ພິທີ ປາຖະກະຖາວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມຄົບຮອບ 80 ປີ ຢູ່ເມືອງ ອະນຸວົງ

ໃນວັນທີ 5 ກັນຍາ 2025ນີ້, ທີ່ສະໂມສອນໃຫຍ່ເມືອງເມືອງອະນຸວົງ ໄດ້ຈັັດພິທີ ປາຖະກະຖາວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມຄົບຮອບ 80 ປີ 2 ກັນຍາ 1945 ຫາ 2 ກັນຍາ 2025, ໂດຍ ການເປັນປະທານຂອງ ສະຫາຍ ຮືທໍ່ ເພຍຫຼວງ ກໍາມະການພັກແຂວງ, ເລຂາພັກເມືອງ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະມະການພັກເມືອງ, ຫົວໜ້າ-ຄະນະຫ້ອງການອົງການ, ກົມກອງ, ພະນັກງານອາວຸໂສບໍານານ, ຄະນະສະມາຄົມຊາວຫວຽດນາມຢູ່ເມືອງອະນຸວົງ, ພະນັກງານຫຼັກແຫຼງພາຍໃນເມືອງ, ມີບັນດານ້ອງນ້ອຍເຍົາວະຊົນໂຮງຮຽນ ມສ ໄຊສົມບູນເຂົ້າຮ່ວມ.
ໃນພິທີ ສະຫາຍ ຮືທໍ່ ເພຍຫຼວງ ກໍາມະການພັກແຂວງ ເລຂາພັກເມືອງ ໄດ້ເລົ່າມູນເຊື້ອຄວາມເປັນມາຂອງວັນຊາດ 2 ກັນຍາ ປີ 1945 ຂອງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມຄົບຮອບ 80 ປີ, ພາຍໃຕ້ການນຳພາຂອງພັກກອມມູນິດ ແລະ ປະຊາຊົນຫວຽດນາມ ໄດ້ດຳເນີນການປະຕິວັດແຕ່ເດືອນສິງຫາ ເພື່ອຍາດຄືນອຳນາດມາໃຫ້ປະຊາຊົນ ຈົນໄດ້ຮັບໄຊຊະນະຢ່າງຈົບງາມ ໃນວັນທີ 2 ກັນຍາ ປີ 1945, ປະທານ ໂຮ່ຈິມິນ ຖະແຫຼງການປະກາດເອກະລາດ, ໃຫ້ປະຊາຊົນທຸກຊົນເຜົ່າ ແລະໂລກໄດ້ຮັບຮູ້ກ່ຽວກັບການກຳເນີດ ຂອງປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ແລະ ປັດຈຸບັນ ກໍ່ແມ່ນປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ ນີ້ກໍ່ເປັນຂີດໝາຍອັນລໍ້າຄ່າຂອງປະຫວັດສາດຂອງຊາດຫວຽດນາມ, ໄດ້ນຳພາປະເທດຊາດຫວຽດນາມເຂົ້າສູ່ຍຸກແຫ່ງເອກະລາດ, ເສລີພາບເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ພ້ອມນັ້ນ, ຍັງໄດ້ສະແດງເຖິງ ຜົນສໍາເລັດອັນໃຫຍ່ຫຼວງຫລາຍດ້ານ ທີ່ພັກ – ລັດ ແລະ ປະຊາຊົນ ສສ ຫວຽດນາມ ສາມາດຍາດມາໄດ້ໃນໄລຍະທີ່ຜ່ານມາ, ໂດຍສະເພາະ ອັນຍິ່ງໃຫຍ່ ທີ່ຜ່ານແປວໄຟແຫ່ງສົງຄາມການປະຕິວັດ, ການຕໍ່ສູ້ກູ້ຊາດ, ເພື່ອຜ່ານຜ່າອຸປະສັກນາໆປະການ ຈົນເຮັດໃຫ້ປະເທດຊາດໄດ້ຮັບໄຊຊະນະ ແລະ ສະຖາປະນາເປັນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນປັດຈຸບັນ.
ນອກຈາກນັ້ນ ສະຫາຍ ປະທານ ພິທີຍັງໄດ້ ເໜັ້ນໜັກ ເຖີງ ຄວາມໝາຍຄວາມສໍາຄັນຂອງ ສອງຊາດລາວ-ຫວຽດນາມ; ຫວຽດນາມລາວ ໃນການພົວພັນຮ່ວມມືແບບພິເສດ ແລະ ໃຫ້ບັນດາພະນັກງານ, ທະຫານ, ຕໍາຫຼວດ, ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວເມືອງອະນຸວົງ ຈົ່ງສຶບຕໍ່ຮັກສາມູນເຊື້ອອັນດີງາມຂອງສອງຊາດລາວ-ຫວຽດນາມ; ຫວຽດນາມ-ລາວໃຫ້ໝັ້ນຄົງທະນົງແກ່ນ ແລະ ສະຫາຍກໍ່ໄດ້ອວຍພອນມາຍັງຊາວຫວຽດນາມທີ່ອາໃສຢູ່ເມືອງອະນຸວົງ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ຊຸກຍູ້ ແລະ ສ້າງສາພັດທະນາເມືອງອະນຸວົງໃຫ້ກ້າວຂຶ້ນເລື້ອຍໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa