ພິທີຝືກອົບຮົມວຽກງານໂຄສະນາ-ປາຖະກະຖາໃຫ້ພະນັກງານຫຼັກແຫຼ່ງຢູ່ເມືອງຮົ່ມ

ໃນຕອນເຊົ້າວັນທີ 17 ກໍລະກົດ 2024 ນີ້, ຢູ່ທີ່ຫ້ອງປະຊຸມຂອງຫ້ອງການຊາວໜຸ່ມເມືອງຮົ່ມ ແຂວງໄຊສົມບູນ, ຄະນະໂຄສນາອົບຮົມແຂວງໄດ້ສົມທົບກັບຄະນະໂຄສະນາອົບຮົມເມືອງ ໄດ້ຈັດພິທີຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາໃຫ້ພະນັກງານຫຼັກແຫຼ່ງຂອງເມືອງ ໂດຍການເປັນປະທານ ຂອງທ່ານ ຄ້າວື່ ໄຊເຈ່ຍບຼົ່ງ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງ ແລະ ທ່ານນາງ ຄໍາສີ ສິດທິວໍລະດາ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງໄຊສົມບູນ, ມີບັນດາຫົວ ໜ້າຮອງຫົວໜ້າຫ້ອງການອ້ອມຂ້າງຂອງເມືອງ ແລະ ບັນດານັກສໍາມະນາກອນເຂົ້າຮ່ວມ.

ໃນພິທີທ່ານ ຄ້າວື່ ໄຊເຈ່ຍບຼົ່ງ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງ ໄດ້ກ່າວເປີດພິທີຝຶກອົບຮົມ ຢ່າງເປັນທາງ ແລະ ໄດ້ຮຽກຮ້ອງມາຍັງບັນດານັກສໍາມະນາກອນທຸກພາກສ່ວນຈົ່ງຕັ້ງໃຈຮັບຟັງເອົາເນື້ອໃນເອກະສານ ໃນຄັ້ງນີ້ເພື່ອໄດ້ໄປນໍາໃຊ້ເຂົ້າໃນວຽກງານຕົວຈິງ, ຈາກນັ້ນທ່ານນາງ ຄໍາສີ ສິດທິວໍລະດາ ກໍາມະການພັກແຂວງ, ຫົວໜ້າ ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ, ໄດ້ຂື້ນບັນລະຍາຍເນື້ອໃນເອກະສານກ່ຽວກັບວຽກງານໂຄສະນາ-ປາຖະກະ ຖາໃຫ້ມີປະສິດທິພາບທາງດ້ານຄຸນນະພາບການເມືອງໜັກແໜ້ນຕາມແນວທາງການປ່ຽນແປງຂອງພັກ, ພ້ອມທັງມີຄໍາ ເຫັນແລກປ່ຽນເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ວຽກງານໂຄສະນາ-ປາຖະກະຖາຖືກນໍາໄປຈັດຕັ້ງປະຕິບັດໄດ້ຄຸນນະ ພາບ ແລະ ເທດເໝາະກັບສະພາບຕົວຈິງ.

ໃນໂອກາດສຸດທ້າຍຂອງພິທີທ່ານ ຄ້າວື່ ໄຊເຈ່ຍບຼົ່ງ ຄະນະປະຈໍາພັກເມືອງ ກໍ່ໄດ້ມີຄໍາເຫັນຊີ້ນໍາຕໍ່ພິທີກ່ອນອື່ນ ໄດ້ຮຽກ ຮ້ອງໃຫ້ບັນດານັກສໍາມະນາກອນທຸກພາກສ່ວນຈົ່ງນໍາເອົາບັນດາເນື້ອໃນທີ່ສໍາຄັນ ແລະ ບົດຮຽນທີ່ໄດ້ຝຶກອົບ ຮົມນີ້ໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໃຫ້ສະມາຊິກພັກ-ພະນັກງານຢູ່ພາຍໃນຂະແໜງການຂອງຕົນຕໍ່ກັບວຽກ ງານໂຄສະນາ-ປາຖະກະຖາໃຫ້ມີການພັດທະນາໃນຕໍ່ໜ້າ, ພ້ອມທັງກ່າວປິດພິທີຝຶກອົບຮົມຢ່າງເປັນທາງການ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa