ພິທີເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ

ພິທີເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ ຂອງໜ່ວຍຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 5 ມິຖຸນາ 2024 ນີ້ ທີ່ຫ້ອງປະຊຸມຂອງຕົນໂດຍການເປັນປະທານຂອງ ສະຫາຍ ນາງ ຄໍາສີ ສິດທິວໍລະດາ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບົຮົມແຂວງ, ມີຄະນະພັກພະແນກ, ສະມາຊິກພັກ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ສະບັບເລກທີ 0473/ຄພ.ຊບ ລົງວັນທີ 28 ພຶດສະພາ 2024 ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ ຈຳນວນ 1 ສະຫາຍ ຄື: ສະຫາຍ ເນັ້ງທໍ່ ໄຊຈູ ຊຶ່ງສະຫາຍ ໄດ້ຜ່ານການຮຽນສະໜັບສະໜູນ, ຮຽນກົດລະບຽບ ແລະ ຜ່ານການຝຶກຝົນຫຼໍ່ຫຼອມຕົນເອງ ນອກນີ້ຍັງຜ່ານການຕິດຕາມຈາກຄະນະພັກ ແລະ ຜ່ານສະໄໝສຳຮອງມາແລ້ວ ເຫັນວ່າຜູ້ກ່ຽວມີຄຸນສົມບັດສິນທຳປະຕິວັດ, ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ, ທັງມີຄວາມຮັບຜິດຊອບສູງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ມີຜົນສຳເລັດຫລາຍດ້ານໃນການປະຕິບັດໜ້າທີການເມືອງ ທີ່ການຈັດຕັ້ງມອບໝາຍໃຫ້ ພ້ອມນີ້ກໍມີເງື່ອນໄຂຄົບຖ້ວນ ທີ່ຈະຖືກເລື່ອນເປັນສະມາຊິກພັກປະຊາຊົນປະຕິວັດລາວ ຢ່າງສົມບູນ.

ຈາກນັ້ນ ສະຫາຍ ນາງ ຄໍາສີ ສິດທິວໍລະດາ ກໍໄດ້ຂຶ້ນມອບມະຕິຕົກລົງ ພ້ອມທັງກ່າວຮັບເອົາ ສະຫາຍເຂົ້າຮ່ວມດຳເນີນຊິວິດການເມືອງໃນໜ່ວຍພັກຢ່າງເປັນທາງການ.

ໃນຕອນທ້າຍຂອງພິທີ ສະຫາຍ ນາງ ຄໍາສີ ສິດທິວໍລະດາ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ຊຶ່ງສະຫາຍໄດ້ຮຽກຮ້ອງມາຍັງບັນດາສະມາຊິກພັກພາຍໃນໜ່ວຍ ໂດຍສະເພາະສະຫາຍສະມາຊິກພັກສົມບູນໃໝ່ ຈົ່ງສືບຕໍ່ເອົາໃຈໃສ່ປະຕິບັດລະບຽບຂອງພັກໃຫ້ເຂັ້ມງວດ ພ້ອມທັງຝຶກຝົນຫລໍ່ຫລອມຕົນເອງໃນຮອບດ້ານ ເປັນຕົ້ນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ຄຽງຄູ່ກັບການເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ເອົາໃຈໃສ່ປະຕິບັດແນວທາງນະໂຍບາຍ, ກົດລະບຽບຂອງພັກ-ກົດໝາຍຂອງລັດ ໄປພ້ອມກັບການຍົກລະດັບຄວາມຮູ້, ຄວາມສາມາດ ຄຸນສົມບັດສິນທຳປະຕິວັດ ແລະ ປັບປຸງຕົນເອງໃຫ້ກາຍເປັນສະມາຊິກພັກທີ່ເຂັ້ມແຂງ ທັງເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນໃນອານາຄົດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa