ພິທີ ປະກາດການແຕ່ງຕັ້ງ ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ ແລະ ມອບ-ຮັບ ໜ້າທີ່ລະຫວ່າງ ທ່ານເຈົ້າແຂວງ ແລະ ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ

ແຂວງໄຊສົມບູນ ໄດ້ຈັດພິທີ ປະກາດການແຕ່ງຕັ້ງ ປະທານຄະນະກຳມະການປົກຄອງ ແລະ ມອບ-ຮັບ ໜ້າທີ່ລະຫວ່າງ ທ່ານເຈົ້າແຂວງ ແລະ ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ ຂຶ້ນໃນຕອນບ່າຍຂອງວັນທີ 14 ພະຈິກ 2025 ຢູ່ທີ່ສະໂມສອນແຂວງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ ຕະຫລອດຮອດພະແນກການ, ອົງການ ກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ຂຶ້ນລາຍງານຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະທີ່ໄດ້ຮັບມອບໝາຍໜ້າທີ່ເປັນເຈົ້າແຂວງໄຊສົມບູນ ພ້ອມທັງເຊັນມອບ-ຮັບ ໜ້າທີ່ລະຫວ່າງ ສະຫາຍ ພອຍຄຳ ຮຸ່ງບຸນຍວງເຈົ້າແຂວງໄຊສົມບູນ ແລະ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກຳມະການປົກຄອງແຂວງ. ຈາກນັ້ນຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດຳລັດຂອງທ່ານນາຍົກວ່າດ້ວຍການແຕ່ງຕັ້ງປະທານຄະນະກຳມະການປົກຄອງແຂວງ ແລະ ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກວ່າດ້ວຍ ການອະນຸມັດໃຫ້ພະນັກງານນຳພາ-ຄຸ້ມຄອງ ອອກຮັບພັກຜ່ອນບຳນານ ຈຳນວນ 2 ສະຫາຍຄື: ສະຫາຍ ຕົ່ງມົວ ຊົວໂກ້ ແລະ ສະຫາຍ ສຸກສະຫວາດ ວົງພູມເຫລັກ ຮອງເຈົ້າແຂວງໄຊສົມບູນ, ພ້ອມນັ້ນ ຕາງໜ້າຄະນະຈັດຕັ້ງແຂວງ ໄດ້ປະກາດແຕ່ງຕັ້ງ ຮອງປະທານຄະນະກຳມະການປົກຄອງແຂວງ 2 ສະຫາຍຄື: ສະຫາຍ ນາງ ເພັດສະໄໝ ໂພໄຊຍະວົງ ເປັນຮອງປະທານຄະນະກຳມະການປົກຄອງແຂວງ ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ສະຫາຍ ປອ ທອງປະເສີດ ໄຊຍະລາດ ເປັນຮອງປະທານຄະນະກຳມະການປົກຄອງແຂວງ ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ໄດ້ມີການເຊັນມອບ-ຮັບ ໜ້າທີ່ລະຫວ່າງຮອງເຈົ້າແຂວງ ແລະ ຮອງປະທານຄະນະກຳມະການປົກຄອງແຂວງ. ພ້ອມທັງ ໄດ້ຮັບຟັງການຜ່ານຂໍ້ຕົກລົງ ຂອງປະທານຄະນະກຳມະການປົກຄອງແຂວງວ່າດ້ວຍ ການແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງແຂວງຄື: ບົ່ງຕົວແຕ່ງຕັ້ງ ສະຫາຍ ແສງຈັນ ປະເສີດກຸນ ເປັນກຳມະການຄະນະພັກຮາກຖານ ພະແນກການເງິນແຂວງ, ແຕ່ງຕັ້ງ ສະຫາຍ ຜາທໍ່ ຕົ່ງເຢີທໍ່ ເປັນຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ແຕ່ງຕັ້ງ ສະຫາຍ ໄຊຍະວົງ ຈິດຕະວົງ ເປັນຫົວໜ້າພະແນກການເງິນແຂວງ, ແຕ່ງຕັ້ງ ສະຫາຍ ສົມບູນ ຄຳຕາງ ເປັນປະທານຄະນະກຳມະການປົກຄອງເມືອງອະນຸວົງ, ແຕ່ງຕັ້ງ ທ່ານ ວຽງມະນີ ຢົງລໍ່ຢ່າງ ເປັນປະທານຄະນະກຳມະການປົກຄອງເມືອງຮົ່ມ, ແຕ່ງຕັ້ງ ສະຫາຍ ຈຸນດາ ຄຳບຸນມີ ເປັນຫົວໜ້າອົງການໄອຍະການປະຊາຊົນແຂວງ, ແຕ່ງຕັ້ງ ສະຫາຍ ດົວຊົ່ງ ເລ່ຍໂກ້ ເປັນຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ, ແຕ່ງຕັ້ງ ສະຫາຍ ທົງສະຫວັນ ໂພສະລາດ ເປັນຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ແຕ່ງຕັ້ງ ສະຫາຍ ຮືທໍ່ ເພຍຫລວງ ເປັນຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ແຕ່ງຕັ້ງ ສະຫາຍ ວັນຄຳເກັ່ງ ຢ່າຊົງກົວ ເປັນຫົວໜ້າຫ້ອງວ່າການແຂວງ, ແຕ່ງຕັ້ງ ສະຫາຍ ພຸດລຳໄພ ທຽມພຮະສອນ ເປັນຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ແຕ່ງຕັ້ງ ສະຫາຍ ເລັ່ງລໍ່ ຢົງຊະເຈ່ຍວ່າ ເປັນຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ແຕ່ງຕັ້ງ ສະຫາຍ ອຸດອນ ສິງດາລາ ເປັນປະທານອົງການກວດກາພັກ-ລັດແຂວງ, ແຕ່ງຕັ້ງ ສະຫາຍ ບຸນທຽມ ໄຊສົງຄາມ ເປັນຜູ້ຊ່ວຍວຽກງານເສດຖະກິດ ຂອງການນຳຂັ້ນສູງ ແຂວງໄຊສົມບູນ, ຍົກຍ້າຍ ສະຫາຍ ຢົງຢີ ລີເຍ່ຍວື່ ໄປຮັບໜ້າທີ່ໃໝ່ຢູ່ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ.
ໂອກາດທີ່ມີຄວາມໝາຍ-ຄວາມສຳຄັນນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທີດຊີ້ນຳຕໍ່ພິທີ ຊຶ່ງສະຫາຍໄດ້ສະແດງຄວາມຍິນດີ, ຊົມເຊີຍຕໍ່ຜົນສຳເລັດອັນໃໝ່ທີ່ໃຫຍ່ຫລວງ ພ້ອມທັງເນັ້ນໜັກໃຫ້ສຶບຕໍ່ເຮັດໜ້າທີ່ການເມືອງຕາມການມອບໝາຍ, ເອົາໃຈໃສ່ນຳພາ-ຊີ້ນຳວຽກງານໃຫ້ມີຄວາມສະຫງົບ, ເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ, ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ຮັກສາຄວາມສາມັກຄີພາຍໃນເປັນປຶກແຜ່ນ, ປະຕິບັດແຜນວິທີເຮັດວຽກຕາມຫລັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງກົມກອງໃຫ້ດີ, ສ້າງແບບແຜນດຳລົງຊີວິດທີ່ປອດໃສຂາວສະອາດ ພ້ອມທັງນຳພາກົມກອງໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ມີແບບແຜນ ແລະ ທັນສະໄໝ. ພ້ອມນັ້ນ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ໄດ້ຂຶ້ນກ່າວຮັບຄຳເຫັນໂອ້ລົມ ແລະ ພ້ອມທັງຍົກສູງຄວາມຮັບຜິດຊອບການເມືອງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ໃຫ້ໄດ້ຮັບຜົນສຳເລັດດີຂຶ້ນເທື່ອລະກ້າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa