
ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດ ຄື: ວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ( ວັນທີ 2 ທັນວາ 1975-ວັນທີ 2 ທັນວາ 2025 ແລະ ວັນຄ້າຍວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ ( ວັນທີ 13 ທັນວາ ປີ 1920-ວັນທີ 13 ທັນວາ 2025 ) ໃຫ້ແກ່ສຳມະນາກອນ ຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ III ປີ 2025 ໃນວັນທີ 26 ພະຈິກ ນີ້ ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງ ໂດຍການເຂົ້າຮ່ວມ ແລະ ປາຖະກະຖາຂອງທ່ານ ນາງ ຄໍາສີ ສິດທິວໍລະດາ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງໄຊສົມບູນ, ມີບັນດາສຳມະນາກອນ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ນາງ ຄໍາສີ ສິດທິວໍລະດາ ໄດ້ປາຖະກະຖາວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງທ່ານໄດ້ຫວນຄືນມູນເຊື້ອການກຳເນີດ ແລະ ການຂະຫຍາຍຕົວຂອງຊາດລາວ 50 ປີ ກ່ອນໜ້ານີ້ ປະເທດເຮົາຕົກຢູ່ພາຍໃຕ້ການປົກຄອງຂອງຈັກກະພັດຝຣັ່ງ, ປະຊາຊົນລາວ ບັນດາເຜົ່າຖືກກົດຂີ່ຂູດຮີດຢ່າງໂຫດຮ້າຍປ່າເຖື່ອນ, ບໍ່ມີສິດເສລີພາບ ແລະ ສິດທິພື້ນຖານ, ເສດຖະກິດພົບຄວາມຫຍຸ້ງຍາກ, ການສຶກສາຍັງຈຳກັດຫຼາຍ, ພື້ນຖານໂຄງລ່າງຖືກສົງຄາມທໍາລາຍຢ່າງໜັກໝວງ ແຕ່ປະຊາຊົນບັນດາເຜົ່າບໍ່ໄດ້ທໍ້ຖອຍ ແລະ ບໍ່ຍອມຈຳນົນ ເຖິງວ່າຜູ້ຮຸກຮານຈະມີກໍາລັງ ແລະ ອາວຸດທັນສະໄໝ ແຕ່ຍ້ອນປະຊາຊົນລາວມີນໍ້າໃຈຮັກຊາດ, ມີໄຫວພິກໃນການຕໍ່ສູ້ ເພື່ອກອບກູ້ເອົາເອກະລາດ, ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ແລະ ການຄອບຄອງຂອງພວກລ່າເມືອງຂຶ້ນ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ສາຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ລົບລ້າງລະບອບລາຊາທິປະໄຕ, ເປັນການສິ້ນສຸດແອກຄອບຄອງອັນໂຫດຮ້າຍສາບານ ຂອງສັກດີນາ ແລະ ລະບອບລາເມືອງ ຂຶ້ນ ຢູ່ປະເທດເຮົາລົງໂດຍສິ້ນເຊີງ ໄຂສັງກາດໃໝ່ ສັງກາດແຫ່ງຄວາມເປັນເອກະລາດ ອິດສະລະພາບ ແລະ ກ້າວຂຶ້ນສັງຄົມນິຍົມ ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່, ເປັນໝາກຜົນລວມຍອດແຫ່ງການຕໍ່ສູ້ປະຕິວັດ ທີ່ເຕັມໄປດ້ວຍຄວາມເສຍສະຫຼະ ຄວາມຍາກລຳບາກ ຕະຫຼອດໄລຍະຫຼາຍສິບປີ ຂອງປະຊາຊົນເຮົາ, ເປັນວັນທີ່ປະຊາຊົນລາວໄດ້ມີອິດສະລະພາບ, ອະທິປະໄຕຢ່າງຄົບຖ້ວນ ເຮັດໃຫ້ໂສມໜ້າຂອງປະເທດເຮົາ ມີການປ່ຽນແປງໃຫຍ່ຫຼວງຮອບດ້ານ, ຊີວິດການເປັນຢູ່ ຂອງປະ ຊາຊົນບັນດາເຜົາ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.

ຫຼັງຈາກນັ້ນ ທ່ານກໍໄດ້ປະຖາກະຖາວັນເກີດປະທານໄກສອນ ພົມວິຫານ ຜູ້ນໍາທີແສນເຄົາລົບຮັກຂອງປວງຊົນລາວເຮົາທັງຊາດ ໂດຍຍົກໃຫ້ເຫັນແບບຢ່າງອັນດີເລີດ, ຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ໄກສອນ ພົມວິຫານ ຊຶ່ງຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ແມ່ນໃຫຍ່ຫຼວງທີ່ສຸດ ໃນລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນນັກການເມືອງທີສະຫຼາດສ່ອງໃສ, ເພິ່ນເປັນຜູ້ນຳທີ່ເດັດຂາດ ແລະ ມີຫົວຄິດປະດິດສ້າງ, ເປັນແວນແຍງອັນໃສແຈ້ງ ແລະ ເປັນແບບຢ່າງອັນປະເສີດເລີດລໍ້າດ້ານຄຸນທາດການການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ແລະ ເປັນຜູ້ນຳທີ່ເປັນຄັນທຸງ ແລະ ເປັນແວ່ນແຍງແຫ່ງການເຕົ້າໂຮມຄວາມສາມັກຄີທົວປວງຊົນລາວບັນດາເຜົ່າ, ຍາມໃດກໍຖືສຳຄັນ ແລະ ເອົາໃຈໃສ່ໃນການສ້າງຄວາມສາມັກຄີຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໄດ້ຮັບຄວາມນັບຖືຈາກມະຫາຊົນ ທັງນີ້ ກໍເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງປະທານໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດ ແລະ ຮໍ່າຮຽນເອົາແບບແຜນວິທີການເຮັດວຽກ ແລະ ການດໍາລົງຊີວິດຂອງເພິ່ນ ໂດຍຖືເອົາແນວຄິດໄກສອນ ພົມວິຫານ ໃນການຈັດຕັ້ງປັບປຸງໜ້າທີ່ວຽກງານໃຫ້ບັນລຸເປົ້າໝາຍ ແລະ ມີປະສິດທິຜົນສູງ.