ພິທີມອບ-ຮັບໜ້າທີ່ຂອງສະຫາຍເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ ຜູ້ເກົ່າ ແລະ ຜູ້ໃໝ່ ຂອງເມືອງຮົ່ມ

ໃນວັນທີ 27 ພະຈິກ 2025 ນີ້ ເມືອງຮົ່ມ ແຂວງໄຊສົມບູນ ໄດ້ຈັດພິທີມອບ-ຮັບໜ້າທີລະຫວ່າງສະຫາຍເລຂາຄະນະບໍລິຫານງານພັກເມືອງ ຜູ້ເກົ່າ ແລະ ຜູ້ໃໝ່, ປະທານຄະນະກໍາມະການປົກຄອງເມືອງ ຜູ້ເກົ່າ ແລະ ຜູ້ໃໝ່ ຢູ່ທີ່ສະໂມສອນຂອງເມືອງ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມຂອງສະຫາຍ ທອງວັນ ທຳມະວົງ, ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ແລະ ສະຫາຍ ນາງ ເພັດສະໄໝ ໂພໄຊຍະວົງ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ມີບັນດາຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຄະນະຫ້ອງການ, ກົມກອງຂອງເມືອງ ແລະ ອາດີດການນຳຂອງເມືອງ ເຂົ້າຮ່ວມ.
ໃນພິທີສະຫາຍ ຈູນດາ ຄຳບູນມີ ອາດີດເລຂາຄະນະບໍລິຫານງານພັກເມືອງ ໄດ້ຜ່ານຮ່າງລາຍງານການເມືອງກ່ຽວກັບການນຳພາ-ຊິ້ນຳຂອງຄະນະບໍລິຫານງານພັກເມືອງ ຕະຫຼອດໄລຍະຜ່ານມາ ພ້ອມທັງມອບໜ້າທີ່ເລຂາຄະນະບໍລິຫານງານພັກເມືອງ ໃຫ້ສະຫາຍ ຄຳພຸດ ແກ້ວວົງພອນ ອາດີດປະທານຄະນະກຳມະການປົກຄອງເມືອງ ມາຮັບຜິດຊອບໃນການຈັດຕັ້ງປະຕິບັດຕໍ່ໜ້າທີ່ການເມືອງໃນຕໍ່ໜ້າ ແລະ ສະຫາຍ ຄຳພຸດ ແກ້ວວົງພອນ ອາດີດປະທານຄະນະກຳມະການປົກຄອງເມືອງ ໄດ້ຂຶ້ນຜ່ານຮ່າງບົດສະຫຼູບການນໍາພາ-ຊີ້ນໍາ ວຽກງານຮອບດ້ານຂອງຕົນ ພ້ອມທັງມອບໜ້າທີ່ປະທານຄະນະກຳມະການປົກຄອງເມືອງ ໃຫ້ສະຫາຍ ວຽງມະນີ ຢົງລໍ່ຢ່າງ ອາດີດ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ມາຮັບຜິດຊອບໃນການຈັດຕັ້ງປະຕິບັດຕໍ່ໜ້າທີ່ການເມືອງໃນຕໍ່ໜ້າ,
ຈາກນັ້ນ ທັງສາມສະຫາຍ ໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ຢ່າງເປັນທາງການ.
ໃນຕອນທ້າຍ ສະຫາຍ ທອງວັນ ທຳມະວົງ ໄດ້ມີຄຳເຫັນຊີ້ນຳຕໍ່ພິທີ ກ່ອນອື່ນສະຫາຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍສຳຄັນຂອງການຍົກຍ້າຍ, ຊັບຊ້ອນພະນັກງານແຕ່ລະຂັ້ນ ເຊິ່ງເປັນບັນຫາປົກກະຕິຂອງພັກ-ລັດ ທີ່ມີຕໍ່ພະນັກງານ ເພາະເປັນການທົດສອບຄວາມຮູ້ຄວາມສາມາດຂອງພະນັກງານແຕ່ລະຂັ້ນ ເພື່ອເຮັດໃຫ້ພະນັກງານມີປະສົບການໃນການແກ້ໄຂ, ພິຈາລະນາຕໍ່ກັບບັນຫາທີ່ຕິດພັນກັບວຽກງານຕົວຈິງໃຫ້ຫຼາຍຂຶ້ນ ແລະ ເສີມຂະຫຍາຍຈຸດດີ, ຄວາມສາມາດການນຳພາໃຫ້ສອດຄ່ອງກັບສະພາບຕົວຈິງຕໍ່ກັບການພັດທະນາ ໃຫ້ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ ຕາມສະພາບຄວາມເປັນຈິງພາວະວິໄສ, ພ້ອມດຽວກັນນີ້ສະຫາຍຍັງໄດ້ຮຽກຮ້ອງໃຫ້ບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຄະນະຫ້ອງການ, ຄະນະຕາແສງ ຈົ່ງຮ່ວມມືສະໜັບສະໜູນ ເລຂາຄະນະບໍລິຫານງານພັກເມືອງ ແລະ ປະທານຄະນະກຳມະການປົກຄອງເມືອງຜູ້ໃໝ່ໃຫ້ເຮັດລ້ອນໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ ແລະ ໃຫ້ສອງສະຫາຍທີ່ຮັບໜ້າທີ່ໃໝໃນຄັ້ງນີ້ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນ, ສືບຕໍ່ນຳພາ-ຊິ້ນຳພະນັກງານຫຼັກແຫຼ່ງຂອງເມືອງ, ປັບປຸງແບບແຜນວິທີເຮັດວຽກໂດຍແບ່ງວຽກ, ແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ, ເພີ່ມທະວີຄວາມສາມັກຄີເປັນເອກະພາບ, ຍົກສູງສະຕິລະວັງຕົວຕໍ່ກຸ່ມຄົນບໍ່ຫວັງດີ, ເອົາໃຈໃສ່ກໍ່ສ້າງວຽກງານພັກ-ພະນັກງານໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ຕໍ່ຕ້ານ ແລະ ສະກັດກ້ານປະກົດການຫຍໍ້ທໍ່ໃນສັງຄົມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa