ພິທີີ ມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ ຜູ້ເກົ່າ ແລະ ຜູ້ໃໝ່ ຂອງເມືອງອະນຸວົງ

ໃນຕອນແລງວັນທີ 26 ພະຈິກ 2025 ນີ້ເມືອງອະນຸວົງ ໄດ້ຈັດພິທີີ ມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ ຜູ້ເກົ່າ ແລະ ຜູ້ໃຫມ່ ຂຶ້ນທີ່ ສະໂມສອນໃຫຍ່ເມືອງອະນຸວົງ ໂດຍການເປັນປະທານຂອງ ສະຫາຍ ທອງວັນ ທໍາມະວົງ ຮອງເລຂາພັກແຂວງ, ຫົວຫນ້າຄະນະຈັດຕັ້ງແຂວງ, ມີບັນດາ ສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາ, ຮອງເລຂາພັກເມືອງ, ຫົວໜ້າ, ຮອງຫົວຫນ້າຫ້ອງການ ຕະຫລອດຮອດທຸກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ໄດ້ຮັບຟັງຜ່ານມະຕິຕົກລົງ ວ່າດ້ວຍ ການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງຄື: ຍົກຍ້າຍ ສະຫາຍ ຮືທໍ່ ເພຍຫລວງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ໄປຮັບຫນ້າທີ່ໃໝ່ຢູ່ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງໄຊສົມບູນ, ແຕ່ງຕັ້ງ ສະຫາຍ ພັດທະນາ ສີສົມພອນ ກໍາມະການພັກແຂວງ ປະທານຄະນະກໍາມະການປົກຄອງເມືອງອະນຸວົງ ເປັນເລຂາຄະນະບໍລິຫານງານພັກເມືອງ, ແຕ່ງຕັ້ງສະຫາຍ ສົມບູນ ຄໍາຕາງ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າຫ້ອງວ່າການແຂວງ ເປັນປະທານຄະນະກໍາມະການປົກຄອງເມືອງອະນຸວົງ. ຈາກນັ້ນ ສະຫາຍ ຮືທໍ່ ເພຍຫລວງ ເລຂາຄະນະບໍລິຫານງານພັກເມືອງອະນຸວົງຜູ້ເກົ່າໄດ້ຂື້ນຜ່ານບົດສະຫຼຸບການນໍາພາ-ຊີ້ນໍາວຽກງານຮອບດ້ານໃນຕະຫຼອດໄລຍະຜ່ານມາ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ສໍາຄັນຢ່າງເຊັ່ນ: ວຽກງານສຶກສາອົບຮົມການເມືອງແນວຄິດ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ຕໍ່ການຈັດຕັ້ງປະຕິບັດໄລຍະຜ່ານມາ ແລະ ຕ້ອງໄດ້ສືບຕໍ່ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ແລະ ບັນລຸຕາມລະດັບຄາດໝາຍທີ່ວາງໄວ້, ພ້ອມນັ້ນ, ໄດ້ດໍາເນີນການເຊັນມອບ-ຮັບໜ້າທີ່ ລະຫວ່າງ ເລຂາພັກຄະນະບໍລິຫານງານພັັກເມືອງ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍມີປະທານ ແລະ ຜູ້ເຂົ້າຮ່ວມພິທີເປັນສັກຄີພີຍານ, ຈາກນັ້ນ ສະຫາຍ ພັດທະນາ ສີສົມພອນ ປະທານຄະນະກໍາມະການປົກຄອງເມືອງ ໄດ້ຂື້ນຜ່ານບົດສະຫຼຸບການນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນຕະຫຼອດໄລຍະຜ່ານມາເຊິ່ງສະຫາຍໄດ້ສະແດງໃຫ້ເຫັນຜົນສໍາເລັດຫຼາຍໜ້າວຽກເປັນຕົ້ນແມ່ນວຽກງານດ້ານເສດຖະກິດ-ສັງຄົມ ແລະ ວຽກງານອື່ນໆ, ພ້ອມກັນນັ້ນ, ໄດ້ດໍາເນີນການເຊັນມອບ-ຮັບໜ້າທີ່ ລະຫວ່າງ ປະທານຄະນະກໍາມະການປົກຄອງເມືອງຜູ້ເກົ່າ ແລະ ຜູ້ໃໝ່, ພ້ອມນັ້ນ, ໄດ້ມີການເຊັນມອບ-ຮັບໜ້າທີ ຂອງບາງຫົວໜ້າ ຫ້ອງການ ຄື: ຫ້ອງວ່າການເມືອງອະນຸວົງ, ຫ້ອງການຍຸຕິທໍາເມືອງ ແລະ ຄະນະບໍລິຫານຊາວໜຸ່ມເມືອງຢ່າງເປັນທາງການ.
ທ້າຍພິທີ ສະຫາຍ ທອງວັນ ທໍາມະວົງ ຮອງເລຂາພັກແຂວງ, ຫົວຫນ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນມີຄໍາເຫັນໂອ້ລົມຕໍ່ພິທີ ກ່ອນອື່ນ ສະຫາຍໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງທຸກພາກສ່ວນເປັນຕົ້ນແມ່ນຄະນະບໍລິຫານງານພັກເມືອງອະນຸວົງ ທີ່ມີຄວາມເອົາໃຈໃສ່ສູງ ຕໍ່ການຈັດຕັ້ງປະຕິບັດ, ນໍາພາ-ຊີ້ນໍາວຽກງານຮອບດ້ານ ໄລຍະຜ່ານມາໄດ້ຮັບຜົນສໍາເລັດເປັນກ້າວໆ, ພ້ອມນັ້ນ, ສະຫາຍໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງເອົາໃຈໃສ່ຍົກສູງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມເປັນເອກະພາບ ໃຫ້ເປັນອັນດຽວກັນ. ສືບຕໍ່ເປັນເຈົ້າການແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ, ສືບຕໍ່ເອົາໃຈໃສ່ຝຶກຝົນຫຼໍຫຼອມຕົນເອງ, ຊອກຮູ້ຮໍ່າຮຽນໃຫ້ຫຼາຍຂື້ນ, ເພື່ອເຮັດໃຫ້ວຽກງານຕົວຈິງແທດເໝາະກັບວິຊາສະເພາະ ແລະ ການຈັດຕັ້ງປະຕິບັດວຽກງານ ຮັບປະກັນໃນຂັ້ນພື້ນຖານ, ເອົາໃຈໃສ່ສ້າງຂະບວນການຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສຳຄັນຂອງພັກ-ຂອງຊາດ ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ສະຫງົບປອດໄພ ໄປພ້ອມກັບການຈັດຕັ້ງຜັນຂະຫຍາຍກໍ່ສ້າງຮາກຖານການເມືອງມີຜົນສຳເລັດ ແລະ ມີບາດກ້າວເຕີບໃຫຍ່ຂະຫຍາຍຕົວເທື່ອລະກ້າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa