ພິທີຝືກອົບຮົມວຽກງານໂຄສະນາ-ປາຖະກະຖາໃຫ້ພະນັກງານຫຼັກແຫຼ່ງຢູ່ເມືອງລ້ອງຊານ

ຄະນະໂຄສະນາອົບຮົມແຂວງໄຊສົມບູນ ໄດ້ສົມທົບກັບຫ້ອງການໂຄສະນາອົບຮົມເມືອງລ້ອງຊານ ຈັດພິທີຝືກອົບຮົມວຽກງານໂຄສະນາໃຫ້ພະນັກງານຫັຼກແຫຼ່ງຂອງເມືອງ ຢູ່ສະໂມສອນເມືອງລ້ອງຊານ ແຂວງໄຊສົມບຸນ ພາຍໃຕ້ການເປັນປະທານຂອງທ່ານນາງ ຄຳສີ ສິດທິວໍລະດາ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍທີມງານ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພັນ ສີສົມບຼົ່ງ ຮອງເລຂາພັກເມືອງຄະນະກວດກາພັກປະທານກວດກາລັດເມືອງລ້ອງຊານ, ມີບັນດາຫົວໜ້າ-ຄະນະຫ້ອງການ ແລະ ພະນັກງານຕ່າງໜ້າ ຫ້ອງການເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງ ທ່ານ ສົມພັນສີສົມບົ່ຼງ ຮອງເລຂາພັກເມືອງຄະນະກວດກາພັກປະທານກວດກາລັດເມືອງລ້ອງຊານ ມີຄຳເຫັນກ່າວເປີດພິທີທ່ານໄດ້ຍົກໃຫ້ເຫັນວ່າວຽກງານໂຄສະນາ ແມ່ນວຽກງານໜື່ງທີ່ ສໍາຄັນຈະຕ້ອງໄດ້ເອົາໃຈໃສ່ເວົ້າລວມເວົ້າສະເພາະກໍ່ເປັນກະບອກສຽງ ໃຫ້ແກ່ການນຳຂອງແຂວງ ແລະເມືອງໃນການປຸກລະດົມໃຫ້ບັນດາເປົ້າໜາຍເຄື່ອນໄຫວວຽກງານໂຄສະນາໃຫ້ມີຄວາມເຂັ້ມແຂງ ແລະ ດີຂື້ນເທື່ອລະກ້າວ ສະນັ້ນ ທ່ານໄດ້ຮຽກຮ້ອງໃຫ້ບັນດາສໍາມະນາກອນເຂົ້າຝືກອົບຮົມໃນຄັ້ງນີ້ ຈົ່ງຕັ້ງໃຈເອົາໃຈໃສ່ຮັບຟັງ, ກຳແໜ້ນ ເນື້ອໃນ ເພື່ອນຳໄປເຜີຍແຜ່ເຊື່ອມຊືມຜັນຂະຫຍາຍ ໃຫ້ແກ່ພະນັກງານຂອງຕົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖີງ ຈາກນັ້ນ ໄດ້ຮັບຟັງບັນຍາຍ ໃນ 4 ວິຊາເປັນຕົ້ນແມ່ນ ວິຊາພື້ນຖານກ່ຽວກັບວຽກງານໂຄສະນາ, ວິຊາຄຸນລັກສະນະ ແລະ ສີລະປະໃນການປາກເວົ້າ, ວິຊາໂຄສະນາຜ່ານສື່ ແລະ ວິຊາບັນດານິຕິກໍາ ບາງບົດຮຽນກ່ຽວກັບວຽກງານໂຄສະນາຈາກວິທະຍາກອນ ເຊີງທັງໝົດນິ້ເປັນວຽກງານໂຄສະນາ, ແມ່ນຮູບການໂຄສະນາສືກສາອົບ ຮົມໂດຍກົງ, ຊື່ງສາມາດນຳເອົາສຽງເວົ້າ ແລກປ່ຽນ ລະຫວ່າງ ຜູ້ເວົ້າຜູ້ຟັງສາມາດແກ້ໄຂບັນຫາສຳຄັນ ແລະ ອະທິບາຍໄດ້ຢ່າງຈະແຈ້ງ ເປັນການໂຄສະນາອົບຮົມເຄື່ອນທີ່ມີສຽງເວົ້າປະກອບ ເຂົ້າມີຮູບພາບເວລາດຽວກັນ ແລະ ເປັນວີທີໜື່ງ ທີ່ຊ່ວຍໄດ້ຫຼາຍໃນການໂຄສະນາ ແລະ ປະທັບຕາໂດຍ ຖືກນໍາໃຊ້ຫຼາຍເຂດຫ່າງໄກສອກຫລິກ ຈາກນັ້ນ ສຳມະນາກອນໄດ້ຂື້ນແລກປ່ຽນກ່ຽວກັບບາງເນື້ອໃນສຳຄັນຂອງບັນດາວິຊາ ທີ່ໄດ້ບັນຍາຍມາ ນັ້ນຢ່າງກົງໄປກົງມາ ເພື່ອການຈັດຕັ້ງປະຕິບັດລົງເຄື່ອນໄຫວວຽກງານຕ່າງໆ ຢູ່ຂັ້ນທ້ອງຖິ່ນ ແລະ ຮາກຖານ ບ້ານໃຫ້ມີຄວາມຮ່ວມມື ສ້າງນິຕິກຳຍົກໃຫ້ເຫັນໃນສະພາບຕົວຈີງ, ຕາມສິດ ແລະ ໜ້າທີ່ເພື່ອເປັນແບບ ຢ່າງຍົກສູງຄວາມເສຍສະຫຼະ ເພື່ອພັກ-ລັດໂດຍຖືກເອົາວຽກງານໂຄສະນາເປັນການສື່ສານໃຫ້ປະຊາຊົນ ມີ ຄວາມເຊື້ອໝັ້ນໃນການຊີ້ນຳ – ນຳພາຂອງພັກ-ລັດ ເພື່ອໃຫ້ມີຄວາມປ່ອງໃສໃນສັງຄົມ.

ວາລະທ້າຍອັນມີຄວາມສຳຄັນ ທ່ານ ນາງ ຄຳສີ ສິດທິວໍລະດາ ກຳມະການພັກແຂວງໄດ້ມີຄຳເຫັນຕໍ່ພິທິ ທ່ານ ໄດ້ສັງລວມ ເຫັນວ່າບັນດາສຳມະນາກອນໄດ້ມີຄວາມຕັ້ງໃຈ ແລະ ຮັບຟັງບັນດາ ເນື້ອໃນເອກະສານ ສຳຄັນຂອງ 4 ບົດຮຽນທີ່ໄດ້ບັນຍາຍມາແຕ່ຕົ້ນຈົນຈົບ ໃນນັ້ນ ທ່ານກໍ່ໄດ້ ສະແດງຊົມເຊີຍຕໍ່ການຝຶກອົບຄັ້ງນີ້ສະເພາະແມ່ນສຳມະນາກອນທີ່ໄດ້ຕັ້ງໃຈຮັບຟັງການບັນຍາຍແຕ່ຕົ້ນຈົນສໍາເລັດ ດັ່ງນັ້ນ ຮຽກຮ້ອງໃຫ້ບັນດາທ່ານ ຈົ່ງນໍາບາງເນື້ອໃນທີກໍາໄດ້ໄປຜັນຂະຫຍາຍໃຫ້ກົມກອງຂອງຕົນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ວຽກງານໂຄສະນາໃຫ້ ເປັນຢ່າງດີ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa