
ຄະນະຈັດຕັ້ງແຂວງໄຊສົມບູນ ຈັດພິທີສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ 25 ມີນາ 1955-25 ມີນາ 2025 ໃນຕອນບ່າຍຂອງວັນທີ 23 ທັນວາ 2025 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານ ຂອງ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ, ເລຂາຄະນະບໍລິຫານງານພັກແຂວງ, ມີສະຫາຍ ປອ ວິສຸກ ພົມພິທັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ,ສະຫາຍ ທອງວັນ ທໍາມະວົງ,ຮອງເລຂາຄະນະບໍລິຫານງານພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ພ້ອມດ້ວຍບັນດາພະແນກການ, ອົງການ-ກົມກອງ ຕະຫຼອດຮອດບັນດາເລຂາຄະນະບໍລິຫານງານພັກເມືອງທັງ 5 ເມືອງ ເຂົ້າຮ່ວມ.

ໃນໂອກາດນີ້ ສະຫາຍ ທອງວັນ ທໍາມະວົງ ໄດ້ຂຶ້ນຜ່ານຮ່າງບົດລາຍງານກ່ຽວກັບການກໍານົດ ແລະ ການເຄື່ອນໄຫວ ຂອງຄະນະຈັດຕັ້ງ ຕະຫຼອດໄລຍະ 70 ປີ 25 ມີນາ 1955-25 ມີນາ 2025 ຊຶ່ງຄະນະຈັດຕັ້ງສູນກາງພັກ ໄດ້ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຕິດແໜ້ນກັບປະຫວັດມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂອງພັກ. ປະຊາຊົນລາວ ໃນໄລຍະທີ I ແຕ່ປີ 1955-1975 ເປັນໄລຍະການຂອງການປະຕິວັດ ປະຊາທິປະໄຕ, ຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດຕ່າງດ້າວທັງແບບເກົ່າ-ແບບໃຫມ່ ແລະ ລະບອບສັກດີນາປະຕິການລາວ, ໄລຍະນີ້ ແນວທາງການເມືອງຂອງພັກແມ່ນໄດ້ສຸມໃສ່ປຸກລະດົມ ແລະ ຈັດຕັ້ງກໍາລັງມະຫາຊົນຕໍ່ສູ້ກັບສັດຕູ ເພື່ອປົດປ່ອຍປະເທດຊາດ ຊຶ່ງໄດ້ສຸມໃສ່ປະຕິບັດໜ້າທີ່ຕົ້ນຕໍ ໂດຍສະເພາະວຽກງານກໍ່ສ້າງພັກ, ວຽກງານພະນັກງານ, ວຽກງານກໍ່ສ້າງພັກ ແລະ ການປັບປຸງການຈັດຕັ້ງ ຊຶ່ງໃນກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ປີ 2021 ໄດ້ກໍານົດທິດທາງຄາດໝາຍລວມຄື: ຍຶດໝັ້ນທັດສະນະພຶ້ນຖານຂອງພັກ ກ່ຽວກັບສ້າງການຫັນປ່ຽນໃໝ່ດ້ານຈິນຕະນາການ, ຍົກລະດັບຄຸນນະພາບວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ, ສືບຕໍ່ສ້າງຄວາມເຂັ້ມແຂງຂອງການຈັດຕັ້ງພັກແຕ່ລະຂັ້ນ ໃຫ້ປອດໃສ່, ເຂັ້ມແຂງ, ໜັກແໜ້ນໃນທຸກດ້ານ ໂດຍຍຶດໝັ້ນຕາມກົດລະບຽບຂອງພັກ ກໍຄື 5 ຫຼັກການ 3 ທິດນໍາ ໃນການກໍ່ສ້າງພັກ, ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິງທຸກຂອດໃນວຽກງານພະນັກງານ, ປັບປຸງກົນຈັກການຈັດຕັ້ງໃນລະບົບການເມືອງໄປຕາມທິດກະທັດຮັດ, ສົມເຫດສົມຜົນ, ກໍານົດພາລະບົດບາດໃຫ້ຈະແຈ້ງ, ຮັດກຸມ, ບໍ່ຊໍ້າຊ້ອນ ແລະ ຫຼຸດຜ່ອນຈໍານວນພະນັກງານໜ້ອຍລົງ ແຕ່ຄຸນນະພາບເພີ່ມຂຶ້ນ. ຈາກນັ້ນ ສະຫາຍ ປອ ວິສຸກ ພົມພິທັກ ໄດ້ຂຶ້ນຜ່ານ ບົດສູນທອນບົດຂອງສະຫາຍ ທອງລຸນ ສິສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ຊຶ່ງສະຫາຍໄດ້ເນັ້ນໜັກບາງຈຸດທີ່ສໍາຄັນໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 70 ປີ ທີ່ຕ້ອງໄດ້ເອົາໃຈໃສ່ໃນຕໍ່ໜ້າມີດັ່ງນີ້: ເອົາໃຈໃສ່ຊີ້ນໍາປັບປຸງເນື້ອໃນ, ວິທີການໃນການກໍ່ສ້າງຮາກຖານພັກ ຢ່າງຕໍ່ເນື່ອງ, ຍົກສູງຄວາມຮັບຜິດຊອບໃນການປະຕິບັດພາລະບົດບາດ ກ່ຽວກັບການກໍ່ສ້າງພັກ, ໂດຍສະເພາະການກໍ່ສ້າງພັກປອດປອດໃສ, ເຂັ້ມແຂງ, ໝັກແໜ້ນ ບໍຕ້ອງແລ່ນນໍາປະລິມານ, ແຕ່ຖືຄຸນນະພາບເປັນກົກ, ອັນນີ້ ຍັງແມ່ນເປັນຫົວໃຈສໍາຄັນໃນການປ່ຽນແປງໃໝ່ກ່ຽວກັບວຽກງານຈັດຕັ້ງ ແລະ ພະນັກງານ ໃນຕໍ່ໜ້າ ແລະ ພະນັກງານແມ່ນກໍາລັງການເມືອງຫຼັກແຫຼ່ງ ໃນພາລະກິດປະຕິວັດຂອງພັກເຮົາ, ເປັນຜູ້ຕັດສິນຜົນໄດ້-ຜົນເສຍ ຂອງການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກ ແລະ ລັດ. ດັ່ງນັ້ນ ການອົບຮົມບົ່ມເພາະຈາກພັກ ໃຫ້ເປັນຜູ້ຈົ່ງຮັກພັກດີ, ຮັບໃຊ້ປະຊາຊົນ ແລະ ປະເທດຊາດ ດ້ວຍຄວາມບໍລິສຸດ ຍັງເປັນພາລະໜ້າທີ່ສໍາຄັນ ຂອງວຽກງານຈັດຕັ້ງ ແລະ ພະນັກງານ, ພ້ອມນີ້ ກໍຕ້ອງຮັບປະກັນຫຼັກການລວມສູນປະຊາທິປະໄຕ ຕໍ່ກັບບັນຫາພະນັກງານ ແນ່ໃສ່ຄັດຈ້ອນໃຫ້ໄດ້ຄົນດີ, ຄົນເກັ່ງ ຜູ້ທີ່ມີຄວາມເສຍສະຫຼະເພື່ອວຽກງານ ເພື່ອສ່ວນລວມ ທັງນີ້ກໍເພື່ອເຮັດໃຫ້ວຽກງານພັກ-ພະນັກງານ ໄດ້ມີຜົນງານໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ. ພ້ອມດຽວກັນນີ້ ກໍໄດ້ມີພີທີມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ໃຫ້ພະນັກງານລັດຖະກອນ ທີ່ມີຜົນງານ, ຄຸນງາມຄວາມດີ ໃນການປະກອບສ່ວນເຄື່ອນໄຫວວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຕື່ມອີກ.

ໃນໂອກາດທີ່ມີຄວາມໝາຍ-ຄວາມສໍາຄັນນີ້ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ຊຶ່ງກ່ອນອື່ນສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານອັນໃຫຍ່ຫຼວງທີ່ຄະນະຈັດຕັ້ງສູນກາງພັກ ແລະ ຄະນະຈັດຕັ້ງແຂວງ ທີ່ສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ ພ້ອມນີ້ສະຫາຍກໍໄດ້ເນັ້ນໜັກຄະນະພັກແຕ່ລະຂັ້ນໃນທົ່ວແຂວງ ຈົ່ງສືບຕໍ່ນໍາເອົາເນື້ອໃນເອກະສານ 2 ສະບັບ ໄປຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ຢູ່ຄະນະພັກຂັ້ນຂອງຕົນຢ່າງເລິກເຊິງ ແລະ ທົ່ວເຖິງ, ເອົາໃຈໃສ່ບໍາລຸງ-ກໍ່ສ້າງຖັນແຖວສະມາຊິກພັກ, ພະນັກງານໃຫ້ມີຄວາມໜັກແໜັ້ນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິບັດ, ສືບຕໍ່ປັບປຸງ-ກໍ່ສ້າງຮາກຖານພັກໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ສຸມໃສ່ການປະເມີນ ແລະ ຂຶ້ນແຜນກໍານົດພະນັກງານຢູ່ຂັ້ນແຂວງ, ຂັ້ນເມືອງ, ຕາແສງ ນັບແຕ່ພະນັກງານນໍາພາ-ຄຸ້ມຄອງ ແລະ ພະນັກງານວິຊາການທົ່ວໄປ ເພື່ອຈັດວາງແທດເໜາະກັບການພັດທະນາແຕ່ລະໄລຍະ ໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງ.
