ພິທີ ປາຖະກະຖາວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ ຢູ່ແຂວງໄຊສົມບູນ

ແຂວງໄຊສົມບູນ ປາຖະກະຖາວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ (ວັນທີ 12 ຕຸລາ 1945-12 ຕຸລາ 2025 ) ໃນຕອນເຊົ້າຂອງວັນທີ 9 ຕຸລາ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງທ່ານ ພົວ ບົວພັນ ອິນທະປັນຍາ ຮອງເລຂາພັກ ແຂວງໄຊສມບູນ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ມີທ່ານ ນາງ ຄຳສີ ສິດທິວໍລະດາ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ພົວ ບົວພັນ ອິນທະປັນຍາ ໄດ້ປາຖະກະຖາເລົ່າຄືນມູນເຊື້ອວັນປະກາດເອກະລາດ ຊຶ່ງກ່ອນ ໜ້ານີ້ 80 ປີ, ຄືວັນທີ 12 ຕຸລາ 1945 ໄດ້ມີການໂຮມຊຸມນຸມໃຫຍ່ ຢູ່ວຽງຈັນ ເພື່ອປະກາດ ຄວາມເປັນເອກະລາດຂອງຊາດລາວເຮົາເປັນຄັ້ງທໍາອິດ ຈາກແອກປົກຄອງຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ພວກຮຸກຮານຕ່າງຊາດ ເປັນເຫດການໜຶ່ງທີ່ມີຄວາມໝາຍສຳຄັນໃນປະຫວັດສາດ ເປັນຂີດໝາຍແຫ່ງໄຊຊະນະ ຂອງການຕໍ່ສູ້ອັນພິລະອາດຫານ, ພາຍໃຕ້ການນໍາພາຂອງພັກ ປະຊາຊົນປະຕິວັດລາວ ລັດຖະບານລາວອິດສະຫຼະ ໄດ້ເປັນຕົວແທນໃຫ້ແກ່ວົງຄະນະຍາດແຫ່ງຊາດ ປະກາດຄວາມເປັນເອກະລາດຂອງປະເທດລາວ ຕໍ່ໂລກຢ່າງເປັນທາງການ, ປະກາດໂຮມແຜ່ນດິນລາວເປັນເອກະພາບ, ພ້ອມກັນນັ້ນ ກໍໄດ້ອອກຖະແຫຼງການ ກ່ຽວກັບການປ່ຽນແປງການປົກຄອງ, ລົບລ້າງທຸກໆສັນຍາທີ່ລາວ ໄດ້ເຊັນກັບຝຣັ່ງເສດ, ປະກາດໃຊ້ລັດຖະທຳມະນູນສະບັບທຳອິດ, ປະກາດໃຊ້ທຸງຊາດ (ທຸງຊາດລາວປັດຈຸບັນ), ປະກາດແຕ່ງຕັ້ງຄະນະລັດຖະບານຊົ່ວຄາວ ຊຶ່ງມີສະເດັດເຈົ້າສຸພານຸວົງ ເປັນລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ແລະ ຕໍ່ມາໄດ້ດຳລົງຕຳແໜ່ງເປັນຜູ້ບັນຊາການທະຫານສູງສຸດ ເຮັດໃຫ້ຊາວໂລກໄດ້ຮັບຮູ້ ກ່ຽວກັບຄວາມເປັນຊາດລາວ, ຮັບຮູ້ອະທິປະໄຕ ແລະ ເຂດນໍ້າແດນດິນຂອງລາວ, ຮັບຮູ້ວ່າຊາດລາວ-ຄົນລາວ ກໍເປັນຄົນທີ່ມີກຽດສັກສີເໝືອນຄົນຊາດອື່ນໆ ແລະ ຢາກມີອິດສະລະພາບ, ເປັນເຈົ້າຊາຕາກຳຂອງຕົນເອງ ຍ້ອນແນວນັ້ນ ຈຶ່ງຖືເອົາວັນປະກາດເອກະລາດ 12 ຕຸລາ 1945 ເປັນວັນປະຫວັດສາດທີ່ສໍາຄັນຂອງຊາດ, ເປັນວັນແຫ່ງຄວາມເອກອ້າງທະນົງໃຈ ຕໍ່ຄວາມອາດຫານຊານໄຊ ໃນການຕໍ່ສູ້ບົນຈິດໃຈ “ຍອມຕາຍດີກວ່າເປັນຂ້ອຍຂ້າ ຕາຍເພື່ອເອກະລາດ ດີກວ່າຢູ່ພາຍໃຕ້ແອກປົກຄອງ ຂອງຕ່າງຊາດ”.
ຈາກນັ້ນ ທ່ານ ທອງວັນ ທຳມະວົງ ຮອງເລຂາພັກແຂວງ ໄດ້ເລົ່າຄືນປະຫວັດຄວາມເປັນມາຂອງວັນການທູດລາວ ຊຶ່ງກ່ອນປົດປ່ອຍ ໃນໄລຍະຕໍ່ຕ້ານການຄອບຄອງຂອງຝຣັງ ການທູດບໍ່ພຽງແຕ່ເປັນເຄື່ອງມືການຕໍ່ສູ້ທາງດ້ານສັງ ຄົມ ເພື່ອສ້າງຄວາມສາມັກຄີປອງດອງພາຍໃນຊາດ, ຕໍ່ສູ້ກູ້ຊາດຕ້ານການຮຸກຮານແຊກແຊງຈາກພາຍນອກເທົ່ານັ້ນ ແຕ່ຍັງເປັນເຄື່ອງມືຕໍ່ສູ້ໃນເວທີສາກົນ ຂະຫຍາຍການພົວພັນກັບໂລກພາຍນອກ ແລະ ສະແຫວງຫາການສະໜັບສະໜູນຂອງເພື່ອນມິດສາກົນ ການທູດລາວ ຍັງໄດ້ກາຍເປັນຍຸດໂທບາຍ ແລະ ຍຸດທະສາດອັນສໍາຄັນໃນການຕໍ່ສູ້ ໂດຍຜ່ານການວາງນະໂຍບາຍການຕ່າງປະເທດ ທີ່ມີຄວາມແທດເໝາະກັບສະພາບການຂອງໂລກ ຈົນສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ, ໄດ້ຮັບການຍອມຮັບຈາກສາກົນໃນທຸກນັ້ນຮົບ, ໂດຍສະເພາະການບັງຄັບໃຫ້ຜູ້ຮຸກຮານຫັນໜ້າເຂົ້າສູ່ໂຕະ ເຈລະຈາ ແລະ ລົງນາມໃນສັນຍາເຊີແນວ ປີ 1954 ຈຶ່ງເຫັນດີໃຫ້ຝຣັ່ງ ຖອນທະຫານອອກສາມປະເທດອິນດູຈີນ ແລະ ໃຫ້ການຮັບຮູ້, ປ່ຽນຖານະບໍ່ເອີ້ນວ່າ ຄະນະລັດຖະບານຕໍ່ຕ້ານ ຕົກລົງໃຫ້ໃສ່ຊື້ ຄະນະຝ່າຍປະເທດລາວ ເພື່ອໃຫ້ສາກົນເຫັນໄດ້ວ່າ ຝ່າຍປະເທດລາວ ແມ່ນກຳລັງທາງການເມືອງທີ່ຖືກຕ້ອງຕາມກົດໝາຍ ແລະ ໄດ້ຖືກຮັບຮູ້ຈາກສາກົນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa