ພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 99 ປີ

  • ພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 99 ປີ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ ທີ່ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 29 ພຶດສະພາ ນີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເຂົ້າຮ່ວມຂອງທ່ານ ພອຍຄໍາ ຮຸ່ງບຸນຍວງ, ເຈົ້າແຂວງໄຊສົມບູນ, ມີທ່ານ ຕົ່ງມົວ ຊົວໂກ້, ຮອງເຈົ້າແຂວງໄຊສົມບູນ, ປະທານຄະນະກຳມະທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍ ພ້ອມດ້ວຍບັນດາພະແນກການ, ອົງການ, ກົມກອງ ຕະຫຼອດຮອດຄອບຄົວການນໍາ, ພໍ່ແມ່ຜູ້ປົກຄອງເດັກ ແລະ ຫຼານນ້ອຍ ພາຍໃນເທດສະບານແຂວງເຂົ້າຮ່ວມ ຢ່າງເປັນຂະບວນການຟົດຟຶ້ນ.

  • ໃນພິທີ ໄດ້ມີການສະແດງສິນລະປະ-ວັນນະຄະດີ ບົດຟ້ອນ ແລະ ຮ້ອງເພງລວມໝູ່ ຈາກໜ່ວຍສິນລະປະສູນວັດທະນະ ທຳເດັກ ດ້ວຍຄວາມເບີກບານມ່ວນຊື່ນ. ຈາກນັ້ນ, ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ປາຖະກະຖາ ເລົ່າຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນເດັກນ້ອຍສາກົນ ຊຶ່ງການສະເຫຼີມສະຫຼອງວັນເດັກໃນແຕ່ລະປີ ແມ່ນແນໃສ່ຊຸກຍູ້ສົ່ງເສີມ, ພັດທະນາ ແລະ ປົກປ້ອງເດັກ ໃນທົ່ວໂລກ. ເນື່ອງຈາກເດັກທີ່ເປັນໜໍ່ແໜງແຫ່ງຊີວິດໃນມື້ນີ້ ຈະກາຍເປັນອະນາຄົດອັນແຈ່ມໃສຂອງປະເທດຊາດໃນມື້ໜ້າ, ສະນັ້ນ ບັນດາປະຊາຊາດໃນທົ່ວໂລກ ຈຶ່ງໄດ້ມີການສະເຫຼີມສະຫຼອງວັນເດັກ ໂດຍກຳນົດເອົາວັນທີ 1 ມິຖຸນາ ຂອງທຸກໆປີ ເປັນວັນເດັກນ້ອຍສາກົນ. ເພາະວ່າເດັກທີ່ຍັງບໍ່ທັນມີວຸດທິພາວະສົມບູນຄົບຖ້ວນ ມີຄວາມຕ້ອງການໃນການປ້ອງກັນ ແລະ ດູແລເບິ່ງແຍງທາງດ້ານຮ່າງກາຍ ແລະ ຈິດໃຈ ເປັນພິເສດ. ຊຶ່ງການສະເຫຼີມສະຫຼອງວັນເດັກນ້ອຍສາກົນໃນຄັ້ງນີ້ ກໍເພື່ອເປັນການປູກຈິດສຳນຶກໃຫ້ທົ່ວສັງຄົມໄດ້ຮັບຮູ້, ເຂົ້າໃຈ ເຖິງຄວາມສຳຄັນຂອງເດັກນ້ອຍ ພ້ອມກັນເອົາໃຈໃສ່ຊຸກຍູ້, ສົ່ງເສີມ ແລະ ສ້າງໂອກາດໃຫ້ເດັກໄດ້ຮັບການພັດທະນາ, ມີຄວາມຮູ້, ຄວາມສາມາດ ແລະ ມີອະນາຄົດທີ່ດີ ພ້ອມທັງກາຍເປັນກຳລັງແຮງທີ່ສຳຄັນ ໃນການພັດທະນາປະເທດຊາດ ໃນຕໍ່ໜ້າ.

ເນື່ອງໃນໂອກາດ ທີ່ແຂວງໄຊສົມບູນ ສະເຫຼີມສະຫຼອງວັນເດັກນ້ອຍສາກົນໃນຄັ້ງນີ້ ຄະນະຮັບຜິດຊອບໄດ້ຈັດໃຫ້ມີຫຼາກຫຼາຍກິດຈະກຳ ເປັນຕົ້ນແມ່ນປູກຕົ້ນໄມ້, ກິດຈະກຳກວດສຸຂະພາບ ແລະ ແຈກຂອງຂັວນ ໃຫ້ແກ່ເດັກນ້ອຍ ໂດຍສະເພາະແມ່ນອຸປະກອນການຮຽນ, ເຂົ້າໝົມ, ນົມ ແລະ ຂອງກິນຕ່າງໆ ຊຶ່ງເຕັມໄປດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສໍາຄັນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa