ພິທີ ປະກາດການຈັດຕັ້ງການນຳຂັ້ນສູງ ຂອງແຂວງໄຊສົມບູນ

ໃນຕອນເຊົ້າຂອງວັນທີ 17 ກັນຍາ 2024 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊສົມບູນ ໄດ້ມີພິທີປະກາດການຈັດຕັ້ງການນຳຂັ້ນສູງ ຂອງແຂວງໄຊສົມບູນຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພອຍຄຳ ຮຸ່ງບຸນຍວງ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ມີຕາງໜ້າຈາກກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍບັນດາພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ຕະຫຼອດຮອດເລຂາພັກເມືອງທັງ 5 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງກຳມະການປະຈຳພັກ, ຮອງເລຂາຄະນະບໍລິຫານງານພັກແຂວງໄຊສົມບູນ ຄື: ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ບົວພັນ ອິນທະປັນຍາ ກຳມະການພັກແຂວງ, ເລຂາຄະນະພັກ, ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ ເປັນກຳມະການປະຈຳພັກ, ທັງເປັນຮອງເລຂາຄະນະບໍລິຫານງານພັກແຂວງໄຊສົມບູນ. ໂອກາດດັ່ງກ່າວ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ຍົກໃຫ້ເຫັນເຖິິງຄວາມໝາຍ-ສໍາຄັນ ຂອງການປັບປຸງ, ຊຶ່ງເປັນວຽກງານປົກກະຕິ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນແຕ່ລະໄລຍະ ເພື່ອຮັບປະກັນໃຫ້ການຈັດຕັ້ງມີຄວາມເຂັ້ມແຂງ ພ້ອມທັງສາມາດນໍາພາຈັດຕັ້ງປະຕິບັດວຽກງານ ໃຫ້ສໍາເລັດຕາມທິດທາງຂອງພັກ-ລັດ ໃນແຕ່ລະໄລຍະ. ພ້ອມນັ້ນ ຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ໃນຄັ້ງນີ້ ແລະ ທຸກພາກສ່ວນຈົ່ງເອົາໃຈໃສ່ ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ມີການຈັດຕັ້ງການເວນຍາມໃຫ້ມີຄວາມເຂັ້ມງວດ ຮັບປະກັນຄວາມສະຫງົບປອດໄພໂດຍພື້ນຖານ ນອກນີ້ກໍຕ້ອງໄດ້ເອົາໃຈໃສ່ຝຶກຝົນຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ຍົກສູງຄວາມຮູ້-ຄວາມສາມາດ ຄຽງຄູ່ກັບການສ້າງພາວະການເປັນຜູ້ນໍາທີ່ດີ ແລະ ຕ້ອງສຸມທຸກສະຕິປັນຍາຂອງຕົນ ເຂົ້າໃນການນໍາພາຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃຫ້ສໍາເລັດຕາມທີ່ຂັ້ນເທິງມອບໝາຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa