ພິທີ ປະກາດແຮກສ່ຽວ ລະຫວ່າງ ແຂວງ, ເມືອງ ແລະ ບ້ານ ຢູ່ເມືອງທ່າໂທມ

ໃນຄັ້ງວັນທີ 13 ພຶດສະພາ 2025 ນີ້ ຄະນະໂຄສະນາອົບຮົມແຂວງ, ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ຄະນະໂຄສະນາອົບຮົມເມືອງ, ຫ້ອງການ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງທ່າໂທມ ຈັດພິທີແຮກສ່ຽວ ກັບ ບ້ານໄຊຈະເລີນ ແລະ ບ້ານຄອນຊະນະ ເມືອງທ່າໂທມ,  ແຂວງໄຊສົມບູນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຄໍາສີ ສິດທິວໍລະດາ, ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊສົມບູນ, ມີທ່ານ ຄໍາເປິ້ນ ໄຂຄໍາໝັ້ນ, ຮອງເລຂາພັກເມືອງທ່າໂທມ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ພ້ອມດ້ວຍທີມງານ ຂັ້ນແຂວງ-ເມືອງ, ມີທ່ານນາຍບ້ານ, ຄະນະບ້ານໄຊຈະເລີນ ແລະ ບ້ານຄອນຊະນະ, ມີກອງກໍ່ສ້າງຮາກຖານປະຈໍາບ້ານ ແລະ ມີບັນດາຂະແໜງການຂອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ.

ໃນນັ້ນໄດ້ຮັບຟັງການລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວ ຂອງບ້ານໂດຍຫຍໍ້ຈາກ ທ່ານ ນາຍບ້ານ 2 ທ່ານ ແລະ  ຮັບຝັງບົດສະຫຼຸບໂດຍຫຍໍ້ ຕາງໜ້າຈາກຫ້ອງການພະລັງງານ ແລະ ບໍແຮ່ເມືອງ, ຫ້ອງການຍຸດຕິທໍາ ເມືອງທ່າໂທມ ທີ່ໄດ້ແຮກສ່ຽວໄລຍະຜ່ານມາ  ໂດຍສະເພາະທ່ານກໍ່ໃຫ້ຮູ້ກ່ຽວກັບຈຸດດີ,ຈຸດອ່ອນ ແລະ ຂໍ້ຄົງຄ້າງຂອງບ້ານ ໃຫ້ບັນດາທ່ານເຂົ້າຮ່ວມ ໄດ້ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ, ນອກນັ້ນ, ໄດ້ສະເໜີໃຫ້ບັນດາຂະແໜງການຂອງບ້ານມີຄໍາເຫັນແລກປ່ຽນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງບ້ານ ໃນຕໍ່ໜ້ານີ້ ບັນລຸຕາມແຜນທີ່ກໍານົດໄວ້, ຫຼັງຈາກນັ້ນ ທ່ານ ກິ່ງເພັດ ເພັດມະຈັນ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໄດ້ຜ່ານມະຕິຕົກລົງ ຂອງຄະນະບໍລິຫານງານແຂວງ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃຫ້ບັນດາພະແນກການ, ອົງການ, ກົມກອງຂອງເມືອງ ແລະ ຜ່ານເນື້ອໃນບົດບັນທຶກແຮກສ່ຽວ ລະຫວ່າງ ຄະນະໂຄສະນາອົບຮົມແຂວງ,ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ,ຄະນະໂຄສະນາອົບຮົມເມືອງ, ຫ້ອງການ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ກັບ ບ້ານໄຊຈະເລີນ ແລະ ບ້ານ ຄອນຊະນະ. ພ້ອມນີ້ ບັນດາພະແນກການຂອງແຂວງ, ເມືອງ ແລະ ອົງການປົກຄອງບ້ານ ໄດ້ຂຶ້ນຈັບມືແຮກສ່ຽວ ຢ່າງເປັນທາງການ.

ທ້າຍນີ້ ຄະນະປະທານ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມໃນຄັ້ງນີ້ ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດແຜນຍຸດທະສາດ ໂດຍຫັນເອົາວຽກງານລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບບ້ານ, ລົງຮາກຖານແບບແຮກສ່ຽວ ຕາມສາຍຕັ້ງ ເພື່ອໃກ້ສິດຕິດແທດ ກັບບ້ານ, ສຶບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້-ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຕັ້ງໜ້າປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໂດຍສະເພາະ ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ເຮັດໃຫ້ບ້ານມີຄວາມສະຫງົບປອດໄພ, ເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໄດ້ຮັບການປັບປຸງດີຂຶ້ນ, ເຮັດໃຫ້ລະບົບການເມືອງ ແລະ ການປົກຄອງບ້ານມີຄວາມເຂັ້ມແຂງ, ມີແບບແຜນວິທີເຮັດວຽກ, ວິທີນໍາພາ, ປັບປຸງກົງຈັກການຈັດຕັ້ງບ້ານ ໃຫ້ມີຄວາມໜັກແໜ້ນ ເພື່ອນໍາພາການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ. ພ້ອມທັງ ໃຫ້ສຶບຕໍ່ເອົາໃຈໃສ່ ສ້າງຄວາມສາມມັກຄີລະຫວ່າງບັນດາພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ, ເມືອງ ແລະ ບ້ານ ໃຫ້ແໜ້ນແຟ້ນ, ຊ່ວຍກັນພັດທະນາບ້ານ ໃຫ້ກາຍເປັນບ້ານພັດທະນາ ເພື່ອລຶບລ້າງຄວາມທຸກຍາກຂອງປະຊາຊົນ ໃຫ້ຫຼຸດນອຍຖອຍລົງເທື້ອລະກ້າວ, ສ້າງໜ່ວຍພັກໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ວິທີນໍາພາຂອງ 5 ໜ່ວຍງານຂັ້ນບ້ານ ໃຫ້ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ ຂອງຕົນ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa