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ເລົ່າຄືນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດ, ຜົນງານ ຄຸນງາມຄວາມດີ ຂອງປະທານ ສຸພານຸວົງ ທ່ານແມ່ນຜູ້ນຳທີ່ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດ, ເປັນປັນຍາຊົນຜູ້ຍິ່ງໃຫຍ່, ມີນໍ້າໃຈຕໍ່ສູ້ທີ່ອົງອາດກ້າຫານ, ມີນໍ້າໃຈເສຍສະຫຼະອັນສູງສົ່ງເພື່ອຊາດ ເພື່ອປະຊາຊົນ ເປັນນັກຮົບປະຕິວັດທີ່ກ້າແກ່ນ ເປັນນັກການເມືອງທີ່ໂດດເດັ່ນ ເປັນໜຶ່ງຜູ້ນໍາທີ່ດີເດັ່ນຂອງພັກ-ລັດ ແລະ ປະຊາຊົນລາວ.

ການເຊັນສັນຍາ ມິດຕະພາບ-ການຮ່ວມມືລາວ ຫວຽດນາມ ຄົບຮອບ 47 ປີ ເຊີ່ງຍາມໃດປະຊາຊົນສອງຊາດລາວຫຽວດນາມກໍ່ມີອຸດົມຂະຕິ ແລະ ມີຄວາມມຸ່ງມາດປາດຖະໜາອັນດຽວກັນ ຄື ຢາກມີຄວາມເອກະລາດ,ສັນຕິພາບ ແລະ ຮັ່ງມີຜາສຸກ, ມີມູນເຊື້ອຊ່ວຍເຫຼືອເຊີ່ງກັນ ແລະ ກັນມາເປັນຫຼາຍສິບປີ ໃນການກໍ່ຕັ້ງ ແລະ ປົກປັກຮັກສາ ປະເທດຊາດຂອງໃຜລາວ ພິເສດແມ່ນໃນໄລຍະດໍາເນີນການຕໍ່ສູ້ປະຕິວັດເປັນເວລາເຄີ່ງສະຕະວັດພາຍໃຕ້ການນຳພາຂອງພັກຄອມມູນິອີນດູຈີນ ຕໍ່ມາແມ່ນພັກປະຊາຊົນປະຕິວັດລາວ ແລະ ພັກຄອມມູນິດຫວຽດນາມ. ຄວາມຜູກພັນ,ສາມັກຄີ ແລະ ການຊ່ວຍເຫຼືອເຊີ່ງກັນ ແລະ ກັນ ທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ ໄດ້ເພີ່ມຄວາມແໜ້ນແຟ້ນ ແລະ ເຕີບໃຫຍ່ຄວາມສາມັກຄີພິເສດ ເຊີ່ງການພົວພັນຮ່ວມມືຮອບດ້ານຂອງສອງຊາດ ລາວ-ຫວຽດນາມ. ເພື່ອໃຫ້ສະມະຊິພັກ,ພະນັກງານລັດຖະກອນໄດ້ຮັບຮູ້, ເຂົ້າໃຈ ແລະ ນຳເອົາເປັນແບບຢ່າງເພື່ອມາໝູນໃຊ້ເຂົ້າໃນການດຳລົງຊີວິດ ແລະ ການປະຕິບັດໜ້າທີ່ວຽກງານ, ຮ່ຳຮຽນເອົາຄຸນງາມຄວາມດີ ຂອງປະທານ ສຸພານຸວົງ ຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດ, ຄວາມປີຊາສາມາດ, ມີນໍ້າໃຈຕໍ່ສູ້ທີ່ອົງອາດກ້າຫານ, ມີນໍ້າໃຈເສຍສະຫຼະອັນສູງສົ່ງເພື່ອຊາດ ເພື່ອປະຊາຊົນ ແລະ ການຮ່ວມມືມິດຕະພາບລາວ- ຫຽວດນາມທີ່ນັບມື້ນັບແໜ້ນແຟ້ນຕະຫຼອດໄປ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa